Homeຂ່າວພາຍ​ໃນສະຫາຍເລຂາທິການໃຫຍ່ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍເລຂາທິການໃຫຍ່ ຕ້ອນຮັບຄະນະຜູ້ແທນຫວຽດນາມ

Published on

ສະຫາຍເລຂາທິການໃຫຍ່ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ວັນ​ທີ 30 ພະຈິກ 2013 ຜ່ານ​ມາ​ນີ້ ທີ່​ຫ້ອງ​ຮັບແຂກ​ຫ້ອງ​ວ່າການ​ສູນ​ກາງ​ພັກ ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະເທດ​ຊາດ​ຫວຽດນາມ ນຳ​ໂດຍ​ສະຫາຍ ຫງວ​​ຽນ ທັຽນ ເຢີນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສູນ​ກາງ​ແນວ​ໂຮມ​ປະເທດ​ຊາດ​ຫວຽດນາມ ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ແຕ່​ວັນ​ທີ 30 ພະຈິກ-1 ທັນວາ 2013 ນີ້.

ໂອກາດ​ດັ່ງກ່າວ ສະຫາຍ​ເລຂາທິການ​ໃຫຍ່ ໄດ້​ສະແດງ​ຄວາມ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ກັບ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ແຫ່ງ ​ສປປ ລາວ ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະເທດ​ຊາດ​ຫວຽດນາມ ອັນ​ຈະ​ເປັນ​ການ​ສືບຕໍ່​ເພີ່ມ​ທະວີ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ​ລາວ ແລະ ຫວຽດນາມ ເວົ້າ​ລວມ ເວົ້າ​ສະເພາະ ລະຫວ່າງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ແນວ​ໂຮມ​ປະເທດ​ຊາດ​ຫວຽດນາມ​ທີ່​ມີ​ມາ​ແລ້ວ​ນັ້ນ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ ພ້ອມ​ນີ້ ສະຫາຍ​ເລຂາທິການ​ໃຫຍ່ ຍັງ​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ມາ​ຍັງ​ພັກ ແລະ ລັດຖະບານ​ຫວຽດນາມ ຕາງໜ້າ​ໂດຍ​ແນວ​ໂຮມ​ປະເທດ​ຊາດ​ຫວຽດນາມ ໄດ້​ມາ​ປະດັບ​ຫຼຽນ​ໄຊ​ຫຼຽນ​ກາ​ໃຫ້​ແກ່​ຜູ້​ທີ່​ມີ​ຜົນງານ​ແກ່ ​ສປປ ລາວ ໃນ​ຄັ້ງ​ນີ້ ຊຶ່ງ​ມັນ​ສະແດງ​ໃຫ້​ເຫັນ​ເຖິງ​ຍາມ​ໃດ​ການ​ຮ່ວມ​ມື​ຂອງ​ສອງ​ປະເທດ​ອ້າຍ​ນ້ອງ​ລາວ ແລະ ຫວຽດນາມ ກໍ​ນັບ​ມື້​ແໜ້ນ​ແຟ້ນ ແລະ ມີ​ຜົນສຳເລັດ​ເປັນ​ກ້າວໆ.

ສະຫາຍ​ປະທານ​ສູນ​ກາງ​ແນວ​ໂຮມ​ປະເທດ​ຊາດ​ຫວຽດນາມ ກໍ​ໄດ້​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ຢ່າງ​ຈິງ​ໃຈ ມາ​ຍັງ​ສະຫາຍ​ເລຂາທິການ​ໃຫຍ່ ທີ່​ໄດ້​ໃຫ້​ກຽດ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້ ອັນ​ເປັນ​ການ​ກະຕຸກ​ຊຸກຍູ້​ເຮັດ​ໃຫ້​ສອງ​ອົງການ​ແນວ​ໂຮມ ໄດ້​ສືບຕໍ່​ເພີ່ມ​ທະວີ​ຮັດ​ແໜ້ນ​ການ​ຮ່ວມ​ມື​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ແລະ ປະທານ​ສູນ​ກາງ​ແນວ​ໂຮມ​ປະເທດ​ຊາດ​ຫວຽດນາມ ຍັງ​ຖື​ໂອກາດ​ນີ້ ຕາງໜ້າ​ໃຫ້​ພັກ-ລັດ ແລະ ປະຊາຊົນ​ຫວຽດນາມ ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຜົນສຳເລັດ​ໃນ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ຂອງ​ຜູ້ນຳ​ພັກ-ລັດ ແລະ ປະຊາຊົນ​ລາວ​ບັນດາເຜົ່າ​ທີ່​ຍາດ​ມາ​ໄດ້​ຕະຫຼອດ​ໄລຍະ 38 ປີ ເນື່ອງ​ໃນ​ໂອກາດ​ວັນຊາດ ​ສປປ ລາວ ວັນ​ທີ 2 ທັນວາ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...