Homeຂ່າວພາຍ​ໃນລາວ-ຈີນ ຫວັງເລັ່ງສ້າງກົນໄກຮ່ວມມື ລ້ານຊ້າງ-ນ້ຳຂອງ

ລາວ-ຈີນ ຫວັງເລັ່ງສ້າງກົນໄກຮ່ວມມື ລ້ານຊ້າງ-ນ້ຳຂອງ

Published on

12193488_1685847104964638_7572537684900035450_n

ເມື່ອວັນທີ 28 ຕຸລາ ທີ່ຜ່ານມາ ກຸ່ມການສົນທະນາແລກປ່ຽນຄວາມຄິດເຫັນ ດ້ານກົນໄກຄວາມຮ່ວມມືລ້ານຊ້າງ – ແມ່ຂອງ ທີ່ປະກອບໄປດ້ວຍຜູ້ຊ່ຽວຊານນັກວິຊາການ ແລະສື່ມວນຊົນຈາກຈີນ ໄດ້ຈັດການເສວະນາຂຶ້ນຮ່ວມກັບສື່ມວນຊົນລາວ ທີ່ນະຄອນຫຼວງວຽງຈັນ.

ທ່ານ ສະຫວັນຄອນ ຣາຊະມົນຕີ ລັດຖະມົນຕີຊ່ວຍວ່າການກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ລະບຸວ່າຈະສາມາດສ້າງກົນໄກທີ່ສົ່ງເສີມ ຂອບຄວາມຮ່ວມມືທາງເສດຖະກິດ ລ້ານຊ້າງ-ແມ່ຂອງ ເຊິ່ງເປັນຂອບຄວາມຮ່ວມມືໃໝ່ ລະຫວ່າງຈີນແລະປະເທດໃນອະນຸພູມິພາກ ລຸ່ມແມ່ນ້ຳຂອງ (ລາວ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະໄທ) ນີ້ໄດ້ໃນໄລຍະອັນໃກໆນີ້.

ທ່ານນາງ ຈິນເຟິ່ງ ອະດີດເອກອັກຄະລັດຖະທູດຈີນ ປະຈຳກຳປູເຈຍກ່າວວ່າ ປະເທດໃນລຸ່ມແມ່ນ້ຳຂອງ ເປັນປະເທດຫຸ້ນສ່ວນທີ່ສຳຄັນ ໃນການສ້າງຊຸມຊົນທີ່ໄດ້ຜົນປະໂຫຍດຮ່ວມກັນ ລວມເຖິງຍັງເປັນການຊຸກຍູ້ການກຳເນີດໂຄງການ  “One Belt, One Road” ແລະການອະພິປາຍເລື່ອງໂຄງການລ້ານຊ້າງ – ນ້ຳຂອງ ນັ້ນ ຈະຊ່ວຍໃຫ້ທຸກຝ່າຍຊ່ວຍກັນສ້າງ ພື້ນຖານຄວາມຮ່ວມມືທີ່ດີຕໍ່ກັນ ແລະເຮັດໃຫ້ພື້ນທີ່ຄວາມຮ່ວມມືນີ້ ກາຍເປັນຈຸດທີ່ສຳຄັນຈຸດໜຶ່ງຂອງໂຄງການ  “One Belt, One Road” ຂອງຈີນ.

ຈິນເຟິ່ງກ່າວວ່າຈະມີການຈັດປະຊຸມ ລັດຖະມົນຕີຕ່າງປະເທດເພື່ອຫາລື ເລື່ອງຄວາມຮ່ວມມື ລ້ານຊ້າງ-ແມ່ນ້ຳຂອງຂຶ້ນ ເປັນຄັ້ງທຳອິດ ຢູ່ມົນທົນຢູນນານ ໃນໄລຍະກາງເດືອນພະຈິກ ເພື່ອໃຫ້ທີ່ປະຊຸມສ້າງກົນໄກດັ່ງກ່າວຂຶ້ນ ຢ່າງເປັນທາງການ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...