HomeມູມໄອທີລາວGoogle ຖືກຮ້ອງຮຽນລິ້ງລະເມີດລິຂະສິດເຖິງ 1500 ລິ້ງຕໍ່ນາທີ

Google ຖືກຮ້ອງຮຽນລິ້ງລະເມີດລິຂະສິດເຖິງ 1500 ລິ້ງຕໍ່ນາທີ

Published on

image

ບໍລິສັດສື່ໄດ້ເປີດເຜີຍວ່າ ບໍລິສັດກູເກີ້ນຕ້ອງໄດ້ຕໍ່ສູ້ກ່ຽວກັບການລະເມີດລິຂະສິດເທິງໂລກອອນລາຍນັບມື້ນັບຫຼາຍຂຶ້ນເລື້ອຍໆ, ຕອນນີ້ເອງກູເກີ້ນມີຄຳຮ້ອງຮຽນກ່ຽວກັັບການລະເມີດລິຂະສິດເຖິງ 2 ພັນລ້ານລາຍການຕໍ່ມື້, ບໍລິສັດກູເກີ້ນໄດ້ເປີດເຜີຍວ່າເມື່ອເດືອນຕຸລາທີ່ຜ່ານມານີ້ ພວກເຂົາໄດ້ຮັບການຮ້ອງຮຽນກ່ຽວກັບການລະເມີດລິຂະສິດຫຼາຍກວ່າ 65 ລ້ານລາຍການ ຫຼືຄິດເປັນນາທີລະ 1500 ລາຍການຕໍ່ການຮ້ອງຮຽນຈາກຜູ້ຜະລິດສື່ແລະເຈົ້າຂອງລິຂະສິດກວ່າ 5069 ເຈົ້າລວມກັນ.

image

ຈຳນວນຮ້ອງຮຽນໃຫ້ຈັດການລິ້ງເວັບໄຊລະເມີດລິຂະສິດນັ້ນມີຈຳນວນເພີ່ມຂຶ້ນສອງເທົ່າຈາກປີກ່ອນທີ່ມີຢູ່ຫຼາຍແລ້ວ ແຕ່ບາງເທື່ອທາງຜູ້ຍື່ນເລື່ອງຮ້ອງຮຽນກໍບໍ່ໄດ້ສົ່ງລິ້ງເວັບໄຊທີ່ຖືກຕ້ອງສຳລັບການດຳເນີນການສະກັດກັ້ນການເຂົ້າເຖິງຂໍ້ມູນເຖື່ອນເຫຼົ່ານັ້ນ ບາງເທື່ອກໍເປັນລິ້ງທີ່ບໍ່ສາມາດໃຊ້ງານໄດ້ ແລະບາງເທື່ອກໍໄປຊ້ຳກັບເນື້ອຫາອື່ນທີ່ຮ້ອງຂໍລິຂະສິດຢ່າງຖືກຕ້ອງອີກນຳ.

ສິ່ງທີ່ເຮັດໃຫ້ຈຳນວນໂຕເລກຂອງການຮ້ອງຮຽນສູງເຖິງຂະໜາດນີ້ແມ່ນມາຈາກກຸ່ມ British Recorded Music Industry (BPI) ແລະ Recording Industry Association of America (RIAA). ສິ່ງທີ່ມີການຮ້ອງຮຽນເຂົ້າມານັ້ນກູເກີ້ນເອງກໍຊ່ວຍຈັດການຕໍ່ສູ້ກັບການລະເມີດລິຂະສິດເຫຼົ່ານີ້ໂດຍການບໍ່ສະແດງຜົນການຄົ້ນຫາເປົ້າໝາຍ ຫຼື ອາດຈະມີການປັບຫຼຸດລະດັບ Page Ranking (ອັນດັບໜ້າເວັບໄຊ) ຂອງບັນດາເວັບໄຊທີ່ຮູ້ຈັກກັນດີວ່າເປັນແຫຼ່ງເຜີຍແຜ່.

ລວມໄປເຖິງລາຍງານຈາກ TorrentFreak ນັ້ນກໍໄດ້ມີການລະບຸປະເດັນຄ້າຍໆກັນວ່າ ໄດ້ມີການຮຽກຮ້ອງໃຫ້ທາງກູເກີ້ນຂຶ້ນບັນຊີດຳໃນການເຂົ້າເຖິງແຫຼ່ງທີ່ຜິດກົດໝາຍ ເຊິ່ງລະເມີດຊັບສິນທາງປັນຍາເຫຼົ່ານີ້ແບບເໝົາຍົກໄປເລີຍ ແຕ່ກໍເປັນທາງກູເກີ້ນເອງທີ່ບອກວ່າມາດຕະການແບບເຂັ້ມງວດນັ້ນອາດຈະບໍ່ເປັນວິທີແກ້ໄຂທີ່ຖືກຕ້ອງໃນໄລຍະຍາວກໍເປັນໄດ້.

ທີ່ມາ: Kitguru

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...