Homeຄົມຄິດຄົມຄົນບໍ່ຮູ້ໃຜພິມໄວ້... ແຕ່ອ່ານແລ້ວປະທັບໃຈ

ບໍ່ຮູ້ໃຜພິມໄວ້… ແຕ່ອ່ານແລ້ວປະທັບໃຈ

Published on

images

ຈົນ ແປວ່າ ມີໜ້ອຍ ແຕ່ບໍ່ໄດ້ແປວ່າ ທຸກ
ລວຍ ແປວ່າ ມີຫຼາຍ ແຕ່ບໍ່ໄດ້ແປວ່າ ສຸກ
ພໍພຽງ ແປວ່າ ມີພໍ ກໍບໍ່ໄດ້ແປວ່າ ທຸກ ຫຼື ສຸກ
ເສນາບໍດີດື່ມນ້ຳຈາກໂອ ທີ່ເຮັດດ້ວຍຄຳ ປຽບທຽບກັບຊາວນາ ທີ່ດື່ມນ້ຳຈາກ ກະໂປະໝາກພ້າວ ຖ້າຫາກມີຄວາມພໍໃຈ ຍ່ອມສຸກເທົ່າກັນ.

ຂໍ້ຄິດສະກິດໃຈ:

ທີ່ສຸດແຫ່ງຄວາມເສຍດາຍ ຄື ຕາຍໄປແລ້ວໃຊ້ເງິນບໍ່ໝົດ
ທີ່ສຸດແຫ່ງຄວາມສະຫຼົດ ຄື ໃຊ້ເງິນໝົດແລ້ວ ຍັງບໍ່ຕາຍ
ບໍ່ມີໃຜຮູ້ດອກວ່າ… ເວລາ ທີ່ຜ່ານມາ ກັບ ເວລາທີ່ເຫຼືອຢູ່ ອັນໃດຈະມີຫຼາຍກວ່າກັນ
ສະນັ້ນ, ຈົ່ງໃຊ້ເວລາທີ່ເຫຼືອ ຢ່າງມີຄວາມສຸກ ກັບຄອບຄົວ ກັບຄົນຮັກ ແລະກັບໝູ່ເພື່ອນດີໆ ຂໍຢ້ຳ ກັບເພື່ອນທີ່ດີ ທີ່ມີຄວາມຊື່ສັດ ແລະຈິງໃຈ ກັບເຮົາ! ໃຫ້ມັນກຸ້ມຄ່າ ຢ່າງເຕັມທີ່ !!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...