Homeຂ່າວການພັດທະນາສ້າງຄວາມເຂັ້ມແຂງດ້ານການບໍລິການ ຈັດຫາຕະຫຼາດແຮງງານ

ສ້າງຄວາມເຂັ້ມແຂງດ້ານການບໍລິການ ຈັດຫາຕະຫຼາດແຮງງານ

Published on

d9fb7bdd016af6ac4427a889bd3df782

ກອງ​ປະຊຸມ​ຄະນະ​ກຳມະການຊີ້​ນຳ​ໂຄງການ ​ສ້າງ​ຄວາມ​ເຂັ້ມແຂງ​ດ້ານ​ການ​ບໍລິການ​ຈັດ​ຫາງານ ແລະ ຂໍ້​ມູນ​ຂ່າວສານ​ຕະຫຼາດ​ແຮງ​ງານ​ໃນ ​ສປປ ລາວ ໄດ້​ຈັດ​ຂຶ້ນ​ວັນ​ທີ 17 ພະຈິກ 2015 ຢູ່​ໂຮງແຮມ​ລາວ​ພລາ​ຊາ ໂດຍເປັນ​ປະທານ​ຂອງ​ທ່ານ ພູ​ວັນ ຈັນທະ​ວົງ ຫົວໜ້າ​ກົມ​ພັດທະນາ​ສີມືແຮງ​ງານ ແລະ ຈັດ​ຫາ​ງານ ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ ສ້າງຄວາມ​ເຂັ້ມແຂງ​ດ້ານ​ການ​ບໍ​ລິການ​ຈັດ​ຫາ​ງານ ແລະ ຂໍ້​ມູນຂ່າວສານ​ຕະຫຼາດ​ແຮງ​ງານ ມີ​ຜູ້ຕາງໜ້າ​ກະຊວງ​ຊັບພະຍາກອນມະນຸດ ແລະ ປະກັນ​ສັງຄົມ ​ສປ ຈີນ ຊ່ຽວຊານ​ອົງການ​ແຮງ​ງານສາກົນ ພ້ອມ​ດ້ວຍ​ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຈຸດປະສົງ​ກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ລາຍ​ງານ​ຜົນ​ຂອງ​ການ​ຈັດຕັ້ງ​ປະຕິບັດ​ໂຄງການ​ໃນ​ໄລຍະຜ່ານ​ມາ ພ້ອມ​ທັງ​ປຶກສາ​ຫາລືການຈັດຕັ້ງ​ປະຕິບັດ​ວຽກ​ງານໃນຕໍ່ໜ້າ ໂຄງການ​ສ້າງ​ຄວາມເຂັ້ມແຂງ​ດ້ານ​ການ​ບໍລິການ​ຈັດຫາ​ງານ ແລະ ຂໍ້​ມູນ​ຂ່າວສານຕະຫຼາດ​ແຮງ​ງານ ມີ​ຈຸດປະສົງເພື່ອ​ປັບປຸງ​ຄຸນະພາບ ແລະ ການໃຫ້ການ​ບໍລິການ​ຂອງ​ສະ​ຖາ​ບັນທີ່​ຮັບຜິດຊອບ​ຈາກ​ລັດຖະບານ​ ໃນການ​ບໍລິການ​ຈັດ​ຫາ​ງານ​ໃຫ້​ແກ່ຜູ້​ໃຊ້​ບໍລິການ​ຂອງ​ເຄືອ​ຂ່າຍ ​ຈຸດ​ບໍລິ​ການ​ຈັດ​ຫາ​ງານ ເສີມ​ສ້າງຄວາມ​ສາມາດ​ໃຫ້​ແກ່​ລັດ​ຖະບານ ພະນັກງານ ຈຸດ​ບໍລິການຈັດ​ຫາ​ງານ ແລະ ຄູ່​ຮ່ວມ​ງານດ້ານ​ສັງຄົມ ປັບປຸງ​ການ​ເກັບ​ກຳ ແລະ ເຜີຍແຜ່​ຂໍ້​ມູນ ​ເພື່ອ​ເຮັດ​ໃຫ້ຜູ້​ອອກແຮງ​ງານ​ທີ່​ຊອກ​ວຽກ ເຮັດ​ສາມາດ​ເຂົ້າ​ເຖິງ​ອາຊີບ​ທີ່ເໝາະ​ສົມ ແລະ ດີ​ກວ່າ ບໍລິສັດທີ່​ໃຊ້​ແຮງ​ງານ​ກໍ່​ສາມາດ​ບັນຈຸແຮງ​ງານ ເຂົ້າ​ໃນ​ຕຳ​ແໜງ​ງານຫວ່າງ​ຕາມ​ຄວາມ​ຕ້ອງການ.

ທ່ານ ພູ​ວັນ ຈັນທະ​ວົງ ໄດ້ກ່າວ​ວ່າ: ໂຄງການ​ສ້າງ​ຄວາມເຂັ້ມແຂງ​ດ້ານ​ການ​ບໍລິການ​ຈັດຫາ​ງານ ແລະ ຂໍ້​ມູນ​ຂ່າວສານຕະຫຼາດ​ແຮງ​ງານ ໄດ້​ຮັບ​ທຶນ​ສະໜັບ​ສະ​ໜູນ​ຈາກ​ລັດຖະບານ​ຈີນ ໂດຍ​ຜ່ານ​ອົງການ​ແຮງ​ງານ​ສາກົນ (ILO/China) ໃນ​ມູນ​ຄ່າ 1 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 8 ຕື້​ກີບ ຖືກ​ຈັດ​ຕັ້ງ​ປະຕິບັດ​ຢູ່​ລາວ ແລະ ກຳປູເຈຍ ແຕ່​ປີ 2014-2016 ໂດຍ​ພວກ​ເຮົາ​ໄດ້​ຈັດ​ຕັ້ງປະຕິບັດ​ວຽກ​ງານ ​ສ້າງ​ຄວາມເຂັ້ມແຂງ​ດ້ານ​ການ​ບໍລິການ​ຈັດຫາ​ງານ ໂດຍ​ເລີ່ມ​ຈາກ​ການ​ປະເມີນ​ຜົນ​ຈຸດ​ບໍລິການ​ຈັດ​ຫາ​ງານ​ຢູ່ 9 ແຂວງ​ວ່າ​ມີ​ຈຸດ​ດີ-ຈຸດ​ອ່ອນແນວໃດ ​ເພື່ອ​ປັບປຸງ​ໃຫ້​ມີ​ຄວາມສອດຄ່ອງ ໃນ​ນີ້ ໄດ້​ສ້າງ​ປຶ້ມ​ຄູ່​ມືແນະນຳ​ອາຊີບ ຄູ່​ມື​ໃນ​ການ​ສະໝັກ​ງານ​ທີ່​ຖືກຕ້ອງ ແລະ ເປັນທຳ ເຝິກອົບຮົມ​ໃຫ້​ພະນັກງານ​ຢູ່ຈຸດ​ບໍລິການ ສູນ​ບໍລິການ​ຈັດ​ຫາງານ​ຕ່າງໆ ພ້ອມ​ທັງ​ໄປ​ຖອດຖອນ​ບົດຮຽນ​ຢູ່​ຈີນ ເພື່ອ​ມາ​ປັບປຸງ​ລະບົບ​ບໍລິການ​ຢູ່​ບ້ານ​ເຮົາ ຈຶ່ງເຮັດ​ໃຫ້​ກົນ​ໄກ​ການ​ເຂົ້າ​ເຖິງ​ການບໍລິການ​ຈັດ​ຫາ​ງານ​ຄ່ອຍ​ດີ​ຂຶ້ນ ໂດຍ​ສະເພາະຜູ້​ວ່າງ​ງານ ​ຈະ​ໄດ້ຮັບ​ຜົນ​ປະໂຫຍດ​ຈາກ​ໂຄງການນີ້​ຢ່າງ​ເຕັມ​ສ່ວນ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...