Homeຂ່າວການພັດທະນາກະຊວງໂຍທາຯເຜີຍ ແລວທາງລົດໄຟລາວ-ຈີນ ຈະຖືກສະຫງວນໄວ້ ເບື້ອງລະ 50 ແມັດ!

ກະຊວງໂຍທາຯເຜີຍ ແລວທາງລົດໄຟລາວ-ຈີນ ຈະຖືກສະຫງວນໄວ້ ເບື້ອງລະ 50 ແມັດ!

Published on

4-1

ໂຄງການ​ກໍ່ສ້າງ​ທາງ ລົດ​ໄຟ​ລາວ-ຈີນ ​ເລີ່​ມຂຶ້ນ​ແລ້ວ ຄາດ​ວ່າ​ຈະ​ວາງ​ສີ​ລາ​ລືກ​ໃນ​​ໄວໆ​ນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ ພ້ອມໆ​ກັບ​ການສະ​ເຫຼີ​ມສະຫຼອງ​ວັນ ຊາດ​ທີ 2 ທັນວາ ຄົບຮອບ 40 ປີ ​ໂດຍ​ຈະ​ໃຊ້​ເວລາ​ກໍ່ສ້າງ​ປະມານ 5 ປີ ຊຶ່ງ ​ແມ່ນບໍລິສັດ​ຈາກ ສປ ຈີນ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ທັງ​ໝົດ, ສ່ວນ​ບໍລິສັດ​ ຈາກ ສປປ ລາວ ມີຄວາມ​ອາດ​ສາມາດຮັບ​​ເປັນ​ໄລຍະ​ຕໍ່​ເທົ່າ​ນັ້ນ, ສ່ວນ​ດິນ​ແລວ​ເສັ້ນທາງ​ລົດ​ໄຟ ຈະ​ກວມ​ເອົາ​ເບື້ອງລະ 50 ​ແມັດ ຕະຫຼອດ​ເສັ້ນ ທາງ.
ທ່ານ ລັດ​ຕະນະ​ມະນີ ຄູນ​ນີວົງ ລັດຖະມົນຕີ​ຊ່ວຍ ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່າວ​ວ່າ: ຫຼັງ​ຈາກ​ ທີ່​ມີ​ພິທີ​ເຊັນ​ສັນຍາ​ໂຄງການ ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ​ເມື່ອວັນ​ທີ 13 ພະຈິກ​ຜ່ານ​ມາ ນີ້ທີ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ ຊຶ່ງ​ທັງ​ສອ​ງຝ່າຍ​ພ້ອມ​ຈະ​ເລີ່​ມລົງມື ນັ້ນກໍ​ໝາຍ​ຄວາມ ວ່າ​ໂຄງການ​ດັ່ງກ່າວ​ໄດ້​ເລີ່​ມ ຂຶ້ນ​ແລ້ວ ​ແລະ ພ້ອມ​ຈະ​ວາງ​ສີລາ​ລືກ​ໃນ​ໄວໆ​ນີ້ທີ່​ນະຄອນ ຫຼວງ​ວຽງ​ຈັນ ​ໄປ​ພ້ອມໆ​ກັບ​ ການສະ​ເຫຼີ​ມສະຫຼອງ​ວັນຊາດ​ ທີ 2 ທັນວາ ຄົບຮອບ 40 ປີ.
ຫຼັງ​ຈາກ​ວາງ​ສີ​ລາ​ລືກ​ ​ແລ້ວ ສອງ​ຝ່າຍ​ຈະ​ປຶກສາ​ຫາ ລື​ກັນ ​ເພື່ອ​ວາງ​ແຜນ​ຢ່າງ​ລະອຽດ ກ່ອນ​ລົງມື​ກໍ່ສ້າງ ​ໂດຍ​ຄາດ​ວ່າ ຈະ​ແບ່ງ​ເປັນ 5 ​ໄລຍະ ​ເລີ່​ມ ຈາກຊາຍ​ແດນ​ລາວ-ຈີນ​ເປັນ ຕົ້ນມາ ຊຶ່ງ​ໄລຍະ​ສຸດ​ທ້າຍ​ຈະ ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໂດຍ ​ແມ່ນ​ບໍລິສັດ​ຈາກ ສປ ຈີນ ​ເປັນຜູ້​ຮັບ​ເໝົາ​ກໍ່ສ້າງ​ທັງ​ໝົດ ​ເນື່ອງຈາກ​ບໍລິສັດ​ຈາກ ສປ ຈີນ ຈະ​ມີ​ຄວາມ​ຊຳນານ​ກວ່າ, ສ່ວນ​ບໍ ລິ​ສັດຈາກ ສປປ ລາວ ອາດ ຈະ​ຮັບ​ເປັນ​ໄລຍະ​ຕໍ່ ຊຶ່ງ ຫຼັງ​ຈາກ​ນີ້​ໄປ ຈະ​ເຊີນ​ບັນດາ ບໍລິສັດ​ພາຍ​ໃນ​ມາ​ປຶກສາ​ຫາ ລື​ວ່າ ບໍລິສັດ​ໃດ​ຈະ​ມີ​ຄວາມ ສາມາດ​ດຳ​ເນີນ​ການ​ໄດ້.
​ໂຄງການ​ດັ່ງກ່າວ ມີ​ຄວາມ ຍາວ 416 ກິ​ໂລ​ແມັດ, ນັບຕັ້ງ​ ແຕ່​ຊາຍ​ແດນ​ຈີນ​ຫາ​ນະຄອນ​ ຫຼວງ​ວຽງ​ຈັນ, ສ່ວນ​ຈຸດຜ່ານສູ່​ ຊາຍ​ແດນ​ໄທ ຈະ​ໄດ້​ກໍ່ສ້າງ ​ຂົວ​ຂ້າມ​ນໍ້າຂອງ​ແຫ່ງ​ໃໝ່ ຊຶ່ງ​ຢູ່​ຫ່າງ​ຈາກ​ຂົວ​ມິດຕະພາບລາວ-ໄທ 1 ລົງ​ມາ​ປະມານ 30 ​ແມັດ, ສ່ວນ​ມູນ​ຄ່າ​ຂອງ​ໂຄງການເບື້ອງ ຕົ້ນ​ຄາດ​ວ່າ​ ປະມານ 40 ຕື້ຢວນ ຫຼື​ ຕົກ​ປະມານ 6,5 ຕື້ ໂດ​ລາ​ສະຫະລັດ ຊຶ່ງ​ຕະຫຼອດ​ໄລຍະ​ເສັ້ນທາງ ຈຳ​ເປັນ​ຕ້ອງ​ໄດ້​ສະຫງວນ​ດິນ​ເບື້ອງລະ 50 ​ແມັດ ຕາມ​ມາດຕະຖານ ​ສາກົນ ທີ່​ ເຄີຍ​ປະຕິບັດ​ມາ, ທັງ​ນີ້​ເພື່ອ​ຄວາມ​ປອດ​​ໄພ​ໃນ​ເວລາ​ເປີດ​ນຳ​ໃຊ້​ຢ່າງເປັນ​ທາງ​ການ.
ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ປະ ຊາ​ຊົນ​ທຸກ​ຊັ້ນຄົນ ​ໂດຍ​ສະ ​ເພາະ​ຜູ້​ທີ່​ຖືກ​ຜົນ​ກະທົບ​ຈາກ ​ໂຄງການ ຈົ່ງ​ໃຫ້ການ​ຮ່ວມ​ມື ​ເພື່ອ​ເຮັດ​ໃຫ້​ໂຄງການ​ດຳ​ເນີນ ​ໄປ​ ດ້ວຍ​ດີ ​ແລະ ສຳ​ເລັດ​ຕາມ ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

 

ແຫລ່ງຂ່າວ:

ປຊຊ

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...