spot_img
Homeວິທະຍາສາດ-ວິທະຍາການຜົນວິໄຈ “ຊັອກໂກແລັດ” ຊ່ວຍບຳລຸງສະໝອງ ແລະ ຫລຸດອາການຄວາມຈຳເສື່ອມໄດ້!!

ຜົນວິໄຈ “ຊັອກໂກແລັດ” ຊ່ວຍບຳລຸງສະໝອງ ແລະ ຫລຸດອາການຄວາມຈຳເສື່ອມໄດ້!!

Published on

a3983a336b12ab76_5163212763_5814526f01_b.preview

ທີມ​ນັກ​ວິ​ໄຈ​ຈາກ Loma Linda University (ມະຫາ​ວິທະຍາ​ໄລ ໂລ​ມາ ລິນ​ດາ) ຈາກ​ລັດ​ແຄ​ລິ​ຟໍ​ເນຍ ຂອງ​ປະເທດ​ສະ​ຫະລັດ​ອາເມຣິ​ກາລະ​ບຸ​ວ່າ ຈາກ​ຜົນ​ການສຶກສາ​ເບື້ອງ​ຕົ້ນ​ພົບ​ວ່າ ການ​ໄດ້ຮັບ​ສານ ໂກ​ໂກ້ຈະ​ໄປ​ສະ​ສົມ​ໃນ​ສະໝອງ ຊຶ່ງ​ຊ່ວຍ​ໃນ​ດ້ານ​ຄວາມ​ຈຳ​ແລະ​ການ​ຮຽນ​ຮູ້ ການ​ຮັບປະທານ ຊັອກ​ໂກ​ແລັດ ນັ້ນ​ຈຶ່ງ​ມີ​ສ່ວນ​ກ່ຽວ​ພັນ​ກັບ​ປະໂຫຍດ​ຂອງ​ຮ່າງກາຍ ເຊັ່ນ ການຫ​ລຸດ​ຄວາມ​ຄຽດ ການ​ບຳ​ລຸງ​ຫົວ​ໃຈ ນອກ​ຈາກ​ນີ້​ງານ​ວິ​ໄຈ​ຍັງ​ລະ​ບຸ​ວ່າ ມັນ​ຊ່ວຍ​ໃຫ້​ສະຫມອງ​ຂອງ​ເຈົ້າ​ສະຫລາດ​ຂຶ້ນ ແລະ​ເພີ່ມ​ປະ​ສິດ​ທິ​ພາບ​ຄວາມ​ຈຳ​ອີກ​ດ້ວຍ

ດຣ.ລີເບີລ໌​ ຫົວ​ໜ້າ​ທີມ​ວິ​ໄຈ​ລະ​ບຸ​ວ່າ “ພວກ​ເຮົາ​ຕື່ນ​ເຕັ້ນ​ກັບ​ຜົນ​ການສຶກສາ​ເທື່ອ​ນີ້​ຫລາຍ ເພາະ​ອາດ​ເປັນ​ປະ​ຕູ​ໄປ​ສູ່​ການ​ຊ່ວຍ​ຟື້ນຟູ​ຄວາມ​ຈຳ​ຂອງ​ຜູ້​ປ່ວຍ​ທີ່​ມີ​ອາການ​ຄວາມ​ຈຳ​ເສື່ອມ ແລະ​ພະຍາດ​ທີ່​ກ່ຽວ​ພັນ​ກັບ​ການ​ແກ່​ເຖົ້າ”

618_348_health-benefits-of-dark-chocolate-600x338

ເຮົາ​ເຊື່ອ​ວ່າ ການ​ໄດ້ຮັບ​ສານ​ຊະນິດ​ນີ້ ຈະ​ຊ່ວຍ​ໃຫ້​ເກີດ​ການ​ຕື່ນ​ຕົວ​ຂອງ​ປະສາດ ແລະ ຮັກສາ​ໂປຣ​ຕີນ ຊຶ່ງ​ຈະ​ຊ່ວຍ​ໃຫ້​ເຊລ໌​ປະສາດ​ຈະເລີນ​ເຕີບໃຫ່ຍ​ໄດ້​ດີ ຊຶ່ງ​ນັ້ນ​ໝາຍ​ເຖິງ ການ​ເພີ່ມ​ປະ​ສິດ​ທິ​ພາບ​ການເຮັດວຽກງານ​ຂອງ​ສະໝອງ ການ​ສື່​ສານ​ຂອງ​ສະໝອງ ການ​ໄຫລ​ວຽນ​ເລືອດ ແລະ​ຫລອດ​ເລືອດ​ໃນ​ລະບົບ​ຮັບ​ຮູ້​ຂອງ​ສະໝອງ​ອີກດ້ວຍ

ຊຶ່ງ​ທັງ​ໝົດ​ນີ້​ກ່ຽວ​ພັນກັບ​ຄວາມ​ສາມາດ​ດ້ານ​ການ​ໃຊ້​ເຫດຜົນ ສະຕິປັນຍາ ຄວາມ​ຈຳ ຄວາມ​ຮັບ​ຮູ້ ພາ​ວະ​ອາລົມ ແລະ​ພຶດຕິກຳ​ຂອງ​ຄົນ ພວກ​ເຮົາ​ເຊື່ອ​ວ່າ ສານ​ໂກ​ໂກ້ ມີຄວາມ​ກ່ຽວ​ພັນ​ກັບ​ລະບົບ​ໄຟ​ຟ້າ​ໃນ​ເສັ້ນ​ປະສາດ ແຕ່​ບໍ່​ວ່າ​ຈະ​ເຄີຍ​ມີ​ການ​ຢືນຢັນ​ເລື່ອງ​ນີ້​ມາ​ແລ້ວ​ ກໍ​ຍັງ​ຈະ​ຕ້ອງ​ມີ​ການສຶກສາ​ຫາ​ຂໍ້​ມູນ​ກັນ​ເພີ່ມເຕີມ​ຕໍ່ໄປ​ອີກ​ຢູ່​ດີ

1mar-dark-choco-benefits-600x416

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...