Homeຂ່າວຕ່າງປະເທດຝຣັ່ງຈະສົ່ງ " ຊາກເດີໂກນ " ເຮືອກຳປັ່ນບັນທຸກເຮືອບິນ ເສີມພາລະກິດຖະຫລົ່ມໄອເອັສ!

ຝຣັ່ງຈະສົ່ງ ” ຊາກເດີໂກນ ” ເຮືອກຳປັ່ນບັນທຸກເຮືອບິນ ເສີມພາລະກິດຖະຫລົ່ມໄອເອັສ!

Published on

558000013192201

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກນີ້ວ່າ ປະທານາທິບໍດີ ຟຣັງຊົວ ອອລລອງ ແຫ່ງປະເທດຝຣັ່ງ ໄດ້ປະກາດສົ່ງເຮືອກ່ຳປັ່ນ ບັນທຸກເຮືອບິນ ພະລັງງານນິວເຄລຍ ” ຊາກເດີໂກນ ” ເຂົ້າສູ່ທະເລເມດິແຕຣານຽນ ທາງຝັ່ງຕາເວັນຕົກ ເພື່ອສະໜັບສະໜູນ ພາລະກິດໂຈມຕີກຸ່ມໄອເອັສ ໂດຍເຮືອລຳດັ່ງກ່າວ ຈະເດີນທາງໄປ ໃນວັນພະຫັດທີ 19 ພະຈິກນນີ້ ຊຶ່ງຈະຊ່ວຍເຮັດໃຫ້ ເພີ່ມສັກກະຍະພາບ ໃນພາລະກິດໂຈມຕີດັ່ງກ່າວ ສູງຂຶ້ນເປັນ 3 ເທົ່າ.

ທັງນີ້ ປັດຈຸບັນ ກອງທັບຝຣັ່ງ ໄດ້ສົ່ງຝູງເຮືອບິນ ໄປປະຕິບັດການຖິ້ມລະເບີດ ສັງຫານກຸ່ມໄອເອັສ ຢູ່ປະເທດຊີຣີແລ້ວ 38 ລຳ ໂດຍທ່ານ ອອລລອງ ໄດ້ກ່າວວ່າ ” ພວກເຮົາຈະໂຈມຕີຢ່າງຕໍ່ເນື່ອງ ຈາກນີ້ໄປອີກຫລາຍອາທິດ ຈະບໍ່ມີການຢຸດພັກ ຫລື ຢຸດຍິງໃດໆທັງໝົດ… ຝຣັ່ງກຳລັງເຮັດສົງຄາມ ຕໍ່ຕ້ານລັດທິກໍ່ການຮ້າຍ ຂອງພວກນັກຮົບມຸດສະລິມຫົວຮຸນແຮງ ທີ່ເປັນໄພຄຸກຄາມຂອງຄົນທັງໂລກ ”

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...