spot_img
Homeມູມໄອທີລາວເປີດໂຕຢ່າງເປັນທາງການແລ້ວສຳລັບ Huawei Mate 8

ເປີດໂຕຢ່າງເປັນທາງການແລ້ວສຳລັບ Huawei Mate 8

Published on

image

ເປີດໂຕຢ່າງເປັນທາງການແລ້ວສຳລັບໂທລະສັບມືຖືເຮືອທຸງຈາກຫົວເຫວີ່ຍ ທີ່ປະເທດຈີນໃນມື້ນີ້ ທີ່ມີນາມວ່າ ” Mate 8 ” ທີ່ເປັນລຸ້ນສານຕໍ່ຈາກ Mate 7. Huawei Mate 8 ນີ້ໂຕເຄື່ອງແມ່ນເຮັດດ້ວຍອະລູມິນ້ຽມແບບຂຶ້ນຮູບໝົດໂຕຫຼືໄຮ້ຮອຍຕໍ່ ແລະໜ້າຈໍເປັນແກ້ວໂຄ້ງມົນແບບ 2.5D ສ່ວນດ້ານຫຼັງນັ້ນມີເຊັນເຊີ້ສະແກນລາຍນິ້ວມືນຳ

image

ສິ່ງທີ່ເປັນສ່ວນສຳຄັັນທີ່ສຸດຂອງ Mate 8 ກໍຄົງຈະເປັັນຊິບປະມວນຜົນໃໝ່ຄື HiSilicon Kirin 950 SoC. ເຊິ່ງຊິບປະມວນຜົນດັ່ງກ່າວນີ້ຫາກ່ອນໄດ້ເປີດໂຕໄປເມື່ອອາທິດກ່ອນນີ້ເອງ. ສຳລັບຊິບປະມວນຜົນ Kirin 950 ແມ່ນໃຊ້ຂະບວນການຜະລິດແບບ 16 ນາໂນແມັດ ມາພ້ອມກັບເທັກໂນໂລຢີທີ່ເອີ້ນວ່າ FinFET ທີ່ຊ່ວຍໃຫ້ການເຮັດວຽກມີປະສິດທິພາບສູງເຖິງ 40% ແລະປະຫຍັດພະລັງງານໄດ້ຫຼາຍກວ່າ 60% ໂດຍຊີພີຢູເປັນແບບ Octa-core ແບ່ງເປັນ Quad-core Cortex-A72 ຄວາມໄວສູງສຸດ 2.3GHz ຈະເຮັດວຽກເມື່ອລະບົບຕ້ອງການປະມວນຜົນລະດັບສູງຫຼືດີທີ່ສຸດ ແລະ Quad-core Cortex-A53 ຄວາມໄວສູງສຸດ 1.8GHz ເນັັ້ນການເຮັດວຽກເພຶ່ອປະຫຍັດພະລັງງານ ເຊິ່ງທັງ 2 ໂຕນີ້ຈະສະຫຼັບກັນເຮັດວຽກດ້ວຍເທັກໂນໂລຢີທີ່ເອີ້ນວ່າ big.LITTLE ແລະມາພ້ອມກັບຈີພີຢູ Mali-T880 ທີ່ມີປະສິດທິພາບຫຼາຍຂຶ້ນກວ່າລຸ້ນກ່ອນໆ ແລະໜ່ວຍປະມວນຜົນຮ່ວມ i5 ທີ່ຈະຊ່ວຍຈັດການໃນເລື່ອງຂອງການປະຫຍັດພະລັງງານ

image

ສະຫຼຸບສະເປັກຂອງ Huawei Mate 8 ດັ່ງນີ້:

– ໜ້າຈໍ: 6 ນິ້ວ IPS LCD ຄວາມລະອຽດ 1080 x 1920 ພິກເຊວ

– ຊີພີຢູ: HiSilicon Kirin 950 4x Cortex A53 @ 1.8GHz, 4x Cortex A72 @ 2.3GHz

– ຈີພີຢູ: Mali-T880MP4 @ 900MHz

– ແບັດເຕີຣີ:  4,000mAh

– ລະບົບປະຕິບັດການ: Android 6.0 Marshmallow ຄອບດ້ວຍ Huawei Emotion UI 4.0

+ ກ້ອງ:
– ກ້ອງຫຼັງ : 16MP ໃຊ້ເຊັນເຊີ້ຂອງ Sony IMX298 ດ້ວຍຮູຮັບແສງ f/2.0
-ກ້ອງໜ້າ : 8MP ໃຊ້ເຊັນເຊີ້ຂອງ Sony IMX179 ດ້ວຍຮູຮັບແສງ f/2.4

+ ມີ 3 ລຸ້ນ :
– ລຸ້ນ Ram 3 GB ພ້ອມດ້ວຍ Rom 32 GB ລາຄາ 2999 – 3199 ຢວນ (3.820.000 – 4.100.000 ກີບ)
– ລຸ້ນ Ram 4 GB ພ້ອມດ້ວຍ Rom 64 GB ລາຄາ 3699 ຢວນ (4.710.000 ກີບ)
– ລຸ້ນ Ram 4 GB ພ້ອມດ້ວຍ Rom128 GB ລາຄາ 4399 ຢວນ (5.600.000 ກີບ)

+ ມີ 4 ສີ:
– ສີທອງ (Champagne Gold),
– ສີເງິນ (Moonlight Silver),
– ສີເທົາ (Space Gray)
– ສີນ້ຳຕານ (Mocha Brown)

*ຂໍ້ມູນທີ່ລະອຽດກວ່ານີ້ສາມາດເຂົ້າໄປອ່ານໄດ້ທີ່ລິ້ງຂ່າວຕົ້ນສະບັບໄດ້ເດີ້

ສຳລັບກຳນົດການວາງຂາຍນັ້ນແມ່ນໄຕມາດທຳອິດຂອງປີ 2016 ແມ່ນເລີ່ມວາງຂາຍໃນປະເທດຈີນເປັນປະເທດທຳອິດ

ທີ່ມາ: anandtech

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...