spot_img
Homeປະເພນີ-ວັດທະນະທຳຟ້ອນລາຍງ້າວຂອງແທ້ ມໍລະດົກແຂວງວຽງຈັນ

ຟ້ອນລາຍງ້າວຂອງແທ້ ມໍລະດົກແຂວງວຽງຈັນ

Published on

12274511_1153222501372188_3615866102223700515_n  11215717_1153222544705517_3036324866406778604_n

ຟ້ອນລາຍງ້າວແມ່ນ ການສະແດງທີ່ ປະຊາຊົນແຂວງວຽງຈັນມີສືບທອດມາຕັ້ງແຕ່ລຸ້ນປູ່ ບໍ່ແມ່ນການສະແດງມານຍາກົນ ແຕ່ເປັນການສະແດງວິຊາອາຄົມ ດັ່ງນັ້ນ, ຈຶ່ງບໍ່ແມ່ນການສະແດງສິລະປະແບບທຳມະດາທົ່ວໄປ ຄືກັບການສະແດງອື່ນໆ. ດັ່ງນັ້ນ, ມື້ນີ້ທີມຂ່າວລາວໂພສພວກເຮົາຈຶ່ງຢາກນຳສະເໜີປະຫວັດຄວາມເປັນມາຂອງການສະແດງດັ່ງກ່າວ ເພື່ອໃຫ້ເປັນຂໍ້ມູນແກ່ຜູ້ສົນໃຈ ແຕ່ບໍ່ມີເງື່ອນໄຂທີ່ຈະໄປສືບຖາມດ້ວຍໂຕເອງ.

ອີງຕາມການເລົ່າຂອງທ່ານ ກອງຈັນ ສໍທຳມະວົງ ຜູ້ສືບທອດສິລະປະຟ້ອນລາຍງ້າວຍຸກປັດຈຸບັນ ໄດ້ເລົ່າວ່າ: ຟ້ອນລາຍງ້າວເບື້ອງຕົ້ນນັ້ນບໍ່ແມ່ນການສະແດງ ແຕ່ເປັນສິລະປະປ້ອງກັນໂຕຂອງຄົນບູຮານ ເຊິ່ງສິລະປະປ້ອງກັນໂຕປະເພດນີ້ເກີດຂຶ້ນແຕ່ເມື່ອໃດແທ້ໆ ນັ້ນກໍຍັງບໍ່ຮູ້ ແຕ່ເປັນທີ່ແນ່ໃຈວ່າມີການໃຊ້ສິລະປະປ້ອງກັນໂຕປະເພດນີ້ໃນສະໄໝເສິກຫໍ້ (ປະມານປີ 1820) ເຊິ່ງສະໄໝນັ້ນການຕີເສິກ ຫຼືປ້ອງກັນຊາດ ປ້ອງກັນສະຖານທີ່ສຳຄັນ ກໍຄືການປ້ອງກັນຕົນເອງນັ້ນ ບໍ່ໄດ້ໃຊ້ປືນຄືຊູ່ມື້ນີ້ ແຕ່ຫາກໃຊ້ຫອກ ດາບ ຫຼາວ ແຫຼມ ຕໍ່ສູ້ກັນ.

ການຮຽນວິຊາອາຄົມປ້ອງກັນຕົນເອງ (ຄົງ) ຟັນ, ປາດ, ແທງ ແລະຍີງ ບໍ່ເຂົ້ານັ້ນ ແມ່ນອຸດົມຄະຕິຂອງຊາຍຊາດທະຫານຂອງຄົນສະໄໝບູຮານ. ປູ່ອ່າງ ແຂວງວຽງຈັນ(ເມືອງເກົ່າບູຮານ) ແມ່ນຜູ້ໜຶ່ງທີ່ໄດ້ຮຽນວິຊາອາຄົມ (ຍືນຍົງຄົງກະພັນ) ຫອກ ດາບ ຫຼາວ ແຫຼມ ບໍ່ສາມາດຟັນຫຼືແທງເຂົ້າໄດ້ ເຊິ່ງແມ່ນສະໄໝຕໍ່ສູ້ກັບເສິກຫໍ້ ທີ່ເຂົ້າມາປຸ້ນຈີ້ ກວາດລ້າງເອົາຊັບສິນ ຕາມວັດວາອາຮາມໃນສະໄໝທີ່ອານາຈັກລາວລ້ານຊ້າງເສື່ອມໂຊມ.

ຫຼັງຈາກນັ້ນ ການສູ້ຮົບດ້ວຍ ສັດຕາວຸດກໍໄດ້ຖືກປ່ຽນໄປເປັນ ການຕໍ່ສູ້ກັນດ້ວຍອາວຸດເສິກສະໄໝໃໝ່ ເຊັ່ນ ປືນເປັນຕົ້ນ ດັ່ງນັ້ນ, ປູ່ອ່າງຄິດຢ້ານວ່າ ສິລະປະປ້ອງກັນໂຕປະເພດນີ້ຈະໝົດສິ້ນໄປກັບການເວລາ ຈຶ່ງໄດ້ຖ່າຍທອດ ວິຊາອາຄົມນີ້ໃຫ້ແກ່ ພໍ່ຕູ້ຊຽນ. ພໍ່ຕູ້ຊຽນເມື່ອໄດ້ຮັບວິຊາອາຄົມອັນລ້ຳຄ່ານີ້ແລ້ວ ກໍຄົງບໍ່ມີຄວາມໝາຍຖ້າຫາກບໍ່ໄດ້ໃຊ້ມັນໃຫ້ເກີດປະໂຫຍດ ຈຶ່ງໄດ້ປະດິດແຕ່ງທ່າຟ້ອນລາຍງ້າວຂຶ້ນມາ ປະກອບໃສ່ກັບວິຊາອາຄົມ (ວິຊາຄົງກະພັນ) ເພື່ອນຳໄປສະແດງຮັບໃຊ້ໃນເທສະການຕ່າງໆ ເຊັ່ນ ງານບຸນ, ຕ້ອນຮັບແຂກ, ງານສິລະປະ…

ຕໍ່ຈາກສະໄໝພໍ່ຕູ້ຊຽນມາ ກໍແມ່ນ ທ່ານ ກອງຈັນ ສໍທຳມະວົງ (ລູກຊາຍຕູ້ຊຽນ) ພ້ອມດ້ວຍຄະນະ ເຊິ່ງສືບທອດສິລະປະຟ້ອນລາຍງ້າວຕໍ່ມາຈົນຮອດປັດຈຸບັນ ແລະ ທ່ານ ກອງຈັນ ສໍທຳມະວົງກ່າວວ່າ ຕົນເອງຢາກຈະສືບທອດມໍລະດົກນີ້ໃຫ້ກັບລຸ້ນຕໍ່ໆໄປ ໂດຍສະເພາະແມ່ນຢາກສືບທອດໃຫ້ແກ່ລູກຂອງຕົນເອງ ຫຼືບຸກຄົນໃດທີ່ມີຄວາມມັກ ແລະສາມາດຮຽນໄດ້ ກໍຈະສິດໃຫ້ ເພື່ອເຮັດແນວໃດໃຫ້ສິລະປະປ້ອງກັນໂຕປະເພດນີຄົງຢູ່ກັບຄົນລາວ ປະເທດລາວຕະຫຼອດໄປ.

12250055_1153222584705513_1134091636177115946_n

ປັດຈຸບັນສິລະປະຟ້ອນລາຍງ້າວ ແມ່ນໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມ ພັດປ່ຽນກັນເຊີນໄປສະແດງຕາມງານຕ່າງໆ ຈົນເຖິງຂັ້ນໄດ້ໄປສະແດງເຖິງຕ່າງປະເທດ ເປັນຕົ້ນແມ່ນໄປປະເທດເກົາຫຼີເຖິງສອງຄັ້ງ.

ທ່ານ ກອງຈັນ ກ່າວຕື່ມວ່າ ການຮຽນວິຊາອາຄົມນີ້ແມ່ນຕ້ອງມີພິທີຄັກແນ່ ເຊັ່ນ ມີຂັນຫ້າຂັນແປດ ແລະຮຽນເອົາວິຊາໃຫ້ຈົນຈົບ ແລ້ວອາຈານຈະສິດວິຊາໃຫ້ ແຕ່ຕ້ອງມີໃຈມັກຮັກແທ້ໆ ແລະຕ້ອງໄດ້ຄະລຳຂອງກິນ ເຊັ່ນ ບໍ່ກິນອາຫານຢູ່ເຮືອນດີ, ບໍ່ກິນຊີ້ນສັດຕາຍເອງ, ບໍ່ກິນຊີ້ນໝາ, ຊີ້ນແມວ, ຊີ້ນງູ, ຊີ້ນເສືອ, ຊີ້ນມ້າ, ຊີ້ນຊ້າງ, ຊີ້ນຄົນ… ສ່ວນເລື່ອງການນຸ່ງຖືນັ້ນແມ່ນນຸ່ງຈັ່ງໃດກໍໄດ້.

ຄຳເຕືອນ: ນີ້ບໍ່ແມ່ນມານຍາກົນ ແຕ່ເປັນວິຊາອາຄົມທາງໄສຍະສາດ ດັ່ງນັ້ນ, ບໍ່ຄວນຮຽນແບບໂດຍເດັດຂາດ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...