Homeມູມໄອທີລາວຮືຮາ! Samsung ເປີດຕົວສາຍຮັດຂໍ້ມືສາກແບັດໄວ້ໃຊ້ເທິງອຸປະກອນ wearable

ຮືຮາ! Samsung ເປີດຕົວສາຍຮັດຂໍ້ມືສາກແບັດໄວ້ໃຊ້ເທິງອຸປະກອນ wearable

Published on

samsung-stripe-battery

ຖ້າ​ເວົ້າ​ເຖິງ​ອຸປະກອນ​ໄອ​ທີ​ປະ​ເພດ​ສວມ​ໃສ່​ຫລື wearable ນັ້ນ ເລື່ອງ​ແບັດ​ເຕີ​ຣີ່​ຖື​ເປັນ​ບັນຫາ​ສຳຄັນ​ປະ​ການ​ໜຶ່ງ​ທີ່​ເປັນ​ຈຸດ​ອ່ອນ​ຂອງ​ສິນ​ຄ້າ​ກຸ່ມນີ້ ເມື່ອ​ມີ​ຂໍ້​ຈຳ​ກັດ​ໃນ​ເລື່ອງ​ຂອງ​ການ​ອອກ​ແບບ​ແລະ​ຂະໜາດ​ທີ່​ນ້ອຍ​ເຮັດໃຫ້​ມີ​ພື້ນ​ທີ່​ຂອງ​ແບັດເຕີຣີບັນ​ຈຸ​ໄດ້​ບໍ່​ບໍ່ຫລາຍ ຊຶ່ງ​ກໍ​ມີ​ແບຣນຫລາຍ​ເຈົ້າ​ທີ່​ພະຍາຍາມ​ຄິດ​ຄົ້ນ​ນະ​ວັດ​ຕະກຳ​ເພື່ອ​ສ້າງ​ທາງ​ເລືອກ​ໃໝ່​ຢູ່ ຫລ້າ​ສຸດ Samsung ໄດ້​ເປີດ​ຕົວ​ແບດ​ເຕີ​ຣີ່​ໃນ​ຮູບ​ແບບ​ຂອງ​ສາຍ​ຮັດ​ຂໍ້​ມື​ອອກ​ມາ​ໃຫ້​ໄດ້​ຮື​ຮາ​ແລ້ວ

ທັງ​ນີ້ Samsung ໄດ້​ທຳການ​ເປີດ​ຕົວ​ແບດ​ເຕີ​ຣີ່​ສາຍ​ຮັດ​ຂໍ້​ມື​ໃນ​ງານ InterBattery 2015 ຊຶ່ງ​ຈັດ​ຂຶ້ນ​ໃນ​ກຸງ​ໂຊນ ເມື່ອ​ອາທິດ​ທີ່​ແລ້ວ ແລະ​ຄາດ​ກັນ​ວ່າ​ຈະ​ຖືກ​ນຳ​ມາ​ໃຊ້​ກັບ​ອຸປະກອນ wearable ໃນ​ອະນາຄົດ​ອັນ​ໃກ້ ໂດຍ​ຫລາຍ​ຝ່າຍ​ເບີ່ງ​ວ່າ​ແບດ​ເຕີ​ຣີ່​ໃນ​ອຸປະກອນ wearable ໃນ​ອະນາຄົດ​ຈະ​ຖືກ​ດີ​ໄຊນ໌​ໃຫ້​ມີ​ຄວາມ​ຍືດ​ທັນສະໄຫມ​ຫລາຍ​ຂຶ້ນ​ແລະ​ສາມາດ​ແຕກ​ໄອ​ເດຍ​ໄປ​ໃຊ້​ງານ​ຮ່ວມກັບ​ອຸປະກອນ smart band, ເສື້ອ​ເຊີດ, ສາຍ​ຄໍ ໄດ້​ອີກດ້ວຍ ໂດຍ​ສາຍ​ແບດ​ເຕີ​ຣີ່​ດັ່ງ​ກ່າວ​ມີ​ຄວາມ​ໜາ​ພຽງ 0.3 ມິນ​ລິ​ແມັດ ແລະ ​ສາມາດ​ສາກ​ແບດ​ເຕີ​ຣີ່ເທິງ smartwatchໄດ້​ເກີນ​ກວ່າ 50% ຫລັງ​ຈາກ​ທຳການ​ທົດສອບ​ການ​ບິດ​ງໍ​ໃນ​ຮູບ​ແບບ​ຕ່າງໆ ມາ​ແລ້ວ ຊຶ່ງ​ຖື​ເປັນ​ນະ​ວັດ​ກຳ​ທີ່​ໜ້າ​ສົນ​ໃຈ​ຫລາຍ​ສຳລັບ​ອຸປະກອນ wearable ໃນ​ອະນາຄົດ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...