Homeຂ່າວພາຍ​ໃນມອບ-ຮັບໂຄງການກໍ່ສ້າງຂົວມິດຕະພາບ 4 ເບື້ອງລາວ

ມອບ-ຮັບໂຄງການກໍ່ສ້າງຂົວມິດຕະພາບ 4 ເບື້ອງລາວ

Published on

wed11dec3

ໃນໂອກາດເປີດງານສະ ເຫລີມສະຫລອງການນຳໃຊ້ ຂົວມິດຕະພາບລາວ-ໄທ ແຫ່ງທີ 4, ວັນທີ 10 ທັນວາ 2013 ທີ່ດ່ານຂົວມິດຕະພາບ 4 (ເບື້ອງລາວ) ເມືອງຫ້ວຍ ຊາຍແຂວງບໍ່ແກ້ວໄດ້ຈັດມີພິທີມອບ-ຮັບໂຄງການຊ່ວຍ ເຫລືອລ້າຈາກລັດຖະບານ ສປ ຈີນ ໃຫ້ແກ່ ລັດຖະບານ ສປປ ລາວ, ໂດຍການເຂົ້າ ຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດ ຖະມົນຕີປະທານຄະນະກຳ ມະການຮ່ວມມື ລາວ   –  ຈີນ,  ລັດຖະທູດ ສປ ຈີນ ປະຈຳ ລາວ, ມີທ່ານ ສົມມາດ ພົນ ເສນາ, ລັດຖມົນຕີກະຊວງ ໂຍທາທິການຂົນສົ່ງ, ທ່ານ ຄຳໜັ້ນສູນວິເລີດເຈົ້າ ແຂວງໆ ບໍ່ແກ້ວ ແລະ ແຂກຖືກ ເຊີນທັງ ລາວ ແລະ ຈີນເຂົ້າຮ່ວມ.
ທ່ານ ທອງວັນ ບຸດຕະ ນະວົງ, ຫົວໜ້າໂຄງການຕາງ ໜ້າໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງຂື້ນລາຍງານຜົນ ສຳເລັດຂອງໂຄງການວ່າ: ຂົວມິດຕະພາບລາວ-ໄທ 4 ນີ້ ເປັນຂົວເຊື່ອມຕໍ່ລະຫວ່າງ ເມືອງຫ້ວຍຊາຍແຂວງບໍ່ແກ້ວ  ສປປ ລາວ ກັບ ເມືອງຊຽງ ຂອງ ແຂວງຊຽງລາຍ ຣາຊະ ອານາຈັກໄທ. ເປັນໂຄງການ ທີ່ນອນໃນເສັ້ນທາງ R3 ເຊື່ອມຕໍ່ ລະຫວ່າງໄທ-ລາວ-ຈີນ ເພື່ອຮອງຮັບການພັດ ທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຕາມແລວທາງ ເສດຖະກິດເໜືອ-ໃຕ້ ຂອງ ອະນຸພາກພື້ນ ແມ່ນ້ຳຂອງ ໂດຍໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານແຫ່ງຣາດຊະ ນາຈັກໄທ ແລະ ລັດຖະບານ ແຫ່ງສປ ຈີນ ຝ່າຍລະ 50% ໃນມູນຄ່າທັງໝົດ 48 ກວ່າ ລ້ານໂດລາສະຫະລັດ.
ໂຄງການປະກອບດ້ວຍ ເສັ້ນທາງເຊື່ອມຕໍ່ 6 ກິໂລ ແມັດ, ເສັ້ນທາງເວັ້ນຍາວ 1,98 ກິໂລແມັດ ແລະ ອາ ຄານດ່ານ 1 ແຫ່ງ ແລະ ເຄິ່ງ ໜຶ່ງຂອງຫົວຂົວມີຄວາມຍາວ 315 ແມັດ. ໂຄງການນີ້ໄດ້ລົງ ມືກໍ່ສ້າງໃນວັນທີ 11 ມີຖຸນາ 2010.
ຜົນສຳເລັດໂຄງການ ນີ້ຈະຊ່ວຍໃຫ້ການຂະຫຍາຍ ຕົວທາງດ້ານເສດຖະກິດ  ຂອງປະເທດໃນອະນຸພາກ ພື້ນລຸ່ມແມ່ນ້ຳຂອງ ແລະ ບັນ ດາປະເທດອາຊຽນ ແລະ ກໍ ໄດ້ປະຕິບັດຕາມແຜນພັດທະ ນາເສດຖະກິດສັງຄົມຄັ້ງທີ 7 ຂອງລັດຖະບານເພື່ອລົບລ້າງ ຄວາມທຸກຍາກ ແລະ ນຳພາ ປະເທດຊາດຫລຸດພົ້ນອອກ ຈາປະເທດດ້ວຍພັດທະນາ ໃນປີ 2020. ນອກຈາກນີ້ຍັງ ໄດ້ມີຄວາມພ້ອມເພື່ອກຽມ ຕົວເຂົ້າສູ່ປະຊາຄົມອາຊຽນ ໃນປີ 2015.
ໃນໂອກາດນີ້ທ່ານ ສົມ ສະຫວາດ ເລັ່ງສະຫວັດ, ຮອງ ນາຍົກລັດຖະມົນຕີ, ປະທານ ຄະນະກຳມະການຮ່ວມມື ລາວຈີນ ໄດ້ມີຄຳເຫັນໃນ ການກ່າວຮັບໂຄງການດັ່ງ ກ່າວວ່າ: ຕາງໜ້າ ໃຫ້ລັດຖະ ບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງ ເລີກເຊິ່ງ ແລະ ຄວາມຂອບ ອົກຂອບໃຈຢ່າງຈິງໃຈຕໍ່ລັດ ຖະບານ ແລະ ປະຊາຊົນຈີນ  ທີ່ໄດ້ໃຫ້ການຊ່ວຍເຫຼືອອັນ ລໍ້າຄ່າໃນໂຄງການນີ້, ພ້ອມນີ້ ກໍສະແດງຄວາມຊົມເຊີຍບັນ ດາໜ່ວຍງານທີ່ກ່ຽວຂ້ອງຕະ ຫຼອດເຖິງບໍລິສັດທີ່ປືກສາ, ບໍລິສັດກໍ່ສ້າງ, ນັກວິສາວະ ກອນ, ກຳມະກອນ, ນາຍຊ່າງ ທັງລາວ ແລະ ຈີນ ໄດ້ໃຫ້ ການຮ່ວມໄມ້ຮ່ວມມືກັນສູມ ສະຕິປັນຍາ ແລະ ກຳລັງວັງ ຊາເຮັດໃຫ້ໂຄງການນີ້ສຳ ເລັດຢ່າງຈົບງາມ.
ໃນຕອນທ້າຍທ່ານ ກວນ ຮ່ວງບິງ ແລະ ທ່ານສົມສະ ຫວາດ ເລັ່ງສະຫວັດ ກໍໄດ້ລົງ ນາມໃນບັນທຶກຮັບມອບຮັບ ໂຄງການດັ່ງກ່າວຢ່າງເປັນ ທາງການ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...