Homeຂ່າວການສຶກສາສອງສະຖາບັນວິທະຍາສາດ ລາວ-ສສ.ຫວຽດນາມ ສືບຕໍ່ການຮ່ວມມື

ສອງສະຖາບັນວິທະຍາສາດ ລາວ-ສສ.ຫວຽດນາມ ສືບຕໍ່ການຮ່ວມມື

Published on

ເພື່ອ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ ຜັນ​ຂະຫຍາຍ​ສັນຍາ​ຮ່ວມ​ມື ລະຫວ່າງ​ສອງ​ສະ​ຖາ​ບັນ​ຂອງ​ສະພາ​ວິທະຍາສາດ​ແຫ່ງ​ຊາດ​ແຫ່ງ ​ສປປ ລາວ ແລະ ສະພາ​ບັນດິດ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ​ແຫ່ງ ​ສສ.ຫວຽດນາມ ເຊິ່ງ​ທັງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ຮ່ວມ​ກັນ​ໃນ​ວັນ​ທີ 22 ພຶດສະພາ 2012 ທີ່​ຜ່ານ​ມາ ໃຫ້​ມີ​ທ່າ​ກ້າວ​ຂະຫຍາຍຕົວ​ໃນ​ຈັງຫວະ​ທີ່​ວ່ອງໄວ ແລະ ໜັກ​ແໜ້ນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ເນື່ອງ​ໃນ​ໂອກາດ​ທີ່​ທາງ​ຄະນະ​ຜູ້​ແທນ ​ສສ.ຫວຽດນາມ ນຳ​ໂດຍ​ທ່ານ ​ສຈ.​ດຣ. ເຈົາ​ວັນ​ມິງ ກຳມະການ​ສູນ​ກາງ​ພັກ ປະທານ​ສະພາ​ບັນດິດ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ເດີນທາງ​ມາ​ຢ້ຽມຢາມ​ເຮັດ​ວຽກ​ຢູ່ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 19-21 ທັນວາ 2013 ແລະ ໃນ​ວັນ​ທີ 20 ທັນວາ 2013 ທາງ​ຄະນະ​ຜູ້​ແທນ​ໄດ້​ມີ​ໂອກາດ​ພົບ​ປະ​ປຶກສາ​ຫາລື​ກັນ ກັບ​ທາງ​ຄະນະ​ທ່ານ ​ສຈ.​ດຣ. ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ປະທານ​ສະພາ​ວິທະຍາສາດ​ແຫ່ງ ​ສປປ ລາວ ຢູ່​ທີ່​ກະຊວງ​ດັ່ງກ່າວ.

ການ​ພົບ​ປະ​ໃນ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ໄດ້​ຢືນຢັນ​ຄືນ ໃນ​ການ​ສືບຕໍ່​ເຖິງ​ການ​ຕັດສິນ​ໃຈ​ອັນ​ໜັກ​ແໜ້ນ ໃນ​ຂົງເຂດ​ການ​ຄົ້ນຄວ້າ​ວິທະຍາສາດ ການ​ພັດທະນາ​ຊັບພະຍາກອນ​ມະນຸດ ເຊິ່ງ​ຜົນສຳເລັດ​ໃນ​ການ​ຮ່ວມ​ມື​ໃນ​ເບື້ອງ​ຕົ້ນ​ນັ້ນ ຈະ​ກາຍເປັນ​ທ່າແຮງ​ໃນ​ການ​ຮ່ວມ​ມື​ກັນ​ໃນ​ຫຼາຍ​ຂົງເຂດ ໃຫ້​ມີ​ປະ​ສິດທິ​ຜົນ ແລະ ເກີດ​ດອກ​ອອກ​ຜົນ​ຢ່າງ​ງົດ​ງາມ.

 

ທີ່ມາhttp://www.vientianemai.net/teen/khao/1/10859

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...