ບາງຄົນບອກວ່າຄົນສູງອາຍຸມັກຈະມີຄວາມສຸກຫລາຍກວ່າຄົນໜຸ່ມສາວ ແຕ່ນັກວິໄຈທີ່ມະຫາວິທະຍາໄລແບັລກຟອດຊີ້ວ່າບໍ່ແມ່ນ
ໂດຍເຜີຍວ່າ ຄົນເຮົາຈະເປັນພະຍາດຊຶມເສົ້າຫລາຍຂຶ້ນເມື່ອອາຍຸ 65 ປີເປັນຕົ້ນໄປ ແລະ ຈະເພີ່ມຂຶ້ນຕໍ່ໄປເລື້ອຍໆ
ການສຶກສາເທື່ອນີ້ ນຳໂດຍ ດຣ. ເຮເລນາ ຊຸຍ ແຫ່ງມະຫາວິທະຍາໄລແບັລກຟອດ ໄດ້ຮັບການເຜີຍແຜ່ໃນວາລະສານວິຊາການ Psychology and Aging ແລ້ວ ຫລັງຈາກທີ່ໄດ້ມີການສຶກສາກຸ່ມຕົວຢ່າງປະຊາກອນຊາວອອດສ໌ເຕເລຍກວ່າ 2,000 ຄົົນທີ່ຢູ່ໃນພື້ນທີ່ເມືອງແອດິເລດ ທາງຕອນໃຕ້ຂອງອອດສ໌ເຕເລຍ
ກ່ອນໜ້ານີ້ ເຄີຍມີການສຶກສາວ່າ ອາການຊຶມເສົ້າຈະມີໂອກາດເກີດຫລາຍຂຶ້ນເມື່ອອາຍຸເພີ່ມຂຶ້ນ ແຕ່ຈະຢຸດເພີ່ມຕັ້ງແຕ່ອາຍຸ 85 ປີເປັນຕົ້ນໄປ ແຕ່ງານວິໄຈເທື່ອນີ້ເປັນສະບັບທຳອິດທີ່ເຮັດການສຶກສາວ່າ ພະຍາດຊຶມເສົ້ານັ້ນອາດຈະໄປໄກກວ່າອາຍຸນັ້ນ
ໃນການວິໄຈເທື່ອນີ້ ມີຜູ້ເຂົ້າຮ່ວມການທົດລອງທັງຊາຍແລະຍິງ ໂດຍທັງສອງເພດໄດ້ລາຍງານວ່າມີອາການພະຍາດຊຶມເສົ້າຫລາຍຂຶ້ນເລື້ອຍໆເມື່ອອາຍຸເພີ່ມຂຶ້ນ ໂດຍຜູ້ຍິງຈະເລີ່ມມີອາການພະຍາດຊຶມເສົ້າໄວກວ່າຜູ້ຊາຍ ແຕ່ຜູ້ຊາຍຈະມີອັດຕາການເພີ່ມຂຶ້ນຫລາຍກວ່າ
ປັດໄຈສຳຄັນທີ່ເຮັດໃຫ້ເກີດການເພີ່ມຂຶ້ນຂອງພະຍາດຊຶມເສົ້າຄື ສະພາບຮ່າງກາຍທີ່ອ່ອນແຮງລົງໄປ ສະພາບທີ່ຕ້ອງເຂົ້າຮັບການປິ່ນປົວທາງການແພດ ຄວາມຜິດປົກກະຕິຊຳເຮື້ອຕ່າງໆ ແລະ ຄວາມຕາຍທີ່ຈະເຂົ້າມາ ກວ່າເຄີ່ງຂອງກຸ່ມຕົວຢ່າງມີອາການພະຍາດປວດຂໍ້ ແລະທັງຜູ້ຊາຍແລະຜູ້ຍິງຕ່າງທີ່ມີອາການປ່ວຍຊຳເຮື້ອບາງຢ່າງຈະລາຍງານວ່າເປັນພະຍາດຊຶມເສົ້າ
ດຣ. ຊຸຍຊີ້ວ່າ “ການຄົ້ນພົບເທື່ອນີ້ສຳຄັນຫລາຍ ແລະສາມາດນຳໄປຕໍ່ຍອດໄດ້ວ່າເຮົາຈະຮັບມືກັບກຸ່ມອາຍຸຕ່າງໆຢ່າງໃດ ນີ້ເປັນການສຶກສາເທື່ອທຳອິດທີ່ບອກວ່າ ອາການພະຍາດຊຶມເສົ້າຈະເພີ່ມຂຶ້ນຕໍ່ໄປເລື້ອຍໆ ແມ່ນຢູ່ວ່າສະໄໝນີ້ຄົນເຮົາຢູ່ໄດ້ດົນຂຶ້ນແລະຄົົນທີ່ສູງອາຍຸກໍມີຫລາຍຂຶ້ນ ແຕ່ເບີ່ງອີກແງ່ໜຶ່ງກໍຖືເປັນເລື່ອງຍາກທີ່ຈະຮັບມື”
“ມັນຄືກັບວ່າ ເຮົາຈະຕ້ອງເບິ່ງເຖິງຕົວເລກໃຫ້ຊັດເຈນວ່າເຮົາຄວນຈະຈັດການໃຫ້ບໍລິການລະດັບໃດຈຶ່ງຈະພຽງພໍ ໂດຍສະເພາະໃນເລື່ອງຂອງການໃຫ້ການສະໜັບສະໜູນສຸກຂະພາບຈິດໃຈແລະການຈັດການກັບການເຈັບປ່ວຍຕ່າງໆ ນະໂຍບາຍສາທາລະນະແລະໂຄງສ້າງທີ່ສະໜັບສະໜູນຄົນສູງອາຍຸ ເຊັ່ນ ລະບົບການຂົນສົ່ງສາທາລະນະ ແລະການເຂົ້າເຖິງບໍລິການສຸກຂະພາບ ຈະຕ້ອງມີໃຫ້ພຽງພໍສຳລັບກຸ່ມເປົ້າໝາຍທີ່ສູງອາຍຸທັງໝົດນີ້”