Homeຂ່າວການສຶກສາປະເທດສະວິດ ແລະ ເຢຍລະມັນ ສະໜັບສະໜູນປະຕິຮູບລະບົບອະຊີວະສຶກສາ

ປະເທດສະວິດ ແລະ ເຢຍລະມັນ ສະໜັບສະໜູນປະຕິຮູບລະບົບອະຊີວະສຶກສາ

Published on

 

ປະເທດ​ສະ​ວິດ ແລະ ເຢຍ​ລະ​ມັນ ໃຫ້ການ​ສະໜັບສະໜູນ​ລັດຖະບານ​ລາວ ເພື່ອ​ປະຕິ​ຮູບ​ລະບົບ​ອະ​ຊີວະ​ສຶກ​ສາ​ຂອງ​ປະເທດ ເຂົ້າ​ໃນ​ແຜນ​ງານ “ການ​ສຶກ​ສາ​ວິຊາ​ຊີບ​ຢູ່ ​ສປປ ລາວ” (VELA) ຈະ​ປະກອບ​ເຂົ້າ​ໃນ​ຂະ​ບວນ​ການ​ປະຕິ​ຮູບ ສ້າງ​ໃຫ້​ບັນດາ​ໂຮງຮຽນ​ອະ​ຊີວະ​ສຶກ​ສາ​ບັນລຸ​ເປົ້າ​ໝາຍ ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ​ຢູ່ ​ສປປ ລາວ.

ແຜນ​ງານ​ດັ່ງກ່າວ​ຈະ​ໃຊ້​ງົບປະມານ​ທັງ​ໝົດ 164.800 ລ້ານ​ກີບ ປະມານ 20,6 ລ້ານ​ໂດ​ລາ​ສະຫະລັດ ຈະ​ເລີ້ມ​ຈັດ​ຕັ້ງ​ປະຕິບັດ​ໄປ​ຈົນ​ເຖິງ​ປີ 2017 ທີ່​ຈະ​ມາ​ເຖິງ​ນີ້ ເຊິ່ງ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ໂດຍ ຈີ​ໄອ​ເຊັດ (GIZ) ໂດຍ​ການ​ສະໜັບສະໜູນ​ຂອງ​ອົງການ​ຮ່ວມ​ມື​ສະ​ວິດ ເພື່ອ​ການ​ພັດທະນາ (SDC) ແລະ ກະຊວງ​ແຫ່ງ​ຊາດ​ເຢຍ​ລະ​ມັນ ເພື່ອ​ການ​ຮ່ວມ​ມື ແລະ ພັດທະນາ​ດ້ານ​ເສດຖະກິດ (BMZ).

ພິທີ​ເຊັນ​ສັນຍາ​ໃຫ້ການ​ສະໜັບສະໜູນ​ໃນ​ຄັ້ງ​ນີ້ ໄດ້​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ພະຈິກ 2013 ທີ່​ຜ່ານ​ມາ ຢູ່​ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ກະຊວງ​ແຜນການ ແລະ ການ​ລົງທຶນ ສະພາ​ອຸດສາຫະກຳ ແລະ ການ​ຄ້າ​ແຫ່ງ​ຊາດ​ລາວ ອົງການ​ຮ່ວມ​ມື​ສະ​ວິດ​ເພື່ອ​ການ​ພັດທະນາ ສະຖານທູດ​ເຢຍ​ລະ​ມັນ ແລະ ຈີ​ໄອ​ເຊັດ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...