spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຫ້າສັນຍານທີ່ບົ່ງບອກວ່າ ທ່ານກຳລັງຊິເປັນເບົາຫວານ

ຫ້າສັນຍານທີ່ບົ່ງບອກວ່າ ທ່ານກຳລັງຊິເປັນເບົາຫວານ

Published on

ພະຍາດເບົາຫວານ ແມ່ນພະຍາດໜຶ່ງທີ່ຮ້າຍແຮງ ຄົນລາວເປັນຫຼາຍ ແລະເປັນພະຍາດທີ່ປົວໃຫ້ຫາຍຂາດບໍ່ໄດ້ ດັ່ງນັ້ນ, ການລະມັດລະວັງ ບໍ່ໃຫ້ເກີດພະຍາດເບົາຫວານຈຶ່ງເປັນເລື່ອງທີ່ຄວນເຮັດ ດ້ວຍການອອກກຳລັງກາຍ, ດື່ມກິນສິ່ງທີ່ເປັນປະໂຫຍດ ແລະຫຼີກລ້ຽງອາຫານຫວານ ມັນ ເຜັດ ເຄັມ ຈົນເກີນໄປ.
download

ຫ້າສັນຍານທີ່ບົ່ງບອກວ່າ ທ່ານກຳລັງຊິເປັນເບົາຫວານມີດັ່ງນີ້:

1. ປັດ​ສະ​ວະ​ເລື້ອຍໆ ແລະ ຈຳ­ນວນ​ຫຼາຍ​ຈາກ​ການ​ທີ່​ໝາກ​ໄຂ່­ຫຼັງ​ຕອງ​ນ້ຳ­ຕານ​ອອກ​ມາ­ສູ່​ນ້ຳ​ຍ່ຽວ ແລະ ດຶງ​ນ້ຳ​ອອກ​ມາ​ດ້ວຍ ສະ­ນັ້ນ​ຍິ່ງ​ນ້ຳ­ຕານ​ໃນເລືອດ​ສູງ​ຂຶ້ນ​ເທົ່າ­ໃດ​ກໍ​ຍິ່ງ​ເຮັດ​ໃຫ້​ຜູ້​ປ່ວຍ​ເບົາຫວານຍ່ຽວ​ຈຳນວນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

2. ນ້ຳ­ໜັກ​ຫຼຸດ: ຈ່ອຍ​ລົງ ແລະ ອ່ອນ­ເພຍ ໂດຍບໍ່​ຮູ້​ສາ­ເຫດ​ເນື່ອງ​ຈາກ​ຮ່າງ­ກາຍ​ເອົາ​ນ້ຳ­ຕານ​ໄປ​ໃຊ້ ພະ­ລັງ­ງານ​ບໍ່​ໄດ້​ເພາະ​ຂາດ​ອິນ​ຊູ​ລິນ ຈິ່ງ​ມີ​ການ​ລະລາຍ​ພະ­ລັງ­ງານ​ຈາກ​ໄຂ­ມັນ ແລະ ໄປຣ​ຕີນ​ທີ່​ເກັບສະ​ສົມ​ມາ​ໃຊ້​ເປັນ​ພະ­ລັງ­ງານ​ແທນ​ຈຶ່ງ​ເຮັດ​ໃຫ້​ຮ່າງກາຍ​ອ່ອນ­ເພຍ ແລະ ນ້ຳ­ໜັກ​ຫຼຸດ​ລົງ.

3. ຄໍ​ແຫ້ງ: ຢາກ​ນ້ຳ ແລະ ດື່ມ­ນ້ຳ​ຫຼາຍ​ເນື່ອງ​ຈາກ ຮ່າງ­ກາຍ​ເສຍ​ນ້ຳ​ທາງ​ປັດ​ສະ​ວະ​ຫຼາຍ ຈິ່ງ​ເກີດ​ການ​ຂາດ​ນ້ຳ​ເຮັດ​ໃຫ້​ຢາກ​ດື່ມ­ນ້ຳ​ເລື້ອຍໆ.

4. ຢາກ​ກິນ​ອາ­ຫານ​ເລື້ອຍໆ ແລະ ກິນ​ຫຼາຍ​ຂຶ້ນ ເປັນ​ຜົນ​ມາ​ຈາກ​ຮ່າງ­ກາຍ​ຂາດ​ພະ­ລັງ­ງານ​ເນື່ອງ ຈາກ​ບໍ່​ສາ­ມາດ​ນຳ​ນ້ຳ­ຕານ​ກລູ​ໂຄ​ສ​ໃນ​ເລືອດ​ໄປ​ໃຊ້​ໄດ້​ຮ່ວມ​ກັບ​ມີ​ການ​ລະ­ລາຍ​ເນື້ອ​ເຍື່ອ​ຕ່າງໆ​ພາຍ​ໃນ​ຮ່າງ­ກາຍ​ເພື່ອ​ທົດ​ແທນ​ພາ­ວະ​ນີ້​ຈິ່ງ​ມີ ອາ­ການ​ຢາກ ເລື່ອຍໆ ແລະ ກິນ​ດຸ.

5. ເປັນ​ບາດ­ແຜ ແລະ ຫາຍ​ຍາກ​ມີ​ການ​ຕິດເຊື້ອ​ຕາມ​ຜິວ­ໜັງ ເນື່ອງ​ຈາກ​ຄວາມ​ສາ­ມາດ​ຂອງ​ເມັດ​ເລືອດ​ຂາວ​ໃນ​ການ​ກຳ­ຈັດ​ເຊື້ອ​ໂລກ​ຫຼຸດ​ລົງ ຫຼື ຄັນ​ຕາມ​ຜິວ­ໜັງ​ມີ​ການ​ຕິດ­ເຊື້ອ​ຣາ​ໂດຍ​ສະເພາະ​ບໍ​ລິເວນ​ທີ່​ອັບ, ຊ່ອງ​ຄອດ ແລະ ຊາ​ຕາມ​ນິ້ວ​ມື​ນິ້ວ​ຕີນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...