spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ປກສ ບໍ່ແກ້ວ ຈັບຜູ້ຄ້າຢາເສບຕິດລາຍໃຫຍ່ ໄດ້ຂອງກາງແສນກ່ວາເມັດ!

ເຈົ້າໜ້າທີ່ ປກສ ບໍ່ແກ້ວ ຈັບຜູ້ຄ້າຢາເສບຕິດລາຍໃຫຍ່ ໄດ້ຂອງກາງແສນກ່ວາເມັດ!

Published on

yaba

ເມື່ອບໍ່ດົນນີ້, ເຈົ້າໜ້າທີ່ ປກສ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັບຕົວຜູ້ຄ້າຢາເສບຕິດລາຍໃຫຍ່ຄື ທ້າວ ທາຍ​ລີ​ວັນ ​ແຊ່​ຈ່າວ ອາຍຸ 29 ປີ ​ແລະ ທ້າວຈານ​ຕອງ ອາຍຸ 40 ປີ ​ຢູ່​ບ້ານ​ຫ້ວຍ​ແມງ ເມືອງ​ປາກ​ທາ ພ້ອມ​ຂອງ​ກາງ​ຢາ​ບ້າ​ຈຳນວນ 120,000 ​ເມັດ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວ ແມ່ນຊື້ມາຈາກເຄືອຂ່າຍຄ້າຢາເສບຕິດ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອຈະເອົາໄປສົ່ງໃຫ້ລູກຄ້າຢູ່ບ້ານປໍ ເມືອງວຽງແກ່ນ ຈັງຫວັດຊຽງລາຍ ປະເທດໄທ ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ. ປັດຈຸບັນຄະດີຢາເສບຕິດລາຍນີ້ ພວມຢູ່ໃນຂັ້ນຕອນ​ຂະ​ຫຍາ​ຍຜົນ​ຫາຜູ້ຮ່ວມຂະບວນການ ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍໂດຍໄວ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ເມື່ອທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ສາມາດຈັບຕົວຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍ ມາດໍາເນີນຄະດີຕາມລະບຽບກົດໝາຍຄື: ທ້າວ ວັນລົບ ອາຍຸ 38 ປີ ແລະ ທ້າວ ຕູ້ ອາຍຸ 38 ປີຢູ່ບ້ານໜອງສະພັງທົ່ງ ເມືອງໜອງບົກ ແຂວງຄໍາມ່ວນ ພ້ອມຂອງກາງຢາບ້າເກືອບ 200 ເມັດ ໂດຍທັງສອງຖືກເຈົ້າໜ້າທີ່ຈັບຕົວໄດ້ ໃນຂະນະເອົາຢາເສບຕິດ ໄປສົ່ງໃຫ້ລູກຄ້າຢູ່ເຂດບ້ານໜອງສະພັງທົ່ງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...