Homeຂ່າວຕ່າງປະເທດຕຶກໂຮງງານຖະຫລົ່ມທີ່ປາກີສະຖານ

ຕຶກໂຮງງານຖະຫລົ່ມທີ່ປາກີສະຖານ

Published on

Capture

ຕຶກ​ໂຮງ​ງາ​ນຖະຫລົ່ມ​ທີ່​ປາ​ກີ​ສະຖານມີ​ຜູ້​ເສຍຊີວິດ​ແລ້ວ 16 ລາຍ ​ແລະ ​ບາດ​ເຈັບ 40 ຄົນ​ຫລັງ​ຕຶກ​ໂຮງ​ງານ​​ຖະ​ຫລົ່ມ​ລົງ​ມາ​ໂດຍ​ບໍ່​ຮູ້​ສາ​ເຫດ ໃນ​ເມືອງ​ລາ​ຮໍ ທາງ​ຕະເວັນ​ອອກ​ຂອງ​ປາ​ກີ​ສະຖານ ເມື່ອ​ມື້​ວັນພຸດ​ທີ່​ 4 ພະຈິກ ຄາດ​ວ່າ​ຍັງມີ​ຄົນ​ງານ​ຕິດ​ຢູ່​ໃຕ້​ຊາກ​ເປ່ເພ​ອີກ​ປະມານ 100 ຄົນ ມື້​ວັນພະຫັດ​ທີ່ 5 ພະ​ຈິກ ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ກຸງ​ອິດສ໌​ລາ​ມາ​ບັດ​ປະເທດ​ປາ​ກີ​ສະຖານ ເມື່ອ​ວັນທີ່ 5 ນີວ່າ ວ່າ​ທ່ານ​ໂມ​ຮຳ​ໝັດ ອຸດ​ສະມານ​ເຈົ້າ​ຫນ້າທີ່​ຝ່າຍ​ບໍລິຫານ​ຂອງ​ເມືອງ​ລາ​ຮໍ​ທາງ​ຕະເວັນ​ອອກ​ຂອງ​ປາ​ກີ​ສະຖານ​ຊຶ່ງ​ເຮັດ ຫນ້າທີ່​ປະ​ສານ​ງານ​ເຫດ​ໄພ​ພິບັດ​ເປີດ​ເຜີຍ​ວ່າ​ເຈົ້າ​ຫນ້າທີ່​ກູ້​ໄພ​ໄດ້​ພົບ​​ຜູ້​ເສຍຊີວິດ​ແລ້ວ 16 ລາຍ ແລະ ​ບາດ​ເຈັບ​ອີກ 40 ຄົນ ນຳ​ສົ່ງ​ໂຮງໝໍ​ແລ້ວ​ຫລັງ​ເກີດ​ເຫດ​ອາ​ຄານ​ໂຮງ​ງານ​ສູງ 3 ຊັ້ນ​ເກີດ​​ຖະ​ຫລົ່ມ​ລົງ​ມາ​ໂດຍ​ບໍ່ຮູ້​ສາ​ເຫດ​ໃນ​ເມືອງ​ລາ​ຮໍ ເມື່ອ​ມື້​ວັນພຸດ​ທີ່​ຜ່ານມາ​ເຈົ້າ​ຫນ້າທີ່​ກູ້​ໄພ​ຍັງ​​ລະ​ດົມ​ກຳ​ລັງ​ຊ່ວຍເຫລືອ​ຢ່າງ​ເຕັມ​ທີ່ ເພາະ​ຄາດ​ວ່າ​ຍັງມີ​ຄົນ​ງານ​ອີກ​ປະມານ 100 ຄົນ​ຕິດ​ຢູ່​ໃຕ້​ຊາກ​ເປ່ເພ ໂຮງ​ງານ​ທີ່​ເກີດ​ເຫດ​ເປັນ​ອາ​ຄານ​ສູງ 3 ຊັ້ນ​ຜະລິດ​ຖົງ​ພາດ​ຕິກ​ສ໌ອ່ອນ​ຫລື​ໂພ​ລິ​ທີນ​ຕັ້ງ​ຢູ່ໃນ​ເຂດ​​ອຸດສາຫະກຳ​ຊຸນ​ດາ ​ຫ່າງຈາກ​ຕົວ​ເມືອງ​ລາ​ຮໍ​ໄປ​ທາງ​ຕະເວັນ​ຕົກ​ສຽງ​ໃຕ້ 45 ກມ. ຂະນະ​ດຽວ​ກັນ​ກອງທັບ​ປາ​ກີ​ສະຖານ​ໄດ້​ສົ່ງ​ທີມ​ຜູ້​ຊ່ຽວຊານ​ການ​ຄົ້ນ​ຫາ ​ແລະ ​ວິ​ສະວະກ​ອນ​ໄປ​ຊ່ວຍເຫລືອ​ທີ່​ໂຮງ​ງານ​ທີ່​ເກີດ​ເຫດ​ແລ້ວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...