Homeຂ່າວພາຍ​ໃນອຸດົມໄຊສົ່ງເສີມການຜະລິດເປັນສິນຄ້າຢ່າງແຂງແຮງ

ອຸດົມໄຊສົ່ງເສີມການຜະລິດເປັນສິນຄ້າຢ່າງແຂງແຮງ

Published on

ທ່ານ ​ເພັດສາຄອນ ຫລວງ​ອາ​ໄພ ​ເຈົ້າ​ແຂ​ວງອຸດົມ​ໄຊ ​ໃຫ້​ຮູ້​ເມື່ອ​ບໍ່​ດົນ​ນີ້​ວ່າ: ສຳລັບ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ແບບ​ທຳ​ມະ​ຊາດ ​ແລະ ​ເຄິ່ງທຳ​ມະ​ຊາດ​ໄປ​ສູ່​ຮູບ​ແບບ​ເສດຖະກິດ​ສິນຄ້າ​ຕາມ​ກົນ​ໄກ​ຕະຫລາດ​ຢູ່​ແຂວງ​ອຸດົມ​ໄຊ ​ແມ່ນ​ໄດ​ສຸມ​ໃສ່​ການ​ຜະລິດ​ສະບຽງ​ອາຫານ​ໂດຍ​ການ​ຂະຫຍາຍ​ເນື້ອ​ທີ່​ນາ, ຫລຸດ​ເນື້ອ​ທີ່​ໄຮ່, ສ້າງ​-ປັບປຸງ​ລະບົບ​ຊົນລະປະທານ, ຍົກ​ສະມັດ​ຕະພາບ​ການ​ຜະລິດ​ຕາມ​ທິດ​ຍືນ​ຍົງ ​ເຊິ່ງປີ 2015 ສາມາດ​ຜະລິດ​ເຂົ້າ​ໄດ້ 84 ພັນ​ກວ່າ​ໂຕນ ​ເພີ່ມ​ຂຶ້ນ​ຈາກ​ປີ2010 ປະມານ 5%; ການ​ປູກ​ພືດ​ເປັນ​ສິນຄ້າ​ໄດ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະ​ການ​ປູກ​ຢາງພາລາມີ​ເນື້ອ​ທີ່​ເກືອບ 30 ພັນ​ເຮັກຕາ, ປີ 2014 ສາມາດ​ຜະລິດ​ຢາງ​ສົ່ງ​ອອກ​ເກືອບ 6 ພັນ​ໂຕນ. ການ​ປູກ​ກ້ວຍ​ຫອມ​ຂອງ​ບັນດາ​ບໍລິສັດທັງ​ພາຍ​ໃນ ​ແລະຕ່າງປະ​ເທດ ​ມີ​ເນື້ອ​ທີ່​ເກືອບ 3 ພັນ​ເຮັກຕາ, ​ເກັບ​ກູ້​ຜົນ​ຜະລິດ​ສົ່ງ​ອອກ​ໄດ້​ຫລາຍ​ກວ່າ 1 ​ແສນ​ໂຕນ.

ຄຽງ​ຄູ່​ກັນ​ນັ້ນການ​ສົ່ງ​ເສີມ​ການ​ຜະລິດ​​ເປັນສິນຄ້າປີ 2014 ບັນລຸ 90 ພັນ​ກວ່າ​ໂຕນ ​ເດັ່ນ​ກວ່າ​ໝູ່​ແມ່ນ​ຂະ​ບວນການ​ຜູກ​ຜັກ​ປອດ​ສານ​ພິດ​ໃນ​ເຮືອນ​ຮົ່ໝຢູ່​ເມືອງ​ໄຊສາມາດ​ຜະລິດ ​ແລະສະໜອງ​ພືດ​ຜັກ​ເຂົ້າ​ຕະຫລາດ​ພາຍ​ໃນ​ໄດ້ 1.600 ກິ​ໂລ​ຕໍ່​ວັນ ​ແລະມີ​ການ​ສົ່ງ​ອອກ​ບັນດາ​ແຂວງ​​ໃກ້​ຄຽງ. ພ້ອມ​ນີ້ຍັງ​ໄດ້​ຫັນກາ​ນລ້ຽງສັດ​ແບບ​ທຳ​ມະ​ຊາດ ​ໄປ​ສູ່​ການ​ລ້ຽງ​ແບບ​ເປັນ​ກຸ່ມ​ຫລາຍ​ຂຶ້ນສາມາດ​ສະໜອງ​ຊີ້ນ-​ປາ ​ແກ່​ຕະຫລາດ​ຢ່າງ​ພຽງພໍສະ​ເລ່ຍ 1.300 ກິ​ໂລ​ຕໍ່​ວັນ. ປັດຈຸບັນມີ​ຫລາຍ​ບ້ານ, ຫລາຍ​ຄອບຄົວ ​ໄດ້​ກາຍ​ເປັນ​ຕົວ​ແບ​ບ​ໃນ​ການ​ລ້ຽງ, ການ​ຜະລິດ ​ແລະການ​ບໍລິການ.

ທ່ານ​ເຈົ້າ​ແຂວງ​ອຸດົມ​ໄຊ ​ໃຫ້​ຮູ້​ຕື່ມ​ວ່າ: ​ໄລຍະ​ຜ່ານ​ມາ​ໄດ້​ເສີມ​ຂະຫຍາຍ​ກຳລັງ​ສັງ​ລວມທຸກ​ພາກສ່ວນ​ເສດຖະກິດ-ສັງຄົມ ​ເຂົ້າ​ໃນ​ການ​ຜະລິດ​ທຸລະ​ກິດຕິດ​ພັນ​ກັບ​ການ​ຜະລິດ​ເປັນ​ສິນຄ້າ-ການ​ບໍລິການສ້າງ​ລາຍ​ຮັບ​​ໃຫ້​ປະຊາຊົນ, ທັງ​ສົ່ງ​ເສີມ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ການ​ຜະລິດ​ສິນຄ້າ​ທີ່​ເປັນ​ເອກ​ກະ​ລັກ​ຂອງ​ບັນດາ​ເມືອງ​ຕາ​ມທິດ “ໜຶ່ງ​ເມືອງໜຶ່ງ​ຜະລິດ​ຕະພັນ” ຢ່າງ​ແຂງ​ແຮງ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...