Homeຂ່າວການພັດທະນາສຳເລັດກໍ່ສ້າງໂຄງການ ສະຖານທີ່ດ່ານກັກກັນສັດດົງໂພສີ

ສຳເລັດກໍ່ສ້າງໂຄງການ ສະຖານທີ່ດ່ານກັກກັນສັດດົງໂພສີ

Published on

7ff71256897bb2089ab6512b1a97ed9b

ພິທີ​ມອບ-ຮັບ​ໂຄງການ​ກໍ່ສ້າງດ່ານ​ກັກ​ກັນ​ສັດ​ດົງ​ໂພ​ສີ ​ໄດ້​ມີ​ຂຶ້ນວັນ​ທີ 16 ພະຈິກ 2015 ລະຫວ່າງຂະແໜງ​ລ້ຽງສັດ ແລະ ການ​ປະມົງ ພະ​ແນກ​ກະສິກຳ ແລະ ປ່າໄມ້ ນະຄອນຫຼວງ​ວຽງຈັນ (ເຈົ້າ​ຂອງ​ໂຄງການ) ກັບ​ບໍ​ລິສັດ ສຸກ​ມີ​ໄຊ​ຈະເລີນ​ກໍ່ສ້າງ​ເຄຫາ ຈຳກັດຜູ້​ດຽວ (ຜູ້​ຮັບ​ເໝົາ) ພາຍຫຼັງ​ກໍ່ສ້າງ​ສຳເລັດ ກ່າວມອບ​ໂດຍ​ທ່ານ ວຽງ​ໄຊ ດວງ​ພະຈັນ ຜູ້ອຳນວຍການ​ບໍລິສັດ ສຸກມີ​ໄຊ​ຈະເລີນ​ກໍ່ສ້າງ​ເຄຫາ ຈຳກັດ​ຜູ້​ດຽວ ແລະ ກ່າວ​ຮັບ​ໂດຍທ່ານ​ນາງ ພັດ​ສະ​ລີ ພິດສະໄໝ ຫົວໜ້າ​ຂະແໜງ​ລ້ຽງສັດ ແລະ ການ​ປະມົງ ມີ​ທ່ານ ​ດຣ. ບຸນຂວາງ ຄຳ​ບຸນ​ເຮືອງ ລັດ​ຖະ​ມົນຊ່ວຍ​ວ່າການ ກະຊວງ​ກະສິກຳ ແລະ ປ່າໄມ້ ທ່ານ ​ຮສ.​ດຣ. ລິນ​ຄຳ ດວງ​ສະຫວັນ ຫົວໜ້າ​ພະແນກ​ກະສິກຳ ແລະ ປ່າໄມ້ ນະຄອນ​ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໂຄງການ​ກໍ່ສ້າງ​ດ່ານ​ກັກກັນ​ສັດ​ດົງ​ໂພ​ສີ ແມ່ນ​ນອນ​ຢູ່​ໃນແຜນ​ງານ​ຄ້ຳປະກັນ​ສະບຽງ​ອາຫານ ແລະ ຜະລິດ​ເປັນ​ສິນຄ້າ ເພື່ອ​ເປັນ​ການ​ຮອງ​ຮັບ​ໂຄງ​ລ່າງພື້ນຖານ ທັງ​ແມ່ນ​ໂຄງການ​ໜຶ່ງໃນ​ການ​ປ້ອງ​ກັນ​ຄວາມ​ສ່ຽງ ແລະ ຄວບ​ຄຸມພະ​ຍາດ​ສັດ ເພາະໃນ​ອະນາຄົດ​ຈະ​ມີ​ການ​ນຳ​ເຂົ້າ-ສົ່ງ​ອອກ-ຂົນສົ່ງ​ຜ່ານ​ສັດ ຜະລິດ​ຕະ​ພັນ​ສັດປ່າ ແລະ ຜະລິດຕະ​ພັນ​ສິນຄ້າ​ກ່ຽວ​ກັບ​ສັດ ​ເພື່ອ​ຮັບໃຊ້​ການ​ຜະລິດ​ຢູ່​ນະຄອນຫຼວງວຽງ​ຈັນ​ໄປ​ຕ່າງ​ແຂວງ ແລະ ສົ່ງໄປ​ປະເທດ​ທີ 3 ເຊິ່ງ​ວຽກ​ງານ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ຈຳເປັນ​ຢ່າງຍິ່ງ​ ໃນ​ການ​ຍົກ​ລະດັບ​ດ້ານ​ເຕັກນິກ​ວິຊາ​ການ​ ໃຫ້​ມີ​ການ​ພັດ​ທະນາ​ດີ​ຂຶ້ນ​ເລື້ອຍໆ​ໃນ​ການ​ກວດກາຂອງ​ເຈົ້າ​ໜ້າທີ່​ສັດຕະວະແພດ ທັງ​ເປັນ​ການ​ປະຕິບັດ​ຕາມ​ກົດໝາຍວ່າ​ດ້ວຍ​ການ​ລ້ຽງສັດ ແລະ ການ​ສັດຕະວະແພດ ອົງການ​ພະຍຸ​ສັດສາ​ກົນ​ສົນທິສັນຍາ​ວ່າ​ດ້ວຍສຸຂາ​ນາ​ໄມ ແລະ ສຸຂາ​ນາ​ໄມ​ພືດ ເຫັນ​ວ່າ​ຍັງ​ບໍ່​ຖືກຕ້ອງ​ຕາມ​ລະບຽບ ເນື່ອງ​ຈາກ​ຜ່ານ​ມາ​ຍັງ​ບໍ່ທັນ​ມີ​ສະຖານທີ່​ກັກ​ກັນ​ກວດກາ ຕິດຕາມ​ສຸຂະພາບ​ສັດ​ໃນ​ການນຳ​ເຂົ້າ-ສົ່ງ​ອອກ-ຂົນສົ່ງ​ຜ່ານ.

ໂຄງການ​ກໍ່ສ້າງ​ສະຖານທີ່ດ່ານ​ກັກ​ກັນ​ສັດ​ດົງ​ໂພ​ສີ​ ໄດ້​ສຳຫຼວດ ແລະ ອອກ​ແບບ​ແຕ່​ປີ 2002 ມີ​ເນື້ອທີ່ 2 ເຮັກຕາ ເລີ່ມກໍ່ສ້າງ​ປີ 2011 ແລະ ສຳເລັດ​ປີ 2015 ໂດຍ​ມີ​ການ​ບຸກເບີກ​ເນື້ອທີ່ກໍ່ສ້າງ​ຫ້ອງການ 1 ຫຼັງ ເຮືອນພັກ​ພະນັກງານ 1 ຫຼັງ ຄອກ​ສັດ 5 ຄອກ ເຮືອນ​ອາຫານ​ສັດ 1 ຫຼັງ ເຮືອນ​ສີດ​ຜົ່ນ​ຢາ 1 ຫຼັງ ນອກ​ນີ້ ຍັງ​ມີ​ເສັ້ນທາງຮົ້ວ​ອ້ອມຫ້ອງ​ນ້ຳ ແລະ ປ້ອມ​ຍາມ​ຕື່ມ​ອີກ ລວມ​ມູນຄ່າ​ການ​ກໍ່ສ້າງ 5,83 ຕື້​ກວ່າ​ກີບ ໃນ​ໂອກາດ​ມອບ-ຮັບ​ໂຄງການດັ່ງກ່າວ ບໍລິສັດ ສຸກ​ມີ​ໄຊ​ຈະເລີນກໍ່ສ້າງ​ເຄຫາ ຈຳກັດ​ຜູ້​ດຽວ ຍັງມອບ​ຄອມ​ພີວ​ເຕີ​ຕັ້ງ​ໂຕະ ຈຳນວນ 2 ຊຸດ ມູນ​ຄ່າ 10 ລ້ານ​ກີບ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ ປະຈຳ​ດ່ານ​ກັກ​ກັນ​ສັດ​ດົງ​ໂພ​ສີ ຕື່ມອີກ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...