spot_img
Homeຂ່າວການພັດທະນາລາວຖືກຈັດໃຫ້ເປັນອັນດັບທີ 3 ຂອງປະເທດທີ່ສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ໄດ້ດີໃນໂລກ

ລາວຖືກຈັດໃຫ້ເປັນອັນດັບທີ 3 ຂອງປະເທດທີ່ສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ໄດ້ດີໃນໂລກ

Published on

child

ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ລາວ​ໃຫ້​ຮູ້​ວ່າ: ​​ປັດຈຸບັນ​ລາວ​ຖືກ​ຈັດ​​ຢູ່​ໃນອັນ​ດັບ​ທີ 3 ຂອງ​ປະ​​ເທດ​ທີ່​ສາມາດ​ຫຼຸດຜ່ອນອັດຕາ​ການຕາຍ​ຂອງ​ແມ່​ໄດ້​ດີ​ໃນ​ໂລກ, ຍ້ອນ​ຄວາມ​ເອົາ​ໃຈ​​ໃສ່ຂອງ​ລັດ ຖະບານ, ກໍ​ຄື​ກະຊວງ​ສາທາລະນະ​ສຸກ​​ໄດ້​ເຮັດ​ໃຫ້ການ​ບໍລິການ​ດ້ານ​ສຸຂະພາບ​ຈະ​ເລີ​ນພັນກໍ​ຄື​ການວາງ​ແຜນ​ຄອບຄົວ​ເຂົ້າ​ເຖິງ​ປະຊາຊົນ​ໄດ້​ຫຼາຍ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ເຂດ​ຫ່າງ​ໄກ​ສອກຫຼີກ,ຊຶ່ງ​ຖ້າ​ທຽບ​ໃສ່​ເມື່ອ​ກ່ອນ​ອັດຕາ​ການ​ຕາຍ​ຂອງ​ແມ່ສູງ​ເຖິງ 450 ຄົນ/ 100.000 ຄົນ ​ໃນ​ປີ 2005  ​ແລະ ສາ​​ເຫດ​ການ​ຕາຍ​ສູງດັ່ງກ່າວ​ແມ່ນ​​ເກີດ​ຈາກ​ອາການ​ສົນ​​ໃນ​ລະຫວ່າງ​ການ​ຖືພາ ​ແລະ ​ເກີດ​ລູກ,​ ແຕ່​ຮອດ​ປັດຈຸບັນ​ລາວ​ສາມາດ​ຫຼຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ແມ່​ລົງ​ຢູ່​ໃນ​ລະດັບ 220 ຄົນ​/ 100.000 ຄົນ​ ​ແລະ ​ເຖິງ​ວ່າ​ອັດຕາ​ການ​ຕາຍ​ຂອງ​ແມ່​ໃນ​ລາວ​ຈະ​ຍັງ​ເປັນ​

ອັດຕາ​ທີ່​ສູງ,​ ແຕ່​ເມື່ອ​ທຽບ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ແລ້ວ​ລາວ​ຖື​ເປັນ​ປະ​ເທດ​ຕົ້ນ​ທີ່​ສາມາດຫຼຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ແມ່​ໄດ້​ດີ​ທີ່​ສຸດ, ພ້ອມ​ນັ້ນ​ໃນ​ຫຼາຍ​ປີຜ່ານມາ​ລາວ​ຍັງ​ສາມາດ​ຫຼຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ເດັກ​ອາຍຸ​ຕ່ຳ​ກວ່າ5 ປີ​ໄດ້​ຢ່າງ​ວ່ອງ​ໄວ, ຊຶ່ງ​ຖື​ກຈັດ​ໃຫ້​ເປັນ​ປະ​ເທດ​ທີ່ 29 ທີ່​ໄວ​ກວ່າ​ໝູ່​ໃນ 75 ປະ​ເທດ​ໃນ​ທົ່ວ​ໂລກ. ຊຶ່ງ​ທັງ​ໝົດ​ນັ້ນ​ກໍ​ແມ່ນ​ຍ້ອນ​ການ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ກໍ​ຄື​ກະຊວງ​ສາທາລະນະ​ສຸກ,​ ພົ້ນ​​ເດັ່ນ​ແມ່ນ​ການ​ສ້າງ​ແພດ​ພະ​ດຸ​ງຄັນ​ໄດ້​ຢ່າງ​ພຽງພໍ ​ແລະ ສູນ​ບໍ​ລິ​ການ​ດ້ານ​ສຸ​ຂະ​ພາບ​ໄດ້​ກວ້າງ​ຂວາງ​ທົ່ວ​​ເຖິງ​ຫຼາຍຂື້ນ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...