spot_img
Homeຂ່າວການພັດທະນາລາວ-ຈີນ ລົງນາມຮ່ວມທຶນ ສ້າງຕັ້ງບໍລິສັດດາວທຽມລາວ ກຳນົດປ່ອຍສູ່ວົງໂຄຈອນ 21 ພະຈິກນີ້!

ລາວ-ຈີນ ລົງນາມຮ່ວມທຶນ ສ້າງຕັ້ງບໍລິສັດດາວທຽມລາວ ກຳນົດປ່ອຍສູ່ວົງໂຄຈອນ 21 ພະຈິກນີ້!

Published on

2-1

ພິທີ​ເຊັນ​ສັນຍາ​ຮ່ວມ​ທຶນ​ສ້າງຕັ້ງ​ບໍລິສັດດາວ​ທຽມ​ລາວ ໃນ​ຕຳແໜ່ງ 128,5 ອົງສາ​ຕາເວັນ​ອອກ ລະຫວ່າງ ​ສປປ ລາວ ແລະ ​ສປ ຈີນ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 30 ຕຸລາ​ຜ່ານ​ມາ​ນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ. ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ເສດຖະກິດ​ມະຫາພາກບໍລິການ ແລະ ວຽກ​ງານ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ເຊິ່ງ​ສັນຍາ​ດັ່ງກ່າວ ​ໄດ້​ຮັບການ​ລົງ​ນາມ​ຈາກ​ທ່ານ ຫຽມ ພົມມະຈັນ ລັດຖະມົນຕີ​ວ່າການກະຊວງ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ທ່ານ ​ດຣ. ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການກະຊວງ​ການ​ເງິນ ທ່ານ ກວນ​ຮົວ​ປິງ ເອກ​ອັກຄະ​ລັດ​ຖະ​ທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ ​ສປ ຈີນ ປະຈຳ ​ສປປ ລາວ.

ດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ​ທີ່​ມີ​ຊື່ວ່າ Laosat-1 ຈະ​ໄດ້​ສົ່ງ​ສູ່​ວົງ​ໂຄຈອນ​ຂອງ​ໂລກ​ໃນ​ວັນ​ທີ 21 ພະຈິກ​ທີ່​ຈະ​ມາ​ເຖິງ​ນີ້ ເຊິ່ງ​ເປັນ​ໄລຍະ​ທີ່​ປະຊາຊົນ​ລາວ​ທັງ​ຊາດ​ພວມ​ຟົດຟື້ນ​ ສ້າງ​ຂະ​ບວນ​ການ​ຕ້ອນຮັບ​ວັນ​ສ້າງຕັ້ງ ​ສປປ ລາວ ຄົບຮອບ 40 ປີ ດາວ​ທຽມ​ລາວ​ນີ້ ​ຈະ​ເປັນ​ຂອງຂວັນ​ອັນ​ລ້ຳ​ຄ່າ​ສຳລັບ​ວັນ​ປະຫວັດສາດ​ສຳຄັນ​ດັ່ງກ່າວ ພາຍຫຼັງ​ໄດ້​ເລີ່ມ​ກໍ່ສ້າງ​ມາ​ແຕ່​ເດືອນ​ພຶດສະພາ 2008 ດ້ວຍ​ການ​ຂໍ​ຈອງ ແລະ ນຳ​ໃຊ້​ວົງ​ໂຄຈອນ 128,5 ອົງສາ ດ້ວຍ​ການ​ນຳ​ໃຊ້​ທຶນຮອນ​ເປັນ​ຈຳນວນ​ຫຼາຍ ຈົນ​ມາ​ຮອດ​ວັນ​ທີ 11 ກໍລະກົດ 2012 ຈຶ່ງ​ໄດ້​ມີ​ການ​ເຊັນ​ສັນຍາ​ເງິນ​ກູ້​ກັບ​ທະນາຄານ​ຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ ໃນ​ວົງ​ເງິນ​ຫຼາຍ​ກວ່າ 258 ລ້ານ​ໂດ​ລາ​ສະຫະລັດ.

ພາຍຫຼັງ​ສຳເລັດ​ການ​ສົ່ງ​ດາວ​ທຽມ Laosat-1 ຂຶ້ນ​ສູ່​ວົງ​ໂຄຈອນ​ແລ້ວ ຈະ​ມີ​ການ​ສ້າງຕັ້ງ​ບໍລິສັດ​ຮ່ວມ​ທຶນ ເຊິ່ງ​ປະກອບ​ມີ​ລັດຖະບານ​ລາວ ແລະ ບໍລິສັດ​ຜູ້​ມີ​ປະສົບ​ການ​ດ້ານ​ການ​ບໍລິການ​ດາວ​ທຽມ​ລະດັບ​ສາກົນ ຄື: ລັດຖະບານ​ລາວ 45% ບໍລິສັດ China-Pacific Mobile Telecommunications Satellite (APMT) ຂອງ​ຈີນ 35% ບໍລິສັດ Space Star Technology (SSTC) ຂອງ​ຈີນ 15% ແລະ ບໍລິສັດ Asia pacific Satellite Technology (APST) (ຮົງ​ກົງ) 5% ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ທຶນ​ດັ່ງກ່າວ ແມ່ນ​ເພື່ອ​ຄວາມ​ສະດວກ​ໃຫ້​ບໍລິສັດ​ຮ່ວມ​ທຶນ ​ມີ​ຄວາມ​ສະດວກ​ໃນ​ວຽກ​ບໍລິການ ການ​ສື່ສານ​ຜ່ານ​ດາວ​ທຽມປະເພດ​ຕ່າງໆ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ເຊັ່ນ: ການ​ສື່ສານ​ສຳລັບ​ວຽກ​ງານ​ຂອງ​ລັດ ການ​ໃຫ້​ເຊົ່າ​ຊ່ອງ​ດາວທຽມ ການ​ບໍລິການ​ໂທລະພາບ​ຜ່ານ​ດາວ​ທຽມ ການ​ສື່ສານ​ສຳລັບ​ເຂດ​ຊົນນະບົດ ແລະ ຫ່າງ​ໄກ​ສອກຫຼີກ ການ​ສຶກ​ສາ ແລະ ການ​ແພດ​ທາງໄກ ລະບົບ​ໂທລະ​ຄົມມະນາຄົມ ແລະ ອິນ​ເຕີ​ເນັດ ການ​ສື່ສານ​ໃນ​ວຽກງານ​ບັນເທົາ​ທຸກ ແລະ ຟື້ນ​ຟູ​ຈາກ​ໄພພິບັດ​ເປັນຕົ້ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...