Homeຂ່າວພາຍ​ໃນສະຫະພັນເຕະບານແຫ່ງຊາດລາວ ປະຕິເສດຂໍ້ກ່າວຫາຮັບສິນບົນຂອງ FIFA

ສະຫະພັນເຕະບານແຫ່ງຊາດລາວ ປະຕິເສດຂໍ້ກ່າວຫາຮັບສິນບົນຂອງ FIFA

Published on

ໂດຍສືບເນື່ອງຈາກ ເຫດການ ປະທານ ສະຫະພັນບານເຕະ ແຫ່ງປະເທດລາວ ວິເພັດ ສີຫາຈັກ ຖືກ FIFA ລົງໂທດ ສັງຫ້າມ ບໍ່ໃຫ້ປະຕິບັດກິດຈະກຳກ່ຽວກັບ ກິລາບານເຕະໃນລະດັບພາກພື້ນ ແລະສາກົນ ເປັນເວລາ 2 ປີ ເນື່ອງຈາກ ມີການກວດພົບ ວ່າຮັບສິນບົນ ຈາກເຈົ້າໜ້າທີ່ບານເຕະ ອື່ນ ໃນຊ່ວງ ການເລືອກຕັ້ງ FIFA Executive ໃນປີ 2011, ແລະ ຖືກປັບໃໝ່ ເປັນເງິນ 39,700 ໂດລາ ສະຫະລັດ.

12274507_1080219408676397_9156823263189679885_n (1)

ມື້ນີ້, ວັນທີ 18 ພະຈິກ 2015 ສະຫະພັນແຕະບານແຫ່ງຊາດລາວ ໄດ້ຖະແຫຼງຂ່າວຕໍ່ເຫດການ ທີ່ຟີຟາ ໄດ້ຕັດສິນໃຫ້ຢຸດ ການປະຕິບັດໜ້າທີ່ເປັນການຊົ່ວຄາວ ຫ້າມບໍ່ໃຫ້ປະທານ ສະຫະພັນເຕະບານແຫ່ງ ຊາດລາວ ກ່ຽວຂ້ອງກັບທຸກກິດຈະກຳ ຂອງກິລາເຕະບານ ຢູ່ໃນລະດັບພາກພື້ນ ແລະສາກົນ ນັ້ນແມ່ນເປັນຄວາມຈິງທີ່ທາງ FIFA ໄດ້ສົ່ງເອກະສານແຈ້ງຄຳຕັດສິນມາໃຫ້. ເຫດຜົນຂອງ FIFA ແມ່ນໄດ້ສືບເຫັນວ່າ ປະທານ ສຕລ ໄດ້ມີການຮັບສິນບົນ ໃນການເລືອກຕັ້ງຄະນະບໍລິຫານ ລະດັບສູງຂອງສະຫະພັນບານເຕະ ອາຊີ ຫຼື AFC ໃນປີ 2011. ດັ່ງນັ້ນ, ການຕັດສິນຂອງ FIFA ຈຶ່ງໄດ້ຮັບຄວາມສົນໃຈຈາກ ສື່ມວນຊົນທົ່ວໂລກ ແລະກໍໄດ້ມີການນຳເອົາຂໍ້ມູນໄປອອກຂ່າວ ໂດຍຜ່ານສື່ສຳຄັນຕ່າງໆ ເຊິ່ງສ້າງຄວາມເສື່ອມເສຍ ອັນໃຫຍ່ຫຼວງຕໍ່ວົງການບານເຕະຂອງລາວ ແລະປະເທດລາວ.

ສະຫະພັນບານເຕະແຫ່ງຊາດລາວ ຊີ້ແຈງກ່ຽວກັບບັນຫາດັ່ງກ່າວຕໍ່ໄປວ່າ:

  1. ຂໍ້ມູນທີ່ FIFA ໃຫ້ຢຸດຕິການປະຕິບັດ ໜ້າທີ່ເປັນການຊົ່ວຄາວ ຂອງປະທານ ສະຫະພັນເຕະບານແຫ່ງຊາດລາວ ແມ່ນເປັນຄວາມຈິງ ແລະສະຫະພັນເຕະບານແຫ່ງຊາດລາວ ຈຳເປັນຕ້ອງໄດ້ປະຕິບັດຕາມລະບຽບຂອງ FIFA.
  2. ສຳລັບຂໍ້ກ່າວຫາທີ່ວ່າ ປະທານ ສຕລ ໄດ້ຮັບສິນບົນນັ້ນ ແມ່ນບໍ່ເປັນຄວາມຈິງແຕ່ຢ່າງໃດ ມັນເປັນບັນຫາເກົ່າທີ່ທາງ ສຕລ ເຄີຍໄດ້ສົ່ງຂໍ້ມູນ ແລະຫຼັກຖານໃຫ້ FIFA ແລ້ວແຕ່ປີ 2011.

ສຕລ ຊີ້ແຈງຕໍ່ໄປວ່າ: ທີ່ມາຂອງບັນຫາມີຢູ່ວ່າ ປະທານ ສຕລ (ທ່ານ ວິເພັດ ສີຫາຈັກ) ໄດ້ຖືກຄັດເລືອກໃຫ້ເປັນ ປະທານ ສຕລ ໃນເດືອນກັນຍາ 2010 ແລະກໍໄດ້ມີແຜນທີ່ຈະພັດທະນາ ກິລາບານເຕະ ໃນປະເທດຂອງຕົນໃຫ້ກ້າວໜ້າ ໂດຍຊອກຫາການຊ່ວຍເຫຼືອຈາກ ທັງພາຍໃນແລະຕ່າງປະເທດ  ເຂົ້າມາພັດທະນາໃນວຽກງານນີ້. ຕົ້ນປີ 2011 ໄດ້ມີກອງປະຊຸມ ຄະບໍລິຫານງານລະດັບສູງ ຂອງ AFC ແລະນັ້ນເປັນໂອກາດທຳອິດ ທີ່ທ່ານ ປະທານ ສຕລ ວິເພັດ ສີຫາຈັກ ໄດ້ຂໍທຶນຊ່ວຍເຫຼືອ ຈາກ AFC ຈາກນັ້ນປະທານ AFC ໃນສະໄໝນັ້ນ ກໍໄດ້ຕົກລົງໃຫ້ການຊ່ວຍເຫຼືອ, ເຊິ່ງການຊ່ວຍເຫຼືອດັ່ງກ່າວ ເປັນເຫດເຮັດໃຫ້ທາງ FIFA ເຂົ້າໃຈວ່າ ປະທານ ສຕລ ວິເພັດ ສີຫາຈັກ ຮັບເງິນຈຳນວນດັ່ງກ່າວເປັນສິນບົນ. ແຕ່ຄວາມຈິງຫຼັງຈາກ ປະທານ ສຕລ ໄດ້ຮັບເງິນຊ່ວຍເຫຼືອແລ້ວ ກໍໄດ້ໂອນເງິນຈຳນວນດັ່ງກ່າວ ຈາກບັນຊີຂອງຕົນເຂົ້າມາບັນຊີ ຂອງ ສຕລ ໂດຍມີເອກະສານຢັ້ງຢືນຈາກທະນາຄານ ແລະ ກໍໄດ້ມີການຢັ້ງຢືນຈາກ ຜູ້ກວດສອບບັນຊີພາຍນອກ.

ຕໍ່ກັບບັນຫາດັ່ງກ່າວນີ້ ເພື່ອບໍ່ໃຫ້ມີຜົນກະທົບ ໂດຍລວມຕໍ່ສະຫະພັນເຕະບານ ແຫ່ງຊາດລາວ ກໍຄື ການພັດທະນາວົງການກິລາ ບານເຕະລາວ ທ່ານ ວິເພັດ ສີຫາຈັກ ປະທານ ສະຫະພັນເຕະບານແຫ່ງຊາດລາວ ຈະໄດ້ຢຸດຕິການປະຕິບັດໜ້າທີ່ ເປັນການຊົ່ວຄາວ ໃນໄລຍະທີ່ ທ່ານ ວິເພັດ ສີຫາຈັກ ກຳລັງຍື່ນອຸທອນ ໂດຍຜ່ານທະນາຍຄວາມສ່ວນຕົວ ທັງພາຍໃນແລະທີ່ປະເທດ ສະວິດເຊີແລນ ເພື່ອເປັນການປົກປ້ອງສິດ ແລະຄວາມເປັນທຳຂອງຕົນເອງ.

12239942_1080219432009728_6909061218170132870_n

12274699_1080219412009730_398247842319517262_n

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...