Homeຂ່າວການສຶກສາລາວ-ໄທ ແລກປ່ຽນບົດຮຽນດ້ານວິຊາການ ຜ່າຕັດຫົວໃຈເສັ້ນເລືອດ

ລາວ-ໄທ ແລກປ່ຽນບົດຮຽນດ້ານວິຊາການ ຜ່າຕັດຫົວໃຈເສັ້ນເລືອດ

Published on

ລາວ-ໄທ ແລກປ່ຽນບົດຮຽນດ້ານວິຊາການ ຜ່າຕັດຫົວໃຈເສັ້ນເລືອດ

ລະຫວ່າງ​ວັນ​ທີ 28-29 ພະຈິກ 2013 ນີ້ ໄດ້​ມີ​ການ​ຈັດ​ກອງ​ປະຊຸມ​ວິທະຍາສາດ​ການ​ແພດ ກ່ຽວ​ກັບ​ການຜ່າຕັດ​ຫົວໃຈ-ເສັ້ນເລືອດ​ຂຶ້ນ ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ພາຍ​ໃຕ້​ການ​ຮ່ວມ​ມື​ດ້ານ​ວິຊາ​ການ ລະຫວ່າງ​ຂະແໜງ​ຊ່ຽວຊານ​ຜ່າຕັດ​ຫົວໃຈ ຈາກ​ມະຫາວິທະຍາໄລ​ຂອນ​ແກ່ນ​ຂອງ​ປະເທດ​ໄທ ແລະ ສູນ​ຫົວໃຈ​ລາວ-ລຸກ​ຊຳ​ບວກ​ຂອງ ​ສປປ ລາວ ໂດຍ​ມີ​ທ່ານ ​ດຣ. ພູທອນ ມັງກອນ​ວິໄລ ຮອງ​ອະທິການ​ບໍດີ ມະຫາວິທະຍາໄລ​ວິທະຍາສາດ​ສຸຂະພາບ ແລະ ທ່ານ​ຜູ້​ຊ່ວຍ ​ສຈ.​ດຣ. ຈູ​ສາດ ຫົວໜ້າ​ພະ​ແນກ​ຜ່າຕັດ​ຫົວໃຈ ຂອງ​ມະຫາວິທະຍາໄລ​ຂອນ​ແກ່ນ ພ້ອມ​ດ້ວຍ​ແພດ​ຊ່ຽວຊານ​ຜ່າຕັດ​ຫົວໃຈ​ຈາກ ລາວ-ໄທ ຈຳນວນ 80 ທ່ານ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ນີ້ ໄດ້​ມີ​ການ​ສະເໜີ​ບົດຮຽນ​ກ່ຽວ​ກັບ​ພະຍາດຫົວໃຈ-ເສັ້ນເລືອດ ແລະ ວິທີ​ການຜ່າຕັດ​ຫົວໃຈ​ເສັ້ນເລືອດ​ທັງ​ໝົດ​ຈຳນວນ 20 ຫົວຂໍ້ ພ້ອມ​ນັ້ນ ນັກວິຊາການ​ທັງ​ສອງ​ຝ່າຍ ກໍ​ໄດ້​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ຮ່ວມ​ກັນ​ພັດທະນາ​ດ້ານ​ວິຊາ​ການ​ໃນ​ການ​ປິ່ນປົວ​ຕື່ມ​ອີກ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...