Homeຂ່າວເຫດການຫາລືການປະສານງານ ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ

ຫາລືການປະສານງານ ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ

Published on

d155a8534a7de4e7a864a6204761d026

ກອງ​ປະຊຸມທົບ​ທວນ ແລະ ປຶກສາ​ຫາລື​ກ່ຽວ​ກັບການ​ປະສານ​ງານ ອົງການ​ກວດ​ສອບແຫ່ງ​ລັດ ແລະ ອົງການ​ກວດກາລັດຖະບານ ປະຈຳ​ປີ 2015 ຂຶ້ນ ວັນ​ທີ 23 ພະຈິກ 2015 ຢູ່​ທີ່​ອົງການ​ກວດ​ສອບ​ແຫ່ງ​ລັດ ໂດຍເປັນ​ປະທານ​ຂອງ​ທ່ານ ​ດຣ. ບຸນທອງ ຈິດ​ມະນີ ປະທານ​ຄະນະກວດກາ​ສູນ​ກາງ​ພັກ ປະທານ​ອົງການ​ກວດກາ​ລັດຖະບານ ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຂັ້ນ​ສູນ​ກາງ ທ່ານ ​ດຣ. ນາງ ວຽງ​ທອງ ສີ​ພັນ​ດອນ ປະທານອົງການ​ກວດ​ສອບ​ແຫ່ງ​ລັດ ມີບັນດາ​ພະນັກງານ​ອົງການ​ກວດສອບ​ແຫ່ງ​ລັດ ອົງການ​ກວດກາລັດຖະບານ ຕາງໜ້າ​ກົມ​ກວດກາພະ​ແນກ​ກວດກາ ບັນດາ​ກະຊວງ ແລະ ຕ່າງ​ແຂວງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໄດ້​ທົບ​ທວນຄືນ ຜົນ​ການຈັດຕັ້ງ​ປະຕິບັດບົດ​ບັນທຶກ​ການ​ປະສານ​ງານ ລະຫວ່າງອົງການ​ກວດກາ​ລັດຖະບານກັບອົງການ​ກວດ​ສອບ​ແຫ່ງ​ລັດ ທົບທວນຄືນ​ຜົນ​ການຈັດຕັ້ງ​ປະຕິບັດ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ການເຜີຍແຜ່​ມະຕິ​ຂອງ​ສະພາ​ແຫ່ງຊາດ ກ່ຽວ​ກັບ​ວຽກ​ງານ​ກວດສອບ​ແຫ່ງ​ລັດ ແລະ ວຽກ​ງານກວດກາ​ລັດຖະບານ ຜົນ​ການກວດ​ສອບ​ບົດ​ສະຫຼຸບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ ຜ່ານ​ຮ່າງ​ບົດບັນທຶກ​ການປະສານ​ງານລະຫວ່າງ ອົງການ​ກວດກາ​ລັດ​ຖະບານກັບອົງການ​ກວດ​ສອບແຫ່ງ​ລັດ ນອກຈາກ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​ມີ​ການ​ປະກອບ​ຄຳ​ເຫັນຂອງ​ອົງການ​ກວດກາ​ລັດຖະບານ ວຽກ​ງານ​ການ​ກວດ​ສອບ​ອົງການຈັດ​ຕັ້ງ​ລັດ ວຽກ​ງານ​ການ​ກວດສອບ​ທະນາຄານ ແລະ ວິ​ສາຫະ​ກິດ ຄຳ​ເຫັນ​ຂອງ​ຄະນະ​ກວດສອບ ອົງການ​ກວດ​ສອບ​ປະຈຳພາກ​ເໜືອຂອງ​ຄະນະ​ກວດ​ສອບ ອົງການ​ກວດ​ສອບ​ປະຈຳ​ພາກກາງ ອົງການ​ກວດ​ສອບ​ປະຈຳພາກ​ໃຕ້ ອົງການ​ກວດ​ສອບ​ແຫ່ງລັດ ອົງການ​ກວດ​ສອບ​ລັດ​ຖະບານ ກົມ​ກວດກາ​ກະຊວງ​ການເງິນ ກະຊວງ​ແຜນການ ແລະ ການ​ລົງທຶນ ກະຊວງ​ຊັບ​ພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດລ້ອມ ກະຊວງ​ພະລັງງານ ແລະ ບໍ່​ແຮ່ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ພະ​ແນກ​ກວດກາ​ລັດ ນະຄອນ​ຫຼວງ​ວຽງ​ຈັນ ແຂວງ​ຫຼວງພະ​ບາງ ສະຫວັນ​ນະ​ເຂດ ແລະ ພະ​ແນກ​ກວດກາ​ລັດ ແຂວງ​ຈຳປາ​ສັກ ໃນ​ຕອນ​ທ້າຍ​ທ່ານ ​ດຣ. ບຸນ​ທອງ ຈິດ​ມະນີ ປະທານ​ຄະນະກວດກາ​ສູນ​ກາງ​ພັກ ປະທານ​ອົງການ​ກວດກາ​ລັດຖະບານ​ ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ຕື່ມ​ອີກ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...