Homeຂ່າວຕ່າງປະເທດຈີນຕອບໂຕ້ສະຫະລັດ ໃຜແທ້ທີ່ທ້າທາຍການຈັດລະບຽບ ລະຫວ່າງປະເທດ?

ຈີນຕອບໂຕ້ສະຫະລັດ ໃຜແທ້ທີ່ທ້າທາຍການຈັດລະບຽບ ລະຫວ່າງປະເທດ?

Published on

12219453_1687985004750848_1640069635043736661_n

ເມື່ອວັນທີ 10 ພະຈິກ 2015 ທ່ານຫົງ ເລີ່ຍ ລັດຖະມົນຕີກະຊວງການຕ່າງປະເທດຈີນ ອອກມາຕອບໂຕ້ຄຳຖະແຫຼງການ ຂອງ ທ່ານ ແອຊຕັນ ຕາເຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດຂອງສະຫະລັດ ເມື່ອວັນເສົາທີ່ຜ່ານມາວ່າ “ຈີນເປັນຜູ້ຮັກສາ ຜູ້ສ້າງ ຜູ້ຊ່ວຍເຫຼືອ ການຈັດລະບຽບດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນອາຊີ-ປາຊິຟິກ ຕາມຂະບວນການຍຸດຕິທຳລະຫວ່າປະເທດ”.

ທັງນີ້ທ່ານ ຄາເຕີ ໄດ້ຖະແຫຼງການ ກ່ອນໜ້ານີ້ວ່າ ຈີນເປັນຄວາມທ້າທາຍຂອງການ ຈັດລະບຽບປະເທດ ພ້ອມຢ້ຳວ່າ ເຂົາໄດ້ຢ້ຽມຢາມເຮືອບັນທຸກເຮືອບິນ ຂອງສະຫະລັດໃນທະເລຈີນໃຕ້ ເມື່ອອາທິດແລ້ວເພື່ອຊົມການສາທິດ ການເດິນເຮືອຢ່າງມີເສລີພາບ.

ດ້ານທ່ານ ຫົງ ກ່າວວ່າ “ການຈັດລະບຽບລະຫວ່າງປະເທດ” ນັ້ນບໍ່ສາມາດກຳໜົດຕາມຄວາມຕ້ອງການ ຂອງສະຫະລັດໄດ້ແຕ່ພຽງຜູ້ດຽວ.

12240158_1688453668037315_7587768580120242772_n

ສ່ວນເລື່ອງເສລີພາບໃນການເດິນເຮືອ ໃນທະເລຈີນໃຕ້ນັ້ນ ທ່ານ ຫົງ ກ່າວວ່າ ຈຸດຢືນຂອງຈີນນັ້ນຊັດເຈນ ແລະຈະບໍ່ປ່ຽນແປງ ສະຫະລັດບໍ່ມີສິດຫຍັງທີ່ຈະ ມາວິພາກວິຈານໃນເລື່ອງນີ້.

ທ່ານກ່າວວ່າ “ຈີນມີສິດໃນການສ້າງ ດິນແດນຂອງໂຕເອງ ເພາະໝູ່ເກາະໜາຊານັ້ນ ເປັນຂອງຈີນມາແຕ່ສະໄໝບູຮານແລ້ວ ແລະມັນຈະບໍ່ສ້າງຄວາມເສຍຫາຍ ໃຫ້ແກ່ປະເທດອື່ນໃດ ລວມທັງບໍ່ລະເມີດເສລີພາບໃນການ ເດິນເຮືອຂອງພູມິພາກນີ້ອີກດ້ວຍ ນອກຈາກນີ້ ຈີນຍັງຍິນດີ ທີ່ຈະມີການຮ່ວມມືກັບປະເທດ ໃນອາຊຽນເພື່ອຮັກສາສັນຕິພາບ ແລະຄວາມໝັ້ນຄົງໃນທະເລຈີນໃຕ້”

ທັງນີ້ ການທີ່ເຮືອຮົບຂອງສະຫະລັດ ໄດ້ລ່ວງລ້ຳເຂົ້ານ່ານນ້ຳຂອງໝູ່ເກາະຈີນ ໃນທະເລຈີນໃຕ້ ໂດຍບໍ່ໄດ້ຮັບອະນຸຍາດຈາກຈີນກ່ອນ ເປັນການລະເມີດອະທິປະໄຕ ແລະຄວາມໝັ້ນຄົງຂອງຈີນ ລວມທັງເພິ່ມຄວາມເຄັ່ງຄຽດໃນພູມິພາກ ອີກດ້ວຍ.

ທ່ານກ່າວວ່າ “ມັນຊັດເຈນຫຼາຍວ່າ ໃຜກັນແທ້ທີ່ທ້າທາຍການຈັດລະບຽນ ລະຫວ່າງປະເທດ ແລະເປັນຝ່າຍທີ່ສ້າງບັນຫາ ຢ່າງແທ້ຈິງ?”

ພາບ-ຂ່າວ: ຊິນຫົວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...