spot_img
Homeຂ່າວການພັດທະນາດາວທຽມລາວດວງທຳອິດຂຶ້ນສູ່ ວົງໂຄຈອນ

ດາວທຽມລາວດວງທຳອິດຂຶ້ນສູ່ ວົງໂຄຈອນ

Published on

2-1

(ຂປລ) ດາວທຽມເພື່ອ ການສື່ສານດວງທຳອິດຂອງ ສປປ ລາວ ຫຼື (Lao Sat-1) ໄດ້ຖືກປ່ອຍຂຶ້ນສູ່ວົງໂຄຈອນ ທີ 128.5 ອົງສາຕາເວັນອອກ ໃນຕອນເຊົ້າວັນທີ 21 ພະ ຈິກຜ່ານມາ ຢູ່ແຂວງສີສວນ ສປ ຈີນ ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງ ຈາກ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມ.
ພິທີປ່ອຍດາວທຽມ Lao Sat 1 ເປັນຂອງຂວັນພິເສດ ຈາກລັດຖະບານ ສປ ຈີນ ແກ່ ສປປ ລາວ ເນື່ອງໃນໂອ ກາດສະເຫຼີມສະຫຼອງວັນສະ ຖາປະນາ
ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຄົບຮອບ 40 ປີ, ວັນທີ 2 ທັນວາ. ລະ ບົບທັງໝົດຂອງດາວທຽມ Lao Sat 1  ຈະຖືກຄວບຄຸມ ບັນຊາການຢູ່ສະຖານີ ດາວທຽມ ລາວ ຊຶ່ງຕັ້ງຢູ່ເມືອງຫາດຊາຍ ຟອງ ນະຄອນຫຼວງວຽງຈັນ ໂດຍນັກວິຊາການ 50 ຄົນ ທີ່ເປັນຄົນລາວ ແລະ ຊ່ຽວຊານ ຈາກ ສປ ຈີນ.
ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 18 ພະ ຈິກນີ້ວ່າ: ການປ່ອຍດາວ ທຽມ Lao Sat 1 ນຳຜົນປະໂຫຍດ ຢ່າງຫຼວງຫຼາຍມາສູ່ປະເທດ ພວກເຮົາ ເພາະວ່າເນື້ອທີ່ສ່ວນ ໃຫຍ່ຂອງປະເທດແມ່ນເປັນພູ ແລະ ດາວທຽມ Lao Sat 1 ຈະໄດ້ຮັບ ການນຳໃຊ້ສຳລັບຈຸດ ປະສົງຕ່າງໆ ອັນລວມທັງເພື່ອ ການສຶກສາ ແລະ ການປິ່ນປົວ ທາງການແພດທາງໄກ, ການ ຄົມມະນາຄົມ ແລະ ການ ເຊື່ອມຕໍ່ອິນເຕີເນັດ, ນຳໃຊ້ເຂົ້າ ໃນວຽກງານຕ້ານໄພພິບັດ.
ທ່ານກ່າວຕື່ມວ່າ: ດາວ ທຽມ Lao Sat 1 ຈະມີອາຍຸ ພຽງແຕ່ 15 ປີ ດັ່ງນັ້ນໃນໄລ ຍະເວລາດັ່ງກ່າວ ພວກເຮົາຈະ ເຮັດສຸດຄວາມສາມາດເພື່ອ ນຳລາຍຮັບທີ່ໄດ້ມາ ເຂົ້າໃນ ການພັດທະນາຂະແໜງການ ຕ່າງໆ. ສັນຍານດາວທຽມ Lao Sat 1 ຈະກວມເອົາ 15 ປະເທດ ສປປ ລາວ ສາມາດບໍ ລິການເຊົ່າສັນຍານດາວທຽມ ດັ່ງກ່າວໃຫ້ກັບຫຼາຍໆ ປະເທດ ເນື່ອງຈາກວ່າຄວາມຕ້ອງການ ໃນລາວມີໜ້ອຍ. ດາວທຽມ ດວງດັ່ງກ່າວ, ເປັນເຈົ້າຂອງ ໂດຍ ບໍລິສັດລາວແຊັດວັນ ຈອຍເວັນເຈີ ແລະ ປະກອບ ດ້ວຍ 22 ຊ່ອງສັນຍານ ຊຶ່ງ 2 ຊ່ອງສັນຍານຈະຖືກນຳໃຊ້ສຳ ລັບການບໍລິການສື່ສານພາຍ ໃນປະເທດ, ສ່ວນທີ່ເຫຼືອຈະ ເປີດໃຫ້ບໍລິສັດຕ່າງປະເທດ ເຊົ່າ. ຜູ້ຖືຫຸ້ນຂອງບໍລິສັດລາວ ແຊັດ ວັນ ປະກອບດ້ວຍລັດ ຖະບານລາວ ຖືຫຸ້ນ 45%, ບໍ ລິສັດໂທລະຄົມມະນາຄົມຈີນ (China Asia-Pacific Mobile Telecommunications Satellite Co. Ltd) 35% ກຸ່ມບໍລິສັດອະວະກາດຈີນ (Space Star Technology Co. Ltd) 15% ແລະ ບໍລິ ສັດເຕັກໂນໂລຊີດາວທຽມ ທີ່ຮົງກົງ (Asia-Pacific Sa- tellite Technology) 5% ມີມູນຄ່າກໍ່ສ້າງ 258 ລ້ານໂດ ລາສະລັດ, ໄດ້ຮັບທຶນຈາກ ສປ ຈີນ.
ໂຄງການດາວທຽມ Lao Sat 1 ໄດ້ເລີ່ມຂຶ້ນໃນປີ 2006 ຕໍ່ມາໃນເດືອນພຶດສະພາ ປີ 2008 ລັດຖະບານຂອງ ສປປ ລາວ ໄດ້ນຳສົ່ງເອກະສານ ການຈອງ ແລະ ນຳໃຊ້ຕຳ ແໜ່ງວົງຈອນ 128.5 ອົງສາຕາເວັນອອກ. ໜຶ່ງປີຕໍ່ມາ, ອົງການວິທະຍາສາດ ແລະ ເຕັກໂນໂລຊີ ຂອງລາວ ໄດ້ເຊັນບົດ ບັນທຶກຄວາມເຂົ້າໃຈກັບບໍລິສັດ ອາຊີປາຊີຟິກ ດາວທຽມໂທ ລະຄົມມະນາຄົມຈຳກັດ ເພື່ອ ກູ້ຢືມເງິນມາພັດທະນາໂຄງການໃນປີ 2012 ລັດຖະບານລາວໄດ້ລົງນາມໃນຂໍ້ຕົກລົງ ມູນຄ່າ 258 ລ້ານໂດລາ,​ ຈາກທະນາ ຄານ ເພື່ອການສົ່ງອອກ ແລະ ນຳເຂົ້າຂອງ ສປ ຈີນ ແລະ ວັນທີ 30 ຕຸລາ ລັດຖະ ບານລາວໄດ້ລົງນາມກັບສາມ ບໍລິສັດຈາກຈີນ, ສ້າງຕັ້ງບໍລິ ສັດຮ່ວມທຶນ Lao Sat 1.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...