Homeຂ່າວພາຍ​ໃນລາວລ້ານຊ້າງຍັງຈະສືບຕໍ່ພັດທະນານັກເຕະເພື່ອຍາດເອົາແຊ້ມລາວພຣີເມຍລີກລະດູການໜ້າ

ລາວລ້ານຊ້າງຍັງຈະສືບຕໍ່ພັດທະນານັກເຕະເພື່ອຍາດເອົາແຊ້ມລາວພຣີເມຍລີກລະດູການໜ້າ

Published on

ປະທານສະໂມສອນລ້ານຊ້າງ ຢູໄນເຕັດ ຫຼື ທີມພະລັງຊ້າງສານ ຢືນຢັນຈະສືບຕໍ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນທີມໃຫ້ມີຄວາມແຂງແກ່ນດີກວ່າເກົ່າ ເພື່ອຫວັງສ້າງຜົນງານຈະຄອງແຊ້ມລາວ ພຣີເມຍລີກ ລະດູການ 2016 ເປັນຄັ້ງປະຫວັດສາດໃຫ້ແກ່ສະໂມສອນ ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫ້ແກ່ວົງການກິລາເຕະບານລາວ ກ້າວສູ່ອາຊີບໃນອະນາຄົດ.
ຫຼັງຈາກສິ້ນສຸດການແຂ່ງຂັນເຕະບານ ລາວ ພຣີເມຍລີກ ລະດູການ 2015 ເມື່ອບໍ່ດົນມານີ້, ທ່ານ ພັນທະຈິດ ອິນທິລາດ ປະທານສະໂມສອນ ລ້ານຊ້າງ ຢູໄນເຕັດ ກໍ່ໄດ້ເປີດເຜີຍເຖິງແຜນຍຸດທະສາດການພັດທະນາທີມ ເພື່ອກຽມຮອງຮັບໃສ່ລະດູການໜ້າ ໃຫ້ຮູ້ວ່າ: ກ່ອນອື່ນກໍ່ຂໍສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຫ້ການສະໜັບສະໜູນ, ພໍ່-ແມ່ປະຊາຊົນ ຕະຫຼອດຮອດກອງເຊຍ ກໍ່ຄື ແຟນບານຂອງສະໂມສອນ ລ້ານຊ້າງ ຢູໄນເຕັດ ທີ່ຮ່ວມແຮງຮ່ວມໃຈກັນສົ່ງສຽງເຊຍປະກອບສ່ວນເຮັດໃຫ້ທີມມີກຳລັງໃຈ ສາມາດສ້າງຜົນງານໄດ້ອັນດັບທີ 2 ໃນການແຂ່ງຂັນເຕະບານ ລາວ ພຣີເມຍລີກ ລະດູການ 2015 ມາຄອງ ເຊິ່ງເປັນຜົນງານທີ່ໜ້າພໍໃຈທີ່ສຸດ.
ແຕ່ເຖິງຢ່າງໃດກໍ່ຕາມ, ຫຼັງສິ້ນສຸດການແຂ່ງຂັນນີ້ແລ້ວ ສະໂມສອນກໍ່ໄດ້ມີແຜນການສືບຕໍ່ພັດທະນາທີມໃຫ້ມີຄວາມແຂງແກ່ນດີຂຶ້ນກວ່າເກົ່າ, ໃນນັ້ນ ຈະສຸມໃສ່ເລັ່ງການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລາງໃຫ້ສຳເລັດຢ່າງສົມບູນ ພ້ອມທັງຈະເຄື່ອນໄຫວຈັດກິດຈະກຳແຂ່ງຂັນເຕະບານຮຸ່ນເຍົາວະຊົນ ຫຼື ງານບຸນມະໂຫລານ ເພື່ອເປັນການຄັດເລືອກ ແລະ ສ້າງນັກກິລາຮຸ່ນສືບທອດ ກຽມທົດແທນໃຫ້ນັກກິລາຮຸ່ນອ້າຍຢູ່ໃນຊຸດໃຫຍ່ ເວົ້າລວມ, ເວົ້າສະເພາະແມ່ນສ້າງໂອກາດໃຫ້ກ້າວໄປສູ່ທີມຊາດໃນອະນາຄົດ ຄຽງຄູ່ກັນນັ້ນ, ກໍ່ຍັງເປັນການປະ ກອບສ່ວນສົ່ງເສີມພັດທະນາວົງການກິລາເຕະບານ ສປປ ລາວ ເພື່ອກ້າວສູ່ອາຊີບອີກດ້ວຍ.
ທ່ານ ພັນທະຈິດ ອິນທິລາດ ຍັງໄດ້ກ່າວໃຫ້ຮູ້ເຖິງການຍ້າຍທີມຂອງ ສຸກອາພອນ ວົງຈຽງຄຳ ທີ່ຈະກັບໄປຊ່ວຍຕົ້ນສັງກັດເກົ່າ ສະໂມສອນ ເອສຣາ ນັ້ນ ແມ່ນບໍ່ຂໍດຶງຜູ້ກ່ຽວໄວ້ ເພາະທຸກຄົນມີຈຸດປະສົງເປົ້າໝາຍ ແລະ ທິດທາງທີ່ຈະພັດທະນາຊີວິດຂອງຕົນເອງໃຫ້ດີຂຶ້ນ. ດັ່ງນັ້ນ, ພວກເຮົາຕ້ອງໄດ້ປ່ອຍໃຫ້ເຂົາເຈົ້າໄປພັດທະນາຕົນເອງ ກັບຕົ້ນສັງກັດໃໝ່.
ແນວໃດກໍ່ຕາມ, ໃນລະດູການໜ້າ ສະໂມສອນ ລ້ານຊ້າງ ຈະໄດ້ມີການປັບປຸງທີມເພີ່ມຕື່ມ ໂດຍຈະຊື້ເອົານັກເຕະທີ່ມີສີຕີນດີ ແລະ ມີຄຸນະພາບສູງ ເພື່ອຈະນຳພາທີມຄວ້າແຊ້ມຕາມເປົ້າໝາຍທີ່ວາງໄວ້.
ສຳລັບຜົນງານຂອງທີມພະລັງຊ້າງສານ ສະໂມສອນລ້ານຊ້າງ ຢູໄນເຕັດ ໃນການລົງສະໜາມລາຍການ ລາວ ພຣີເມຍລີກ ປະຈຳປີ 2015 ລົງແຂ່ງຂັນ 20 ນັດ ຈາກທັງໝົດ 11 ສະໂມສອນ ເຂົ້າຮ່ວມແຂ່ງຂັນ ສາມາດເອົາຊະນະ 15 ນັດ, ສະເໝີ 3 ນັດ ແລະ ເສຍ 2 ນັດ ລວມມີ 40 ຄະແນນ ເທົ່າກັນກັບ ທີມລາວ ໂຕໂຢຕ້າ ເອັຟຊີ ແຊ້ມ ລາວ ພຣີເມຍລີກ 2015 ແລະ ມີປະຕູໄດ້ເສຍດີກວ່າ ແຕ່ອີງຕາມກົດລະບຽບຂອງ ສະຫະພັນບານເຕະແຫ່ງຊາດລາວ ທີ່ກຳນົດໃຊ້ກົດເຮດທູເຮດ ຈຶ່ງສົ່ງຜົນໃຫ້ທີມລາວ ໂຕໂຢຕ້າ ດີກວ່າ ໄດ້ແຊ້ມໄປຄອງ ສ່ວນ ລ້ານຊ້າງ ໄດ້ພຽງອັນດັບທີ 2 ໄປຄອງ.

12143090_821601611288767_8448330004096137163_n

ຂອບໃຈຂ່າວຈາກ: ສຕລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...