Homeລົດຍົນ-ຍານພາຫະນະລົດ LAMBORGHINI HURACAN ທີ່ແຮງທີ່ສຸດໃນໂລກ ກຳລັງ 2,300 ແຮງມ້າ

ລົດ LAMBORGHINI HURACAN ທີ່ແຮງທີ່ສຸດໃນໂລກ ກຳລັງ 2,300 ແຮງມ້າ

Published on

ມື້​ນີ້​ເຮົາ​ມີ​ຂອງ​ແຮງ ລົດ​ຊູ​ເປີ​ຄາ​ໃນ​ຝັນ​ຂອງ​ໃຜ​ຫລາຍໆ ຄົນ​ມາ​ຝາກ​ກັນ​ອີກ​ແລ້​ວ ກັບ​​ Verde Mantis Huracan  ​ກຳ​ລັງ 2,300 ແຮງ​ມ້າ ເປັນ Lamborghini  Huracan ທີ່​ແຮງ​ທີ່ສຸດ​ໃນ​ໂລກ

ສຳລັບ​ຊູ​ເປີຄາ​ລຸ້ນ​ຫລ້າ​ສຸດ​ຈາກ  Lamborghini ນັ້ນ​ກໍ​ຄື  Lamborghini Huracan LP610-4 ທີ່​ມາ​ພ້ອມ​​ກຳ​ລັງ 610 ແຮງ​ມ້າ ຂັບ​ເຄື່ອນ 4 ລໍ້ ຊຶ່ງ​ກໍ​ຖື​ວ່າ​ແຮງ​ເຂົ້າ​ຂັ້ນ​ຢູ່ແຕ່​ວ່າ   Lamborghini Verde Mantis Huracan  ຄັນ​ນີ້ ແຮງ​ກວ່າ​ຫລາຍ ເພາະ​ມັນ​ມາ​ພ້ອມ​ກັບ​​ກຳ​ລັງ​ຫລາຍ​ເຖິງ 2,300 ແຮງ​ມ້າ ດ້ວຍ​ເຄື່ອງ​ຈັກ  V10 5,200 cc. ທະ​ວິນ​ເທີ​ໂບ

lamborghini-huracan

ອັດຕາ​ເລັ່ງ​ຈາກ​ຈາກ 0 – 383.9 ກິ​ໂລ​ແມັດ  ໃນ​ໄລຍະ​ທາງ​ພຽງ​ແຕ່  804 ແມັດ​ເທົ່າ​ນັ້ນ ນັບ​ວ່າ​ແຮງ​ສຸດໆກັນ​ເລີຍ​ ສົມ​ກັບ​ເປັນ  Lamborghini  Huracan ທີ່​ແຮງ​ທີ່ສຸດ​ໃນ​ໂລກແທ້ໆ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...