spot_img
Homeລົດຍົນ-ຍານພາຫະນະYamaha ພັດທະນາສຸດຍອດຫຸ່ນຍົນແຂ່ງລົດຈັກ

Yamaha ພັດທະນາສຸດຍອດຫຸ່ນຍົນແຂ່ງລົດຈັກ

Published on

yamaha-motobot

ໃນ​​ບໍ່​ຈັກປີ​ທີ່​ຜ່ານມາ​ເຮົາ​ໄດ້​ເຫັນ​ພັດທະນາ​ການ​ຂອງ​ຫຸ່ນ​ຍົນ​ທີ່​ຈະເລີນ​ໄປ​ຫລາຍ ທັງ​ຫຸ່ນ​ຍົນ​ທີ່​ຍ່າງ​ໃນ​ທາງ​ລຳ​ບາກ​ໄດ້​ຢ່າງ​ດີ ລົດ​ທີ່ບໍ່ມີ​ຄົນ​ຂັບ​ທີ່​ໃກ້​ຄວາມ​ຈິງ​ຂຶ້ນ​ໄປ​ທຸກ​ມື້ ແລະ ​ມື້​ນີ້ Yahama ໄດ້​ເຜີຍ​ວິ​ດີ​ໂອ​ຂອງ​ໂປຣ​ເຈກ​ພັດທະນາ​ຫຸ່ນ​ຍົນ​ທີ່​ຂັບ​ຂີ່​ລົດຈັກ​ໄດ້ ຊຶ່ງ​ນອກ​ຈາກ​ຄວາມ​ສຸດຍອດຂອງ​ວິ​ດີ​ໂອ​ແລ້ວ ສິ່ງ​ທີ່​ໜ້າ​ຕົກໃຈ​ຄື​ສຽງ​ເວົ້າ​ຂອງ​ຫຸ່ນ​ຍົນ​ໃນ​ຕົວ​ວິ​ດີ​ໂອ​ນີ້​ແຫລະ

I was created to surpass you

ຫລາຍ​ຄົນ​ອາດຈະ​ບໍ່​ຮູ້​ວ່າ​ນອກ​ຈາກ​ລົດຈັກ ​ແລະ ​ເຄື່ອງ​ດົນຕີ​ແລ້ວ Yamaha ຍັງ​ພັດທະນາ​ຫຸ່ນ​ຍົນ​ເພື່ອ​ອຸດສາຫະກຳ​ມາ​ດົນ​ກວ່າ 3 ທົດ​ສະວັດ​ແລ້ວ ແຕ່​ການສ້າງ​ຫຸ່ນ​ຍົນ​ທີ່​ສາມາດ​ຂີ່​ລົດຈັກ​ໄດ້​ນັ້ນ​ຊັບ​ຊ້ອນ​ກວ່າ​ຫຸ່ນ​ຍົນໃນໂຮງ​ງານ​ຫລາຍ ໂດຍ​ສະເພາະ​ການສ້າງ​ເພື່ອ​ຂັບ​ຂີ່ Yamaha R1M ລົດຈັກ​ທີ່​ອອກ​ແບບ​ມາ​ເພື່ອ​ມະນຸດ ບໍ່ແມ່ນ​ຂີ່​ລົດຈັກ​ທີ່​ສ້າງ​ຂຶ້ນ​ໃໝ່​ເພື່ອ​ໃຫ້​ຫຸ່ນ​ຍົນ​ຂີ່​ໂດຍ​ສະເພາະ

http://youtu.be/4asCK8yamb0

Motobot ຂອງ Yamaha ນັ້ນ​ສາມາດ​ຄວບ​ຄຸມ​ລົດ​ໄດ້ 6 ຢ່າງ​ຄື ລ້ຽວ ເລັ່ງ ເບ​ຣກ​ໜ້າ ເບ​ຣກ​ຫລັງ ບີບ​ຄັດ ປ່ຽນ​ເກຍ ໂດຍ​ຮັບ​ຂໍ້​ມູນ​ຈາກ​ເຊນ​ເຊີລ໌​ຮອບ​ຄັນ​ລົດ ​ແລະ ​ລະ​ບຸ​ຕຳແໜ່ງ​ດ້ວຍ GPS ທີ່​ໜ້າ​ສົນ​ໃຈ​ຄື Yamaha ພັດທະນາ​ໃຫ້ Motobot ສາມາດ​ພັດທະນາ​ການ​ຂັບ​ຂີ່​ໄດ້​ດ້ວຍ​ຕົວ​ເອງ ຊຶ່ງ​ເຮັດໃຫ້​ການ​ຂັບ​ຂີ່​ດີ​ຂຶ້ນ​ເລື້ອຍ​ໆ ແລະ​ໃຊ້​ເວລາ​ຕໍ່​ຮອບ​ໜ້ອຍ​ລົງ​ເລື້ອຍ​ໆ

ພາຍ​ໃນ​ປີ​ນີ້ Yamaha ຕັ້ງ​ເປົ້າ​ວ່າ Motobot ຈະ​ສາມາດ​ເຂົ້າ​ໂຄ້ງ ແລ່ນຊິກ​ແຊກ​​ໄດ້ ແລະ​ເຮັດ​ຄວາມ​ໄວ​ໃນ​ທາງ​ກົງ​ໄດ້ 100 ກມ./ຊມ. ແລ້ວ​ໃນ​ປີ 2017 ກໍ​ຄາດ​ຫວັງ​ວ່າ Motobot ຈະ​ສາມາດ​ລົງສະໜາມ​ແທ້ ແລະ​ເຮັດ​ຄວາມ​ໄວ​ໄດ້​ຫລາຍກວ່າ 200 ກມ./ຊມ. ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ຫລາຍກວ່າ​ນັກ​ແຂ່ງ​ມະນຸດ

Yamaha ບອກວ່າ​ເປົ້າ​ໝາຍ​ໃນ​ການສ້າງ Motobot ຄື​ເພື່ອ​ພັດທະນາ​ລະບົບ​ຄວາມ​ປອດ​ໄພ​ສຳລັບ​ລົດຈັກແລະ​ຍານ​ພາຫະນະ​ຕ່າງໆ ໃນ​ປີ 2020 ​ Yamaha ຫວັງ​ວ່າ​ຈະ​ນຳ​ເທກ​ໂນ​ໂລ​ຍີ​ຈາກ Motobot ມາ​ໃສ່​ໃນ​ຜະລິດຕະພັນ​ທີ່​ວາງ​ຈຳ​ໜ່າຍ

yamaha-motobot-motorcycle-riding-robot-1-1024x575

ບໍ່​ແນ່ ໄວ​ໆນີ້​ເຮົາ​ອາດຈະ​ໄດ້​ເຫັນ​ລົດຈັກ​ທີ່​ມີ​ລະບົບ​ຊ່ວຍ​ຜູ້​ຂັບ​ຂີ່​ຮັກສາສົມ​ດຸນ ເຮັດໃຫ້​ລົ້ມ​ຍາກ​ຂຶ້ນ​ກໍ​ເປັນ​ໄດ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...