spot_img
Homeຂ່າວເຫດການກະກຽມເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ເລືອກຕັ້ງສະມາຊິກສະພາແຂວງ

ກະກຽມເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ເລືອກຕັ້ງສະມາຊິກສະພາແຂວງ

Published on

F-L-PDR

ກອງ​ປະຊຸມ​ລະຫວ່າງ​ຄະນະປະຈຳ​ສະພາ​ແຫ່ງ​ຊາດ ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກ​ຕັ້ງ​ທົ່ວ​ປະເທດ ປະຈຳ​ປີ 2015 ຈັດ​ຂຶ້ນ​ລະຫວ່າງວັນ​ທີ 5-7 ພະຈິກ 2015 ຢູ່​ທີ່ຫ້ອງ​ປະຊຸມ​ໃຫຍ່​ສະພາ​ແຫ່ງຊາດ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະທານສະພາ​ແຫ່ງ​ຊາດ.

ໂອກາດ​ດັ່ງກ່າວ​ທ່ານ ສົມ​ພັນ ແພງ​ຄຳ​ມີ ໄດ້​ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ຖື​ວ່າ​ມີ​ຄວາມ​ໝາຍຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ ເນື່ອງຈາກ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ພ້ອມ​ກັນ​ຕີລາຄາ​ຄືນ​ ການເຄື່ອນໄຫວ​ວຽກງານ 5 ປີ​ຂອງ​ຄະນະ​ສະມາຊິກສະພາ​ແຫ່ງ​ຊາດ ແລະ ການ​ຊີ້ນຳ-ນຳພາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ຕໍ່​ເຂດ​ເລືອກ​ຕັ້ງຕ່າງໆ​ໃນ​ໄລຍະ​ຜ່ານ​ມາ ຫາລື ແລະ ກຳນົດ​ແຜນ​ຍຸດ​ທະ​ສາດ ໃນ​ການ​ພັດທະນາ​ລະບົບ​ສະພາ ແຕ່​ນີ້​ຫາ​ປີ 2020 ປີ 2025 ແລະ ປີ 2030 ພ້ອມ​ນັ້ນ ກອງປະຊຸມ​ຍັງ​ເປັນ​ເຈົ້າ​ການ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ຫາລື ແລະ ກຳນົດ​ແຜນ​ວຽກ ເພື່ອ​ຮັບ​ໃຊ້​ແກ່ການ​ເລືອກ​ຕັ້ງສະມາຊິກ​ສະພາ ຊຸດ​ທີ VIII ແລະ ສະມາຊິກ​ສະພາປະຊາຊົນ​ຂັ້ນ​ແຂວງ ລວມ​ທັງວຽກ​ງານ​ຄົ້ນຄວ້າ-ທາບ​ທາມ 3 ຮ່າງ​ກົດໝາຍຄື: ກົດໝາຍ​ວ່າດ້ວຍ​ສະພາ​ແຫ່ງ​ຊາດ ກົດໝາຍວ່າ​ດ້ວຍ​ສະພາ​ປະຊາຊົນ​ຂັ້ນແຂວງ ແລະ ກົດໝາຍ​ວ່າ​ດ້ວຍການ​ເລືອກ​ຕັ້ງ​ສະມາຊິກ​ສະພາແຫ່ງ​ຊາດ ແລະ ສະພາ​ປະຊາຊົນຂັ້ນ​ແຂວງ​ຕື່ມ​ອີກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...