spot_img
Homeຂ່າວຕ່າງປະເທດປະທານປະເທດຈີນຢ້ຽມຢາມຫວຽດນາມ ເພີ່ມທະວີການພົວພັນຮ່ວມມື ລະຫວ່າງສອງປະເທດ!

ປະທານປະເທດຈີນຢ້ຽມຢາມຫວຽດນາມ ເພີ່ມທະວີການພົວພັນຮ່ວມມື ລະຫວ່າງສອງປະເທດ!

Published on

7

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ພະຈິກນີ້ວ່າ ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຈີນ ສີ​ຈິ້ນ​ຜິງ ແຕ່​ວັນ​ທີ 5-6 ພະຈິກ 2015 ນີ້ ທັງສອງຝ່າຍຫວຽດ​ນາມ ແລະ ຈີນ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ-ຈີນ.  ພ້ອມກັນນັ້ນ, ຜູ້ນຳທັງສອງປະເທດ ຍັງມີ​ການ​ເຈ​ລະ​ຈາ, ພົບ​ປະ​ແລກ​ປ່ຽນ​ຄຳ​ເຫັນ​ໃນດ້ານ​ຕ່າງໆ​ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ໂດຍບັນ​ດາ​ການ​ນຳຫວຽດ​ນາມ ແລະ ຈີນ ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ ຫວຽດ​ນາມ ແລະ ຈີນ ຄວນ​ກຳ​ແຫນ້ນ​ທິດ​ທາງ​ອັນ​ຖືກ​ຕ້ອງ​ ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບຫວຽດ​ນາມ ແລະ ຈີນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ຮ່ວມ​ມື​ບັນ​ດາ​ຂົງ​ເຂດ ​ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ ແລະ ​ກັນ, ສະ​ເຫມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຄວມ​ຄຸມ​ ແລະ ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ​ ຫວຽດ​ນາມ – ຈີນ ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ ແລະ ສະ​ຖຽນ​ລະ​ພາບ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...