spot_img
Homeຂ່າວການສຶກສາຮ່າງແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງລາວ

ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງລາວ

Published on

99163500804488145819

ປະຕິບັດຕາມພັນທະຂອງ ສປປ.ລາວ ຕໍ່ສົນທິສັນຍາ ຊີດໍ ກໍຄືຖະແຫລງການ
ຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ຈິ່ງໄດ້ມີການ
ຮ່າງແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່
ແມ່ຍິງໃນ ສປປ.ລາວ ແຕ່ປີ 2014-2020 ຂຶ້ນ ເພື່ອໃຊ້ເປັນເອກະສານໃຫ້
ແຕ່ລະຂະແໜງການ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດການປ້ອງກັນ ແລະ
ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເພື່ອຮັບປະກັນໃຫ້ຮ່າງແຜນດຳເນີນງານ
ດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ແລະ ແທດເໝາະກັບແຕ່ລະທ້ອງຖິ່ນ.
ໃນວາລະກອງປະຊຸມຄັ້ງນີ້ ທ່ານນາງ ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳ
ຫ້ອງວ່າການລັດຖະບານ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງ
ແມ່ຍິງແຫ່ງຊາດ ໄດ້ກ່າວໄຂກອງປະຊຸມ ຊຶ່ງທ່ານໄດ້ຍົກໃຫ້ເຫັນກ່ຽວກັບບັນດາ
ຮູບການ ແລະຜົນກະທົບຂອງຄວາມຮຸນແຮງຕໍ່ແມ່ຍິງ ກໍຄືຜົນກະທົບຕໍ່ການ
ພັດທະນາເສດຖະກິດສັງຄົມຂອງຊາດ ແລະ ການກີດຂວາງຄວາມກ້າວໜ້າຂອງ
ແມ່ຍິງ ແລະ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງການ
ສ້າງແຜນດຳເນີນງານແຫ່ງຊາດ ປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ
ໃນ ສປປ.ລາວ ຊຶ່ງປະກອບດ້ວຍ 6 ພາກຄື: ພາກທີ 1.ຄວາມຮຸນແຮງຕໍ່
ແມ່ຍິງໃນໂລກ ແລະ ໃນ ສປປ.ລາວ ພາກທີ 2.ເນື້ອໃນແຜນງານການ
ດໍາເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່
ແມ່ຍິງໃນ ສປປ.ລາວ ພາກທີ 3.ເວົ້າເຖິງງົບປະມານໃນການຈັດຕັ້ງປະຕິບັດ
ພາກທີ 4.ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ພາກທີ 5.
ການຕິດຕາມກວດກາ ແລະ ປະເມີນຜົນ ແລະ ພາກທີ 6.ມາດຕະການ
ໃນການຈັດຕັ້ງປະຕິບັດ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ທັນວາ 2013
ທີ່ສູນເຝິກອົບຮົມ ແລະ ການຮ່ວມມືສາກົນ ຫລັກ 5 ນະຄອນຫລວງວຽງຈັນ
ພາຍໃຕ້ການເປັນປະທານຂອງທ່ານນາງ ເຂັມແພງ ພົນເສນາ ລັດຖະມົນຕີ
ປະຈຳຫ້ອງວ່າການລັດຖະບານ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າ
ຂອງແມ່ຍິງແຂວງ ນະຄອນຫລວງວຽງຈັນ ແລະ ພະນັກງານວິຊາການຈາກ
ກອງເລຂາຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງທົ່ວປະເທດ
ເຂົ້າຮ່ວມ 50 ກ່ວາຄົນ.

ຂ່າວ/ພາບ: ເທພະວົງສອນ

ທີ່ມາ http://www.vtetoday.la

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...