spot_img
Homeຂ່າວພາຍ​ໃນສຈ.ດຣ ບຸນຕຽມ ໄດ້ຮັບ ວຸດທິຖານະປັນຍາຊົນໂລກ

ສຈ.ດຣ ບຸນຕຽມ ໄດ້ຮັບ ວຸດທິຖານະປັນຍາຊົນໂລກ

Published on

DR
ສາ​ສະ​ດາ​ຈານ ດັອກເຕີ ບຸນ​ຕຽມ ພິດສະ​ໄໝ ​ໄດ້​ຮັບ​ວຸດ​ທິຖານະ​ເປັນ​ປັນຍາ​ຊົນ​ໂລກ ​ແຫ່ງ​ສັດ​ຕະວັດ​ທີ 21

ວັນ​ທີ 11 ພະ​ຈິກ​ນີ້, ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ນະ ຄອນຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວກ່ຽວກັບທ່ານສາສະ ດາຈານ ດຣ ບຸນຕຽມ ພິດສະໄໝ ທີ່ເປັນໜຶ່ງໃນຈໍານວນ 2 ພັນຄົນທົ່ວໂລກໄດ້ຮັບ​​ວຸດ​ທິຖານະ ​ເປັນ​ປັນຍາ​ຊົນ​ໂລກ​ແຫ່ງ​ສັດ​ຕະວັດ​ທີ 21 ພາຍໃຕ້ຄະຕິທໍາ “ສັກ​ສີ​ຂອງ​ຄົນ​ຢູ່​ທີ່​ຄວາມ​ຄິດ” ຈາກ​ສູນ​ຊີວະ​ປະ​ຫວັດ​ສາກົນ, ​ເມືອງ​ແຄມ​ບຣິຊ, ປະ​ເທດ​ອັງກິດ.

ທ່ານສາສະດາຈານ ດຣ ບຸນຕຽມ ພິດສະໄໝ ຮຽນ​ຈົບ​ປະລິນຍາ​ເອກດ້ານ​ຄະນິດສາດ – ຟີ​ຊິກ​ສາດທີ່​ປະ​ເທດ​ຝຣັ່ງ ແລະ ​ເປັນ​ນັກວິ​ໄຈ​ປະຈຳ​ຫ້ອງ​ທົດ​ລອງ​ດ້ານ​ຟີ​ຊິກ ​ອາ​ວະ​ກາດ​ຢູ່​ສູນ​ຄົ້ນ​ຄວ້າວິທະຍາສາດ ​ແຫ່ງ​ຊາດ​ຝຣັ່ງ, ເຄີຍເປັນຜູ້ຮັບຜິດຊອບ ​ໂຄງການ​ວິ​ໄຈ​ດາວ​ທຽມ OSO 5  ​ແລະ ໄດ້​ເຂົ້າ​ຮ່ວມ​ໂຄງການ​ດາວ​ທຽມ OSO 6 ລະຫວ່າງ​ຝຣັ່ງ ​​ແລະສະຫະລັດອາ​ເມຣິກາ, ເຄີຍ​ເປັນ​ຮອງ​ຄະນະ​ກຳມະການ​ ຮັບຮອງ​ຜົນ​ຂອງ​ສະພາ​​ແຫ່ງ​ສີ​ລະ​ປະກຳ ​ວິທະຍາສາດ ​​ແລະ ການ​ສື່ສານ, ​ເປັນ​ຮອງ​ຜູ້ອຳນວຍການ​ໃຫຍ່​ແຫ່ງ ​ສູນ​ຊີ​ວິ​ປະຫວັດ​ສາກົນ​ສຳລັບ​ທະວີບອາຊີ, ນອກຈາກນີ້ຍັງເປັນໜຶ່ງ​ໃນ​ບັນດາ​ ຜູ້​ສ້າງ​ຕັ້ງ​ອົງການສໍາພັນນັກ​ສຶກສາລາ​ວ​ ທີ່​ປະ​ເທດ​ຝຣັ່ງ, ຊຶ່ງ​ເປັນອົງການ​ນັກ​ສຶກສາຮັກຊາດ​ ກ້າວໜ້າ​ ແລະ​ ສະ​ໜັບສະ​ໜູນ​ ການ​ປະຕິ​ວັດ​ລາວ​ຢູ່​ປະ​ເທດ​ຝຣັ່ງ, ​ໄດ້​ຮັບຕໍາ​ແໜ່​ງ​ເປັນ​ລັດຖະມົນຕີ​ ຢູ່​ຫຼາຍ​ຂະ​ແໜງ​ການ ​​ແລະ ຫຼາຍສະ​ໄໝ,​ ທັງເປັນ​ສະມາຊິກສະພາ​ແຫ່ງ​ຊາດ ​​ເຂດເລືອກຕັ້ງທີ 1 ​ນະຄອນຫຼວງ​ວຽງ​ຈັນ 3 ສະ​ໄໝ ​ແລະ ດ້ານ​ວິທະຍາສາດ​ຫຼາຍ​ຕຳ​ແໜ່​ງ ແລະ ​ໃນ​​ເວລາ​ທີ່​ທ່ານ​ດຳລົງ​ຕຳ​ແໜ່​ງ​ເປັນ ​ສະພາ​ວິທະຍາສາດ​ແຫ່ງ​ຊາດ​ນັ້ນ​ ທ່ານ​ໄດ້​ອະນຸມັດ​ການ​ສ້າງ​ຕັ້ງ​ສະມາຄົມ​ ຊີວະ​ນານາພັນ​ລາວ​ຢ່າງ​ເປັນ​ທາງ​ການ ​ໃນ​ປີ 2003 ແລະ  ການຈັດຖະແຫລງຂ່າວເທື່ອນີ້ກໍເພື່ອ ໃຫ້ສັງຄົມ​ໄດ້​ຮັບ​ຮູ້​ວ່າ:​ ຄົນ​ລາວເຮົາກໍ​ມີ ຄວາມສາມາດໄດ້​ຮັບ​ກຽດ​ອັນ​ສູງ​ສົງຈາກ ອົງການສາກົນກໍຄືໄດ້ກາຍເປັນ ນັກວິທະຍາສາດຄົນໜຶ່ງທີ່ໂລກຮັບຮູ້ ແລະໃຫ້ນັກຮຽນ-ນັກສຶກສາ, ປັນຍາຊົນໄດ້ເອົາເປັນແບບຢ່າງ ໃນການຕັ້ງໜ້າສຶກສາຮໍ່າຮຽນ ເພື່ອໃຫ້ໄດ້ກາຍເປັນນັກວິທະຍາສາດທີ່ເກັງ ເພື່ອພັດທະນາປະເທດຊາດໃຫ້ມີ ຄວາມຈະເລີນຂຶ້ນໄປເລື້ອຍໆ.

ເຂົ້າຮ່ວມພິທີຖະແຫລງຂ່າວດັ່ງກ່າວ ມີທ່ານສາສະດາຈານ ດຣ ບຸນຕຽມ ພິດສະໄໝ, ທ່ານຫຸມພັນ ຣັດຕະນະ​ວົງ ປະທານ​ສະມາຄົມ​ຊີວະ​ນານາພັນ​ລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ,ພ້ອມດ້ວຍ​ສື່​ມວນຊົນ​​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...