Homeຂ່າວພາຍ​ໃນປາຣີ ແຊັງແຊແມັງ ໃສ່ເສື້ອທີ່ມີຂໍ້ຄວາມ Je Suis Paris ລົງແຂ່ງຂັນເສົານີ້

ປາຣີ ແຊັງແຊແມັງ ໃສ່ເສື້ອທີ່ມີຂໍ້ຄວາມ Je Suis Paris ລົງແຂ່ງຂັນເສົານີ້

Published on

ຄວາມເຄື່ອນໄຫວການແຂ່ງຂັນໃນລີກເອິງ ຂອງຝຣັ່ງ ຫຼ້າສຸດ ປາຣີ ແຊັງແຊແມັງ ທີມສູງສຸດແຫ່ງດິນແດນນ້ຳຫອມ ທີ່ກຽມຕົວລົງສະໜາມພົບກັບ ລໍລິຢົງ ໃນວັນເສົາວັນທີ 21 ພະຈິກ 2015 ນີ້ ຜູ້ຫຼີ້ນຂອງ ເປແອສເຊ ຈະຮ່ວມກັນໃສ່ເສື້ອທີ່ມີການຖັກຂໍ້ຄວາມ “Je Suis Paris” ທີ່ແປວ່າ “ພວກເຮົາຄືປາຣີ” ເພື່ອເປັນການໄວ້ອາໄລໃຫ້ແກ່ຜູ້ຕົກເປັນເຫຍື່ອຂອງຜູ້ກໍ່ການຮ້າຍໃນນະຄອນຫຼວງປາຣີ ເມື່ອວັນສຸກວັນທີ 13 ພະຈິກ 2015 ທີ່ຜ່ານມາ

ທັງນີ້ຂໍ້ຄວາມດັ່ງກ່າວຈະຖືກຖັກຢູ່ລຸ່ມຫໍ ໄອເຟລ ທີ່ເປັນກາຂອງສະໂມສອນ ຂະນະດຽວກັນຝ່າຍຈັດການແຂ່ງຂັນລີກເອິງ ໄດ້ປະກາດໃນລະຫວ່າງວັນທີ 20-22 ພະຈິກ 2015 ນີ້ ຫ້າມບໍ່ໃຫ້ກອງເຊຍຂອງຝ່າຍທີມເຢືອນເດີນທາງອອກມາເຊຍທີມຮັກດ້ວຍເຫດຜົນດ້ານຄວາມປອດໄພ, ໃນຂະນະທີ່ແຟນບານເຈົ້າຖີ່ນຕ້ອງຮັບຊົມເກມໂດຍປະສາຈາກກະເປົ໋າ ແລະ ຫ້າມພົກພາບັ້ງພຸຫຼືດອກໄມ້ໄຟຕ່າງໆຖ້າພົບເຫັນຈະຖືກເຈົ້າໜ້າທີ່ກັກກຕົວທັນທີ

10475

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...