Homeຂ່າວຕ່າງປະເທດຝຣັ່ງ ເພີ່ມມາດຕະການຮັກສາຄວາມປອດໄພທົ່ວປະເທດ

ຝຣັ່ງ ເພີ່ມມາດຕະການຮັກສາຄວາມປອດໄພທົ່ວປະເທດ

Published on

400.d2a7e_6

ຂປລ.ຕາມ​ຂ່າວ ​ຕ່າງປະ​ເທດ, ລັດຖະບານ ​ຝຣັ່ງ​ ໄດ​້​ເພີ່ມ​ ມາດ​ຕະການ​ ເຂັ້ມງວດ​ ຮັກສາ ຄວາມ​ປອດ​ໄພ​ ທົ່ວ​ປະ​ເທດ ​ເພື່ອ​ປ້ອງ​ກັນ​ ບໍ່​ໃຫ້​ເກີດ​ ເຫດການ​ໂຈມ​ຕີ​ ຈາກ​ກຸ່ມ​ກໍ່​ ການ​ຮ້າຍ ​​ໃນ​ລະຫວ່າງ​ ການຈັດ ກອງ​ປະຊຸມ​ ລະດັບ​ສູງ​ ວ່າ​ດ້ວຍ ​ການ​ປ່ຽນ​ແປງ ​ດິນ​ຟ້າ​ ອາກາດ​ໂລກ. ນອກ​ນີ້ ຍັງ​ສັ່ງ​ຫ້າມ ຈຳໜ່າຍ ​ແລະ ​ຂົນ​ສົ່ງ ວັດຖຸ​ ໄວ​ໄຟ, ​ແກັສ, ບັ້ງ​ໄຟ​ດອກ ​ແລະ ສານ​ເຄມີ ​ທີ່​ເປັນ ​ອັນຕະລາຍ​ຕ່າງໆ​ ​ແຕ່​ວັນ​ທີ 1-13 ທັນວາປີ​ນີ້ ລວມທັງ ບໍລິ​ເວນ ​ຊາຍ​ແດນ​ ຍັງ​ບໍ່​ອະນຸຍາດ​ໃຫ້​ ບັນດາ ​ຜູ້​ອົບ​ພະຍົບ ​ເຂົ້າປະ​ເທດ​ ໃນ​ໄລຍະ​ນີ້ ​ເພື່ອ​ແນ​ໃສ່​ ຮັກສາ​ ຄວາມ​ປອດ​ໄພ​ ຂັ້ນສູງ​ສຸດ ໃຫ້ກັບ ບັນດາ ​ຜູ້ນຳ​ໂລກຈາກ 147 ປະ​ເທດ ​ເຂົ້າຮ່ວມ​ ກອງ​ປະຊຸມ ​ດັ່ງກ່າວ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...