Homeຂ່າວຕ່າງປະເທດແບນຊິກ ຍົກລະດັບເຕືອນໄພຢູ່ບຣຸກແຊນສູງສຸດ ຫລັງພົບຜູ້ຖືກຫາ ຄະດີໂຈມຕີປາຣີ!

ແບນຊິກ ຍົກລະດັບເຕືອນໄພຢູ່ບຣຸກແຊນສູງສຸດ ຫລັງພົບຜູ້ຖືກຫາ ຄະດີໂຈມຕີປາຣີ!

Published on

EyWwB5WU57MYnKOuYBnicmVLg2kfieX2KHyLOlBUvA1ICLPtw4wSpa

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ພະຈິກນີ້ວ່າ ສຳນັກງານສືບຂ່າວແບນຊິກ ໄດ້ຮັບແຈ້ງວ່າ ທ້າວ ຊາລາ ອັບເດຊາລາມ ອາຍຸ 26 ປີ ຊຶ່ງເປັນຜູ້ຖືກຫາ ໃນຄະດີກໍ່ການຮ້າຍ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ຊຶ່ງຖືກອອກໝາຍຈັບແລ້ວ ໄດ້ຍ່າງຢູ່ບໍລິເວນຖະໜົນແຫ່ງໜຶ່ງ ໃຈກາງນະຄອນຫລວງບຣຸກແຊນ ຈຶ່ງໄດ້ສັ່ງໃຫ້ເຈົ້າໜ້າທີ່ ປະຈຳການປ້ອງກັນ ແລະ ຍົກລະດັບການເຕືອນໄພ ຢູ່ນະຄອນຫລວງບຣຸກແຊນ ຈາກລະດັບ 3 ຂຶ້ນເປັນລະດັບ 4 ຊຶ່ງເປັນລະດັບສູງສຸດ.

ທັງນີ້ ທ້າວ ອັບເດຊາລາມ ຖືກອອກໝາຍຈັບ ເນື່ອງຈາກເປັນຜູ້ຖືກຫາ ເປັນຜູ້ລົງມືກວາດຍິງ ຢູ່ບໍລິເວນໜ້າຮ້ານອາຫານ ໃນວັນທີ 13 ພະຈິກຜ່ານມາ ຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ ແລະ ແຫລ່ງຂ່າວຍັງໃຫ້ຮູ້ອີກວ່າ ເຈົ້າໜ້າທີ່ຕຳຫລວດ ສາມາດຈັບກຸມຜູ້ຖືກສົງໄສ ໃນຄະດີດຽວກັນນີ້ອີກ ຈຳນວນ 9 ຄົນແລ້ວ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...