Homeຂ່າວພາຍ​ໃນການແຂ່ງຂັນບານເຕະລາລີກາ ແອດສະປາຍ ມີຕຳຫຼວດເບີ່ງແຍງເຖິງ 1000 ຄົນ

ການແຂ່ງຂັນບານເຕະລາລີກາ ແອດສະປາຍ ມີຕຳຫຼວດເບີ່ງແຍງເຖິງ 1000 ຄົນ

Published on

ເພື່ອໃຫ້ໝັ້ນໃຈວ່າແຟນບານຈະສາມາດຮັບຊົມເກມການແຂ່ງຂັນບານເຕະລາລີກາ ແອດສະປາຍ 2015-2016 ລະຫວ່າງ ເຣອັລ ມາດຣິດ ພົບກັບ ບາເຊໂລນາ ເຊີ່ງຈະລົງແຂ່ງຂັນໃນທ້າຍອາທິດນີ້ທີ່ສະໜາມ ຊານຕິອາໂກ ເບີນາບິວ

ຄວາມເຄື່ອນໄຫວກ່ອນເກມການແຂ່ງຂັນລາລີກາ ແອດສະປາຍ ລະດູການ 2015-2016 ທີ່ຈະມີຂື້ນໃນທ້າຍອາທິດນີ້ ຟຣານຊິສໂກ ມາຕິເນສ ເລຂານຸການໜ່ວຍຮັກສາຄວາມປອດໄພຂອງແອດສະປາຍ ໄດ້ຍົກລະດັບການເຝົ້າລະວັງໃນເກມການແຂ່ງຂັນນັດນີ້ “ມີຄວາມສ່ຽງສູງ” ແຕ່ເຊື່ອວ່າຄວບຄຸມໄດ້ໂດຍແຟນບານຈະໄດ້ຮັບຄວາມປອດໄພສູງສຸດ

ທັງນີ້ໄດ້ມີການເພີ່ມມາດຕະການຮັກສາຄວາມປອດໄພເປັນພິເສດ ເພື່ອປ້ອງກັນບໍ່ໃຫ້ເຫດຮ້າຍແຮງເກີດຂື້ນ ຂະນະທີ່ ຟຣານຊິສໂກ ຍັງຈະມີແຜນເພີ່ມກຳລັງເຈົ້າໜ້າທີ່ຕຳຫຼວດ 2 ເທົ່າ ໂດຍຈະມີຕຳຫຼວດຢ່າງໜ້ອຍ 1,000 ຄົນ ໃນການເບີ່ງແຍງຄວາມເປັນລະບຽບຮຽບຮ້ອຍ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງສະໜາມອີກ 1,400 ຄົນ

10474

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...