Homeຂ່າວພາຍ​ໃນສູນກາງແນວລາວສ້າງຊາດ ຈະຈັດກອງປະຊຸມພົບປະ ຜູ້ຊົງຄຸນວຸດທິທົ່ວປະເທດ!

ສູນກາງແນວລາວສ້າງຊາດ ຈະຈັດກອງປະຊຸມພົບປະ ຜູ້ຊົງຄຸນວຸດທິທົ່ວປະເທດ!

Published on

l253

ຂ​ປລ. ຄະນະ​ກຳມະການ ​ສູນ​ກາງ​ແນ​ວລາວ​ສ້າງ​ຊາດ (ສນຊ) ​ແຈ້ງ​ໃຫ້​ຊາບ​ວ່າ: ຜ່ານ​ການ​ກະກຽມ​ໃນ​ດ້ານ​ຕ່າງໆ​ ມາ​ຮອດ​ປັດ​ຈຸ​ບັນ​ນີ້ ​ແມ່ນ​ໄດ້​ມີ​ຄວາມ​ກຽມພ້ອມ​ ໃນ​ທຸກ​ດ້ານ ​ເພື່ອ​ດຳ​ເນີນ​ ກອງ​ປະຊຸມ​ຜູ້​ຊົງ​ຄຸນ​ວຸດທິທົ່ວ​ປະ​ເທດ ​ເຊິ່ງຈະ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 28-30 ພະຈິກ 2015 ທີ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ຈະ​ມີ​ຜູ້​ແທນ​ເຂົ້າ​ຮ່ວມ​ ທັງ​ໝົດ 1.400 ກວ່າທ່ານ, ​ໃນ​ນັ້ນ​ ຈະ​ມີ​ຕົວ​ແທນ​ຂອງ​ຊົນ​ເຜົ່າ​ ໃນ​ທົ່ວ​ປະ​ເທດ​ຈຳນວນ 49 ຊົນ​ເຜົ່າ​ເຂົ້າ​ຮ່ວມ. ການ​ຈັດ​ກອງ​ປະຊຸມ​ດັ່ງກ່າວ ​ແມ່ນ​ໜຶ່ງ​ໃນ​ການ​ສະ​ເຫລີ​ມສະຫລອງ ວັນ​ສຳຄັນ​ປະຫວັດສາດ​ ຂອງ​ຊາດ ກໍ​ຄື ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ.

ທ່ານ ວົງ​ຈັນ ພົມ​ສະຫວັດ ຮອງ​ປະທານ​ສູນ​ກາ ງ​ແນວ​ລາວ​ສ້າງ​ຊາດ, ຜູ້​ຊີ້​ນຳ​ວຽກ​ງານ​ຊົນ​ເຜົ່າ ​ໄດ້​ຖະ​ແຫລ​ງ ຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 25 ພະ​ຈັກ 2015 ​ໂດຍ​ໄດ້​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ພົບ​ປະ​ຜູ້​ຊົງ​ຄຸນ​ວຸດທິ ທົ່ວ​ປະ​ເທດ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ປັບປຸງ ​ແລະ ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ ທົ່ວ​ປວງ​ຊົນລາວ ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ແຮງ​ ສັງ​ລວມຂອງ​ຊາດ​ເຮົາ ດັ່ງ​ນັ້ນ ຜູ້​ແທນ​ກອງ​ປະ​ຊຸມ​ ຈະ​ໄດ້​ຮ່ວມກັນ​ສະຫລຸບ​ຕີ​ລາຄາ​ ການຈັດ​ຕັ້ງ​ປະຕິບັດ ບັນດາ​ມະຕິຂ​ອງພັກ ​ກ່ຽວ​ກັບ​ນະ​ໂຍບາຍ​ຊົນ​ເຜົ່າ, ພ້ອມ​ນັ້ນ​ຍັງ​ຈະ​ໄດ້​ຮັບ​ຟັງ​ ການ​ໂອ້​ລົມ​ຂອງ​ການ​ນຳ ​ພັກ–ລັດ, ​ແນວລາວ​ສ້າງ​ຊາດ ​ແລະ ​ເຂົ້າ​ຮ່ວມ​ງາມ​ສະ​ເຫລີ​ມສະຫລອງ​ ສອງ​ວັນ​ປະຫວັດສາດ. ນອກ​ນັ້ນ ບັນດາ​ຜູ້​ແທນ​ຜູ້​ຊົງ​ຄຸນ​ວຸດທິ ຈາກ​ທ້ອງ​ຖິ່ນ​ຕ່າງໆ​ຈະ​ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ​ ບັນດາ​ໂຄງການ​ພັດທະນາ ​ເສດ​ຖະກິດ–ສັງຄົມ ​ຢູ່ ນະຄອນຫລວງ​ວຽງ​ຈັນ ​ຈຳນວນ​ໜຶ່ງ.

ທ່ານ ວົງ​ຈັນ ພົມ​ສະຫວັດ ຕາງໜ້າ​ໃຫ້ຄະນະ​ກຳມະການ ​ສູນ​ກາງ​ແນ​ວລາວ​ສ້າງ​ຊາດ ​ໄດ້​ເຊີນຊວນ​ພະນັກ ງານ, ລັດຖະກອນ, ທະຫານ, ຕຳ​ຫລວດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໂດຍ​ສະ​ເພາະ​ແມ່ນ ​ຊາວ​ນະຄອນຫລວງ​ວຽງ​ຈັນ ຮ່ວມ​ກັນ​ເປັນ​ເຈົ້າພາບ ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ນີ້ ລວມ​ເຖິງ​ການສະ​ເຫລີ​ມສະຫລອງ​ 2 ວັນ​ປະຫວັດສາດ​ ໃຫ້​ມີ​ຄວາມ​ຄຶກຄື້ນ ​ແລະ ສົມ​ກຽດ. ພ້ອມ​ນີ້, ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ທຸກ​ຊັ້ນ​ຄົນ, ສາສະໜາ ​ແລະ ທຸກ​ເພດ​ໄວ ຕະຫລອດ​ຮອດ ​ບັນດາ​ພີ່ນ້ອງ​ຊາວ​ລາວ​ ທີ່​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດ ​ເຊິ່ງຍາມ​ໃດ​ກໍ​ໄດ້​ໃຫ້ການ​ສະໜັບ​ສະ​ໜູນ ພາລະກິດ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ປອງ​ດອງ ​ທົ່ວ​ປວງ​ຊົນ​ທັງ​ຊາດ ຂອງ​ອົງການ​ແນວ​ລາວ​ສ້າງ​ຊາດ ​ໃນ​ໂລ​ຍະ​ຜ່ານ​ມາ ​ແລະ ​ເຊື່ອ​ໝັ້ນ​ວ່າ ທຸກ​ທ່ານ​ຈະ​ສືບ​ຕໍ່​ ໃຫ້ການ​ສະໜັບສະໜູນ​ຕະຫລອດ​ໄປ ​ໃນ​ຕໍ່ໜ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...