Homeມູມໄອທີລາວຫຼຸດຮູບໂຕເຄື່ອງ Mate 8 ຢ່າງເປັນທາງການ

ຫຼຸດຮູບໂຕເຄື່ອງ Mate 8 ຢ່າງເປັນທາງການ

Published on

image
ມື້ນີ້ເປັນມື້ທຳອິດທີ່ຫົວເຫວີ່ຍ Mate 8 ມີຮູບຫຼຸດອອກມາຢ່າງເປັນທາງການ. ຫຼັງຈາກທີ່ຊ່ວງໄລຍະເວລາທີ່ຜ່ານມານັ້ນລ້ວນແລ້ວຕ່າງກໍມີຮູບຫຼຸດອອກມາແຕ່ກໍບໍ່ໄດ້ຮັບການຢືນຢັນຈາກທາງຫົວເຫວີ່ຍເລີຍ ລວມໄປເຖິງຮູບພາບທີ່ມີຄົນສ້າງຂຶ້ນມາເອງອີກນຳ, ເຮົາມາເບິ່ງນຳກັນເລີຍວ່າຮູບທີ່ຫຼຸດອອກມານັ້ນມີການປ່ຽນແປງແນວໃດແດ່

image

ຫົວເຫວີ່ຍ Mate 8 ນັ້ນມີໜ້າຈໍຂະໜາດ 6 ນິ້ວທີ່ຄວາມລະອຽດ 1920 x 1080 ພິິກເຊວ  ແລະເປັນໂລຫະໝົດໂຕ , ຈາກຮູບທີ່ເຮົາເຫັນດ້ານເທິງນີ້ຈະສັງເກດເຫັນວ່າ Mate 8 ນັ້ນຈະມີໜ້າຈໍແບບໄຮ້ຂອບ ບວກກັບເຊັນເຊີ້ລາຍນິ້ວມືທີ່ດ້ານຫຼັງໂຕເຄື່ອງ ແລະມີການອອກແບບບໍລິເວນກ້ອງໃໝ່ຕ່າງຈາກລຸ້ນ Mate S

image

ສຳລັບລາຍລະອຽດສະເປັກໂດຍລວມຂອງ Mate 8 ທີ່ເຮົາຮູ້ກັນແລ້ວມີຄື:

– ໃຊ້ງານໜ່ວຍປະມວນຜົນໃໝ່ຫຼ້າສຸດຄື Kirin 950 SoC ທີ່ມາພ້ອມກັບຊິບກຣາບຟິກ Mali T880. Kirin 950 ນັ້ນມີຂະບວນການຜະລິດແບບ 16 ນາໂນແມັດ ພ້ອມກັບເທັກໂນໂລຢີແບບໃໝ່ທີ່ເອີ້ນວ່າ FinFET ເຊິ່ງຈະຊ່ວຍໃຫ້ການເຮັດວຽກມີປະສິດທິພາບຫຼາຍຂຶ້ນກວ່າເກົ່າເຖິງ 40% ແລະປະຫຍັັດພະລັງງານໄດ້ຫຼາຍກວ່າເກົ່າເຖິງ 60%

– ໂຕເຄື່ອງເປັນອາລູມີນ້ຽມໝົດໂຕ

– ສາມາດເພີ່ມ MicroSD Card ໄດ້ສູງສຸດ 128 GB

– ແບັດເຕີຣີຍັງບໍ່ມີຂໍ້ມູນຫຼຸດອອກມາແຕ່ຄາດວ່າໜ້າຈະໃຫ້ມາ 4,100 mAh

– ລະບົບປະຕິບັດການ Android 6.0 Marshmallow ຄອບດ້ວຍ EMUI 4.0

+ ມີ 2 ລຸ້ນທີ່ຈະວາງຈຳໜ່າຍຄື:
– ລຸ້ນທຳມະດາທີ່ມາພ້ອມກັບ Rom 32 GB ແລະ Ram 3 GB
– ລຸ້ນພຣີມ້ຽມທີ່ມາພ້ອມກັບ Rom 64 GB ແລະ Ram 4 GB

ສຳລັບມື້ເປີດໂຕຢ່າງເປັນທາງການຂອງ Mate 8 ນີ້ແມ່ນວັນທີ 26.11.15 ຫຼືມື້ອື່ນນີ້ເອງ ຈັງໃດກະຖ້າສະຫຼຸບຂໍ້ມູນທັງໝົດໄວ້ມື້ອື້ນເລີຍເນາະ ^^

ທີ່ມາ: Huaweiblog

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...