Homeຂ່າວການພັດທະນາລາວກຽມສະເໜີ ທົ່ງໄຫຫີນຊຽງຂວາງ ຂຶ້ນທະບຽນເປັນມໍລະດົກໂລກ ແຫ່ງທີສາມຂອງປະເທດ!

ລາວກຽມສະເໜີ ທົ່ງໄຫຫີນຊຽງຂວາງ ຂຶ້ນທະບຽນເປັນມໍລະດົກໂລກ ແຫ່ງທີສາມຂອງປະເທດ!

Published on

buangern

ຂປລ. ​ໃນ​ວັນ​ທີ 17 ພະຈິກ 2015 ນີ້ ຢູ່​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ກົມ​ມໍລະດົກຮ່ວມ​ກັບ​ ອົງການ​ອຸຍ​ແນັດ​ສະ​ໂກ​ ປະ​ຈໍາ​ບາງກອກ ​ໄດ້​ຈັດ​ກອງ​ປະຊຸມ ປຶກສາ​ຫາລື​ວິຊາ​ການລະດັບ​ຊາດ ​ເພື່ອ​ກະກຽມ​ນໍາ​ສະ​ເໜີ​ ມໍລະດົກ​​ໄຫ​ຫີນ​ເຂົ້າ​ເປັນ​ ແຫ​ລ່ງມໍລະດົກ​ໂລກ, ​​​ໂດຍ​ມີ​ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ, ທ່ານ ດຣ. ບຸນ​ທ່ຽງ ສິຮິ​ປະພັນ ຫົວໜ້າ​ກົມ​ມໍລະດົກ​, ຫົວໜ້າ​ກອງ​ເລຂາ​, ຄະນະ​ກໍາມະການ​ລະດັບ​ຊາດ ​ເພື່ອ​ມໍລະດົກ​ໂລກ, ທ່ານສາ​ສະ​ດາ​ຈານ ວິນ​ລຽມ ​ໂລ​ແກນ ຊ່ຽວຊານ​ຈາກ​ອົງການ​ ອຸຍ​ແນັດ​ສະ​ໂກ​ ປະ​ຈໍາ​ບາງກອກປະ​ເທດ​ໄທ, ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​ແລະ ພະນັກງານ​ວິຊາ​ການ​ ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບົວ​ເງິນ ຊາ​ພູ​ວົງ ​​ກ່າວ​ວ່າ: ກອງ​ປະຊຸມ​​ວິຊາ​ການ​ລະດັບ​ຊາດ​ ​ເພື່ອ​ກະກຽມ​ສະ​ເໜີ​​ໄຫ​ຫີນ​ເປັນ​ແຫ​ລ່ງ​ມໍລະດົກ​ໂລກ​ໃນ​ຄັ້ງ​ນີ້​ ເພື່ອ​ສຶກສາລາ​ຍລະອຽດ​ດ້ານ​ວິຊາ​ການ​ ໃນ​ການ​ກະກຽມ​ເອກະສານ​ ແລະ ຂໍ້​ມູນ​ຕ່າງໆ ​ເພື່ອ​ນໍາ​ສະ​ເໜີ​ຕໍ່​ ອົງການ​ອຸຍ​​ແນັດສະ​ໂກ ​ເຊິ່ງຜ່ານ​ມາ​​ ກໍ​ໄດ້ຈັດ​ຕັ້ງ​ປະຕິ​ບັດວຽກ​ງານ​ຄຸ້ມ​ຄອງ​ ມໍລະດົກ​ຂອງ​ແຂວງ​ຊຽງ​ຂວາງ ໄດ້​ດີ​ສົມຄວນ​ ໂດຍ​ສະ​ເພາະ​ແມ່ນ​ ການ​ປຶກສາ​ຫາລື​ການ​ຄຸມ​ຄອງ​ ວັດທະນະ​ທໍາ​ທົ່ງ​​ໄຫ​ຫີນ ​ທີ່​ເປັນ​ຍຸດ​ທະ​ສາດ​ສໍາຄັນ ເພື່ອ​ການ​ຄົ້ນ​ຄວ້າຮຽນ​ຮູ້ ​ແລະ ການທ່ອງທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ການ​ປົກປັກ​ຮັກສາ​ທົ່ງ​​ໄຫ​ຫີນ ​ໃນ​ໄລຍະ​ຜ່ານ​ມາ ​ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ ​ແລະ ​​ໄດ້​ຮັບ​ຜົນ​ສໍາ​ເລັດ​ຫລາຍ​ດ້ານ​ ຂອງ​ໂຄງການ​ວາງ​ອອກ ​ແຕ່ກໍຍັງ​ເຮັດ​ໃຫ້​ ແຜນ​ຄຸ້ມ​ຄອງ​ທົ່ງ​​ໄຫ​ຫີນ ບໍ່​ມີລະອຽດ​ຄົບ​ຖ້ວນ ​ເພື່ອນໍາ​ສະ​ເໜີຕໍ່ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ອົງການ​ອຸຍ​ແນັດ​ສະ​ໂກ​.

ກອງ​ປະຊຸມ​​ ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ແລກປ່ຽນຄໍາ​ຄິດ​​ເຫັນ ​ກ່ຽວ​ກັບ​ຂັ້ນ​ຕອນການ​​ຂຽນ​​ ຄໍາ​ຮ້ອງ​ສະ​ເໜີ​​ເຂົ້າເປັນ​ມໍລະດົກ​ໂລກ, ຄຸນຄ່າ​ຈັກກະວານ​ ຂອງ​ມໍລະດົກ​ທົ່ງ​​ໄຫ​ຫີນ, ມາດຖານ​ເງື່ອນ​ໄຂ​, ຍຸດ​ທະ​ສາດ​ການ​ນໍາ​ສະ​ເໜີ​​ເຂົ້າ ​ເປັນ​ມໍລະດົກ​ໂລກ ​ແລະ ຄວາມ​ພ້ອມ​ຂອງ​ແຂວງ​ຊຽງ​ຂວາງ​ ໃນ​ການ​ກະກຽມ​ເອກະສານ​ຄໍາ​ຮ້ອງ ​ເຂົ້າ​ເປັນ​ມໍລະດົກ​ໂລກ, ພ້ອມທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ.

ไหีน

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...