Homeຂ່າວຕ່າງປະເທດຕວກກີຍິງ Su-24 ຣັດເຊຍຕົກ ໃກ້ຊາຍແດນຊີຣີ ປູຕິນອອກປະນາມ ເປັນການແທງຂ້າງຫລັງ!

ຕວກກີຍິງ Su-24 ຣັດເຊຍຕົກ ໃກ້ຊາຍແດນຊີຣີ ປູຕິນອອກປະນາມ ເປັນການແທງຂ້າງຫລັງ!

Published on

EyWwB5WU57MYnKOuYBmauwmKou1NTXHJrhg8Yv0SUl1iBmALWs9DWh

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ພະຈິກນີ້ວ່າ ເຮືອສູ້ຮົບບິນ F-16 ຂອງກອງທັບຕວກກີ ໄດ້ຍິງເຮືອບິນສູ້ຮົບ Su-24 ຂອງຣັດເຊຍ ຕົກໃນບໍລິເວນ ຊາຍແດນຕວກກີ-ຊີຣີ ໃນມື້ວານນີ້ (24 ພະຈິກ) ໂດຍອ້າງວ່າ ເຮືອບິນລຳດັ່ງກ່າວ ລ່ວງລ້ຳນ່ານຟ້າຂອງຕວກກີ ແລະ ບໍ່ຮູ້ເປັນເຮືອບິນສູ້ຮົບຂອງປະເທດໃດ ອີກທັງຍັງບໍ່ຮູ້ ຊາຕາກຳຂອງນັກບິນ ເທິງເຮືອບິນລຳດັ່ງກ່າວ.

ຕໍ່ມາກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກມາຢືນຢັນວ່າ ເຮືອບິນ Su-24 ຖືກຍິງຕົກໃນຊີຣີ ໂດຍເຮືອບິນດັ່ງກ່າວນີ້ ຖືກສົ່ງໄປປະຕິບັດການ ໂຈມຕີກຸ່ມກໍ່ການຮ້າຍໄອເອັສ ໃນປະເທດຊີຣີ ບໍ່ໄດ້ລ່ວງລ້ຳນ່ານຟ້າຂອງຕວກກີ ແລະ ກໍບິນໃນລະດັບຄວາມສູງ 6,000 ແມັດ. ໃນຂະນະທີ່ ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງຣັດເຊຍ ໄດ້ອອກມາປະນາມຕວກກີວ່າ ເຫດການດັ່ງກ່າວນີ້ ເປັນການແທງຂ້າງຫລັງ ໂດຍແມ່ນຜູ້ໃຫ້ຄວາມຮ່ວມມື ກັບກຸ່ມຜູ້ກໍ່ການຮ້າຍ ແລະ ເຕືອນອີກວ່າ ໃຫ້ລະວັງຜົນຮ້າຍແຮງທີ່ຈະຕາມມາ ໃນດ້ານຄວາມສຳພັນ ລະຫວ່າງຣັດເຊຍ ແລະ ຕວກກີ.

ຫລ້າສຸດ ທ່ານ ເຊີເກ ຣາບຣອບ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດຣັດເຊຍ ໄດ້ຖະແຫລງຍົກເລີກ ກຳນົດການຢ້ຽມຢາມຕວກກີ ຢ່າງເປັນທາງການ ໃນວັນທີ 25 ພະຈິກນີ້ແລ້ວ ພ້ອມທັງອອກເຕືອນປະຊາຊົນ ໃຫ້ລະວັງໃນການເດີນທາງ ເຂົ້າໄປປະເທດຕວກກີ.

EyWwB5WU57MYnKOuYBmau5x6KbpiLQrkAZeJVsEum8HOf8UebLpoyS

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...