Homeຂ່າວການສຶກສາຄວາມ​ໃນ​ໃຈ​ຂອງ​ຜູ້​ສະມັກ​ງານ​ທີ່​ມີ​ຕໍ່​ຜູ້​ສຳພາດ​ງານ

ຄວາມ​ໃນ​ໃຈ​ຂອງ​ຜູ້​ສະມັກ​ງານ​ທີ່​ມີ​ຕໍ່​ຜູ້​ສຳພາດ​ງານ

Published on

 

“ຈາກ​ຄຸນສົມບັດ​ຕໍ່​ໄປ​ນີ້​ຖ້າ​ໃຜ​ມີ​ຄົບ​ທຸກ​ຂໍ້ ​ເຊື່ອ​ໄດ້​ວ່າ​ຈະ​ຊອກ​ວຽກ​ໃນ​ຝັນ​ໄດ້​ບໍ່​ຍາກ ​ແລະ ​ໂອກາດ​ທີ່​ຈະ ​ຈະ​ເລີນກ້າວໜ້າ​ກໍ່​ມີ​ຫຼາຍ​ເຊັ່ນ​ກັນ ​ແຕ່​ຖ້າ​ມີ​ບໍ່​ຄົບ​ກໍ່​ບໍ່​ເປັນ​ຫຍັງ ​ເລື່ອງ​ແບບ​ນີ້​ຮຽນ​ຮູ້ ​ແລະ ຝຶກ​ຝົນ​ກັນ​ໄດ້ ບໍ່ມີ​ສິ່ງ​ໃດ​ຊ້າ​ເກີນ​ໄປ​ທີ່​ຈະ​ຝຶກ”

interview11

ບໍ່​ສະ​ເພາະ​ແຕ່​ຜູ້​ສະມັກ​ງານ​ເທົ່າ​ນັ້ນທີ່​ຕ້ອງ​ເຮັດ​​ໃຫ້ HR ປະ​ທັບ​ໃຈ​ໃນ​ການ​ສຳພາດ​ງານ HR ​ເອງ​ກໍ່​ຕ້ອງ​ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ຜູ້​ສະມັກ​ງານເຊັ່ນ​ກັນ ຫຼາຍຄັ້ງທີ່​ຜູ້​ສະມັກ​ງານ ​ເປັນ​ຝ່າຍ​ບໍ່​ປະ​ທັບ​ໃຈ ​ແລະ ມີ​ຄວາມ​ໃນ​ໃຈ​ທີ່ຢາກ​ບອກ​ໃຫ້​ຜູ້​ສຳພາດ​ຮູ້​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພວກເຂົາ ວ່າ​ມີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ຜູ້​ສະມັກ​ງານ​ຮັບ​ບໍ່​ໄດ້ ​ແລະ HR ຄວນຈະ​ຕ້ອງ​ປັບປຸງ​ໃນ​ດ້ານ​ຕ່າງໆ ​ດັ່ງ​ນີ້:

  1. ​ເວລາ​ຂອງ​ຜູ້​ສະມັກ​ງານ​ທີ່​ມີຄ່າ​ຄື​ກັນ

ບັນຫາ​ທີ່​ຜູ້​ສະມັກ​ງານ​ພົບ​ສະ​ເໝີ​ຄື: ຖືກ​ປ່ອຍ​ໃຫ້​ນັ່ງ​ລໍຖ້າ​ດົນ​​ເກີນ​ໄປ ​ເມື່ອ​ນັດ​ຜູ້​ສະມັກ​ງານ​ມາ​ສຳພາດ​ງານ​ແລ້ວ ຜູ້​ສຳພາດ​ຄວນ​​​ເຄຍຄິວໃຫ້​ວ່າງ​ເຊັ່ນ​ກັນ ຄວນຄຳນຶງ​ເຖິງ​ໃຈ​ເຂົາ​ໃຈ​ເຮົາ ​ເຮົາ​ຍັງ​ຢາກ​ໃຫ້​ຜູ້​ສະມັກ​ງານມາ​ຕົງ​ເວລາ​ ຜູ້​ສະມັກ​ກໍ່​ຢາກ​ໃຫ້​ຜູ້​ສຳ​ພາດ​ຕົງ​ເວລາ​ຄື​ກັນ ບາງ​ບໍລິສັດ​ໃຫ້ນັ່ງ​ລໍຖ້າດົນໆ ​ແຕ່​ສຳພາດ​ບໍ່​ຮອດ 10 ນາທີ ຫຼື ບາງ​ຄັ້ງບໍລິຫານ​​ເວລາ​ບໍ່​ດີ ກໍ່ປ່ອຍໃຫ້​ຜູ້​ສະມັກ​ລໍຖ້າ​ດົນ​ເປັນ​ຊົ່ວ​ໂມງ ຈຶ່ງ​ຈະ​ໄດ້​ສຳພາດ ຫຼັງ​ສຳພາດ​ຍັງ​ບອກໃຫ້​​​​ມີ​ການທົດ​ສອບຕໍ່ ​ເສຍດາຍ​ເວລາ​ນັ່ງ​ລໍຖ້າ ​ແລະ ​ເຮັດ​ໃຫ້​ເກີດ​ຄວາມ​ຮູ້ສຶກ​ບໍ່​ປະ​ທັບ​ໃຈ​ບໍລິສັດ​ອີກ​ດ້ວຍ.

  1. ຄວນ​ອ່ານ​ຊີວະ​ປະຫວັດ​ຫຍໍ້ກ່ອນ​ເອີ່​ນມາ​ສຳພາດ​

ມີ​ບໍລິສັດ​ຈຳນວນ​ບໍ່​ໜ້ອຍ ທີ່​​ເອີ້​ນຜູ້​ສະມັກ​ງານ​ມາ​ສຳພາດ​ງານ ​ໂດຍ​ບໍ່​ໄດ້​ຄັດ​ເລືອກຊີວະ​ປະຫວັດ​ຫຍໍ້​ເລີຍ​ວ່າ ຄຸນສົມບັດ​ກົງ​ກັບ​ທີ່​ກຳລັງ​ຊອກ​ຫາ​ຢູ່ ຫຼື ບໍ່ ​ເຮັດ​ໃຫ້​ຜູ້​ສະມັກ​ງານ​ຖືກ​ປະຕິ​ເສດ​ດ້ວຍ​ເຫດຜົນ​ທີ່​ບໍ່​ໜ້າ​ໃຫ້​ອະ​ໄພ ​ເຊັ່ນ: ຮັບ​ສະ​ເພາະ​ຜູ້​ຊາຍ, ຈົບ​ບໍ່​ຖືກ​ກັບ​ສາຍ​ງານ​ທີ່​ຕ້ອງການ, ​ເກຣດສະ​ເລ່ຍບໍ່​ເຖິງ, ຮັບ​ບາງ​ສະ​ຖາ​ບັນ​ເທົ່າ​ນັ້ນ, ບໍ່​ມີ​ປະສົບ​ການ​ດ້ານ​ທີ່​ຕ້ອງການ​ມາ​ກ່ອນ ຊຶ່ງ​ຂໍ້​ມູນ​ເຫຼົ່າ​ນີ້​ຜູ້​ສະມັກ​ງານ​ຂຽນ​ໄວ້ໃນຊີວະ​ປະຫວັດ​ຫຍໍ້​ແລ້ວ ຖ້າ​ບໍ່​ກົງ​ກັບ​ທີ່​ຕ້ອງການ​ກໍ່​ບໍ່​ຄວນ​ເອີ້ນ​ມາ​ສຳພາດ​ຕັ້ງ​ແຕ່​ຕົ້ນ.

  1. ຢ່າ​ເຮັດ​ແບບ​ນີ້​ກັບ​ໃຜ​ອີກ​ເລີຍ

ບາງ​ບໍລິສັດ​ຕອບ​ຮັບ​ຜູ້​ສະມັກ​ງານ​ເຂົ້າ​ເຮັດ​ວຽກ​​ແລ້ວ ນັດ​ເຊັນ​ສັນຍາ ນັດ​ມື​້​ເລີ່​ມ​ເຮັດ​ວຽກ ຕົກ​ລົງ​ເງິນ​ເດືອນ ​ແລະ ສະຫວັດດີ​ການ​ກັນ​ເປັນ​ຢ່າງ​ດີ​ແລ້ວ ​ເຮັດ​ໃຫ້​ຜູ້​ສະມັກ​ງານ​ວາງ​ໃຈ​ວ່າ​ໄດ້​ວຽກ​ໃໝ່​ເຮັດ​ແນ່ນອນ ຈຶ່ງ​ໄປ​ລາ​ອອກ​ຈາກ​ບ່ອນ​ເຮັດ​ວຽກ​ເກົ່າ​ຮຽບຮ້ອຍ ​ແຕ່​ບໍລິສັດ​​ໂທ​ມາ​ແຈ້ງວ່າ​ຮັບ​ເຂົ້າ​ເຮັດ​ວຽກ​ບໍ່​ໄດ້​ແລ້ວ ອ້າງ​ວ່າ​ບໍ່​ມີ​ງົບປະມານ ຜູ້​ບໍລິຫານ​ບໍ່​ຍອມ​ເຊັນ​ອະນຸມັດ ຢ່າ​ເຮັດ​ກັບ​ຜູ້​ສະມັກ​ງານ​ຢ່າງ​ໄຮ້​ຄວາມ​ຮັບຜິດຊອບ​​ແບບ​ນີ້​ເລີຍ.

  1. ຢ່າ​ຕໍ່​ເງິນ​ເດືອນ

ຜູ້​ສະມັກ​ງານ​ທີ່​ລະບຸ​ເງິ​ນ​ເດືອນ​ໄວ້​ໃນ ຊີວະ​ປະຫວັດ​ຫຍໍ້ ມີ​ຄວາມ​ຄາດ​ຫວັງ​ວ່າ​ບໍລິສັດ​ທີ່​ເອີ້ນ​ພວກເຂົາ​ໄປ​ສຳພາດ​ງານ​ຈະ​ຍອມຮັບ​ໃນ​ອັດຕາ​ເງິນ​ເດືອນ​ທີ່ພວກ​ເຂົາ​ສະ​ເໜີ​ໄປ ຫຼື ສາມາດ​ຕໍ່​ລອງ​ໄດ້​ເລັກ​ໜ້ອຍ ສ່ວນ​ຫຼາຍ​ແລ້ວ​ການ​ສຳພາດ​​ເປ​ັນໄປ​ດ້ວຍ​ດີ ຈົນ​ເຖິງ​ການ​ເຈລະຈາ​ເລື່ອງ​ເງິນ​ເດືອນ ກັບ​ຖືກ​ຕໍ່​​ເງິນ​ເດືອນ​ຈົນ​ຕ່ຳ ໜ້ອຍ​ກວ່າ​ເງິນ​ເດືອນຢູ່​ບໍລິສັດ​​ເກົ່າທີ່​ຜູ້​ສະມັກ​ງາຍ​ເຄີຍ​ໄດ້​ດ້ວຍຊ້ຳ ​ເຮັດ​ໃຫ້​ຜູ້​ສະມັກ​ງານ​ສ່ວນ​ຫຼາຍປະຕິ​ເສດ ​ແລະ ຮູ້ສຶກ​ເສຍ​ເວລາ​ກັບ​ການ​ມາ​ສຳ​ພາດ​ງານ​ໃນ​ຄັ້ງນີ້ ​ເພາະສະ​ນັ້ນ ຖ້າ​ບໍລິສັດ​ມີ​ບັນຫາ​ເລື່ອງ​ເງິນ​ເດືອນ ຄວນ​ແຈ້ງ​ຜູ້​ສະມັກ​ງານ​ກ່ອນ​​ໃນ​ຕອນ​ທີ່​ໂທ​ໄປ​ນັດ​ສຳພາດ ວ່າ​ສາມາດ​ຈ່າຍ​ໄດ້​​ເງິນ​ເດືອນ​ໃຫ້​ໄດ້​ປະມານ​ເທົ່າ​ໃດ ຖ້າ​ຜູ້​ສະມັກ​ງານ​ຕົກລົງ​ແລ້ວ​ຄ່ອຍ​ນັດ​ມາ​ສຳພາດ ຈະ​ໄດ້​ບໍ່​ເສຍ​ເວລາ​ກັນ​ທັງ​ສອງຝ່າຍ.

  1. ​ໃຫ້​ກຽດ​ຜູ້​ສະມັກ​ງານ

HR ທີ່​ຄິດ​ວ່າ​ຕົນ​ເອງ​ເປັນ​ຜູ້​ຍິ່ງ​ໃຫຍ່ ມີ​ອຳນາດ​ຕັດສິນ​ຊະ​ຕາ​ຊີວິດ​ຂອງ​ຜູ້​ສະມັກ​ງານ​ໄດ້ ຈຶ່ງ​ວາງທ່າ ​ເວົ້າຈາ​ບໍ່​ດີ ບໍ່​ຮັກສາ​ນ້ຳ​ໃຈ​ຜູ້​ສະມັກ​ງານ ຄິດ​ວ່າ​ຕົວ​ເອງ​ມີ​ສິດ​ເລືອກ​ຢູ່​ຝ່າຍ​ດຽວ ​ໂດຍ​ບໍ່​ຄິດ​ວ່າ​ຜູ້​ສະມັກ​ງານ​ກໍ່​ມີ​ສິດ​ເລືອກ​ເທົ່າໆ​ກັບ​ຕົນ​ເອງຄື​ກັນ ​ແລະ ບໍລິສັດ​ດີໆ​ກໍ່​ຍັງ​ມີ​ໃຫ້​ເລືອກ​ອີກຫຼາຍ​ເຊັ່ນ​ກັນ ບໍລິສັດ​ອາດ​ເສຍ​ໂອກາດ​ທີ່​ຈະ​ໄດ້​ຄົນ​ມີ​ຄວາມ​ສາມາດ​ມາ​ຮ່ວມ​ງານ​ນຳ ພຽງ​ເພາະ​ຜູ້​ສະມັກ​ງານ​ບໍ່​ປະ​ທັບ​ໃຈ​ຜູ້​ສຳພາດ​ງານ​ກໍ່​ເປັນ​ໄປ​ໄດ້.

HR ກໍ່​ຄື​ໜ້າ​ຕາ​ຂອງ​ບໍລິສັດ ພຶດຕິ​ກຳ​ຂອງ HR ຈະສະທ້ອນ​ພາບ​ລັກ​ຂອງ​ບໍລິສັດ​ ທີ່​ຈະ​ຖືກ​ບອກ​ຕໍ່ໆ​ກັນ​ໄປ​ໃນ​ທາງ​ທີ່​ດີ ຫຼື  ບໍ່​ດີ​ກໍ່​ໄດ້ ຂຶ້ນກັບ​ການ​ວາງ​ຕົວ​ຂອງ HR ​ເຊັ່ນ​ກັນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...