spot_img
Homeຂ່າວພາຍ​ໃນແຊກະໜ່ຳ ຝຣັ່ງເກັບຂີ້ເຫຍື້ອຫຼັງບຸນຊ່ວງເຮືອ

ແຊກະໜ່ຳ ຝຣັ່ງເກັບຂີ້ເຫຍື້ອຫຼັງບຸນຊ່ວງເຮືອ

Published on

ຂ່າວເດັ່ນຂ່າວດັງ ທີ່ໜ້າຊື່ນຊົມຍິນດີ ໄດ້ເກີດຂຶ້ນຜູ້ຄົນຕ່າງຊ່ວຍກັນແຊ ຢ່າງສະໜັ່ນສັງຄົມອອນລາຍລາວ ເມື່ອມີຜູ້ໂພສຮູບພາບຊາວຕ່າງປະເທດ ກຸ່ມໜຶ່ງພາກັນອະນາໄມ ເກັບຂີ້ເຫຍື້ອທີ່ຮົກເຮື້ອຢູ່ເຂດກັນເຈື່ອນ ແຄມຂອງບໍລິເວນຈັດງານບຸນຊ່ວງເຮືອ ປະຈຳປີທີ່ຜ່ານມາບໍ່ດົນນີ້.

ຕໍ່ເຫດການດັ່ງກ່າວຜູ້ຄົນສ່ວນຫຼາຍ ຕ່າງກໍຍ້ອງຍໍຊົມເຊີຍຕໍ່ການກະທຳ ຂອງຊາວຕ່າງປະເທດກຸ່ມດັ່ງກ່າວ ທີ່ຮັກຄວາມສະອາດ ເຮັດເພື່ອສັງຄົມ (ເພື່ອໂລກ) ສົມກັບວ່າເປັນຄົນມາຈາກປະເທດ ທີ່ສີວິໄລແທ້ໆ. ໃນຂະນະດຽວກັນ ຫຼາຍຄົນກໍກ່າວວ່າ ພຶດຕິກຳດັ່ງກ່າວນັ້ນແມ່ນເປັນແບບຢ່າງ ທີ່ດີຫຼາຍແກ່ຄົນລາວ ເພື່ອເຕືອນສະຕິໂຕເອງ ໃຫ້ມີຄວາມຮັບຜິດຊອບຕໍ່ສັງຄົມ ມີຄວາມລະອາຍຕໍ່ການຖິ້ມຂີ້ເຫຍື້ອ ແລະຄວນພັດທະນາຈິດໃຈໃຫ້ສີວິໄລ ໄປພ້ອມໆກັບຄວາມສີວິໄລຂອງປະເທດ…

ເປັນປະຈຳທຸກໆ ປີ ຫຼືທຸກໆຄັ້ງທີ່ມີບຸນ ບໍ່ວ່າຈະເປັນບຸນອອກພັນສາ(ຊ່ວງເຮືອ), ບຸນທາດຫຼວງ, ບຸນພະເວດໃນເຂດນອກ, ບຸນຫາລາຍໄດ້ ແລະອື່ນໆ ທັງຕອນກຳລັງເຮັດບຸນ ແລະຕອນຫຼັງການເຮັດບຸນ ສະຖານທີ່ມັກຈະເຕັມໄປດ້ວຍຂີ້ເຫຍື້ອ ໂດຍສ່ວນຫຼາຍຈະແມ່ນປະເພດຖົງຢາງ, ຖົງເຂົ້າໜົມ, ກ່ອງໂຟມ, ໃບປິວໂຄສະນາ… ສັງຄົມໄດ້ແຕ່ຫວັງວ່າຄະນະຈັດຕັ້ງງານບຸນ ລວມທັງຜູ້ມີບົດບາດໃນສັງຄົມ ຈະຖອດຖອນບົດຮຽນໃນແຕ່ລະປີໄດ້ ແຕ່ວ່າຫຼັງຈາກງານບຸນປີໃດ ສັງຄົມກໍຜິດຫວັງກັບຄວາມຄາດຫວັງດັ່ງກ່າວ ເພາະຫຼາຍສິບຫຼາຍຮ້ອຍງານບຸນທີ່ຜ່ານມາ ບໍ່ສາມາດເປັນບົດຮຽນໃຫ້ພາກສ່ວນ ທີ່ກ່ຽວຂ້ອງເອົາມາຈັດຕັ້ງປະຕິບັດ ໃຫ້ເກີດປະສິດທິພາບທີ່ສູງໄດ້ ທັງນີ້ຈະຕຳໜິແຕ່ພາກສ່ວນຮັບຜິດຊອບໂດຍກົງ ກໍຄົງເປັນເລື່ອງທີ່ບໍ່ເໝາະສົມພໍເທົ່າໃດ ແຕ່ຕ້ອງເປັນຄວາມຮັບຜິດຊອບ ຂອງທຸກໆ ຄົນທີ່ໄດ້ເຂົ້າຮ່ວມງານບຸນ ລວມທັງຜູ້ປາກໄດ້ໄອດັງໃນສັງຄົມ ຈົ່ງເຫັນຄວາມສຳຄັນຂອງການພັດທະນາ ທາງດ້ານຈິດໃຈຂອງຄົນເຮົາ ໄປພ້ອມໆກັບການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ເພາະຫາກເມື່ອໃດຈິດໃຈບໍ່ໄດ້ຮັບການພັດທະນາ ບັນຫາເລັກໆນ້ອຍໆ ທີ່ເຮັດໄດ້ກໍຈະບໍ່ມີໃຜເຮັດ ດັ່ງການບໍ່ຖິ້ມຂີ້ເຫຍື້ອຊະຊາຍ ເປັນເລື່ອງທີ່ທຸກຄົນເຮັດໄດ້ ແຕ່ຈະມີຈັກສ່ວນຮ້ອຍຂອງຜູ້ໄປ ທ່ຽວບຸນ ທີ່ປະຕິບັດໄດ້.

1 2 3 4

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...