Homeຂ່າວການສຶກສາສ.ເກົາຫຼີ ມອບລົດຖີບ 200 ຄັນໃຫ້ນັກຮຽນ ທີ່ຂາດພາຫະນະທຽວໂຮງຮຽນ

ສ.ເກົາຫຼີ ມອບລົດຖີບ 200 ຄັນໃຫ້ນັກຮຽນ ທີ່ຂາດພາຫະນະທຽວໂຮງຮຽນ

Published on

ສ.ເກົາຫຼີ ມອບລົດຖີບ 200 ຄັນໃຫ້ນັກຮຽນ ທີ່ຂາດພາຫະນະທຽວໂຮງຮຽນ

ວັນ​ທີ 28 ພະຈິກ 2013 ນີ້ ອົງການ​ຮ່ວມ​ມື​ອະນຸ​ຮັກ​ສິ່ງແວດລ້ອມ​ສາທາລະນະ​ລັດ​ເກົາຫຼີ ໄດ້​ມອບ​ເຄື່ອງ​ຊ່ວຍເຫຼືອ​ໃຫ້​ແກ່ ​ສປປ ລາວ ມູນ​ຄ່າ 17.906 ໂດ​ລາ​ສະຫະລັດ ຫຼື ປະມານ 136 ລ້ານ​ກີບ ຊຶ່ງ​ພິທີ​ມອບ-ຮັບ​ໄດ້​ຈັດ​ຂຶ້ນ​ທີ່​ໂຮງຮຽນ​ປະຖົມ​ສົມບູນ ບ້ານ​ດົງ​ສະຫວາດ ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ ກ່າວ​ມອບ​ໂດຍ​ແມ່ນ​ທ່ານ ລິມ ແຊ ວັນ ປະທານ​ອົງການ​ຮ່ວມ​ມື​ອະນຸ​ຮັກ​ສິ່ງແວດລ້ອມ ສ.ເກົາຫຼີ ແລະ ກ່າວ​ຮັບ​ໂດຍ​ແມ່ນ​ທ່ານ ໄຊ​ທານີ ໄຊ​ຍະ​ສານ ຮອງ​ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ນະຄອນຫຼວງ​ວຽງ​ຈັນ ມີ​ທ່ານ​ທູດ​ເກົາຫຼີ ປະຈຳ ​ສປປ ລາວ ທ່ານ ພອນ​ໄຊ ອິນ​ທະ​ລື​ໄຊ ຫົວໜ້າ​ສະມາຄົມ​ພັດທະນາ​ເດັກນ້ອຍ ແລະ ໄວ​ໜຸ່ມ​ດົງ​ສະຫວາດ ຕາງໜ້າ​ອຳນາດ​ການ​ປົກຄອງ ເມືອງ​ສີ​ສັດຕະ​ນາກ ອຳນາດ​ການ​ປົກຄອງ​ບ້ານ ອຳນວຍ​ການ​ໂຮງຮຽນ ຄູ-ອາຈານ ພໍ່​ແມ່​ຜູ້​ປົກຄອງ​ນັກຮຽນ ແລະ ນັກຮຽນ ເຂົ້າ​ຮ່ວມ.

ເຄື່ອງ​ຊ່ວຍເຫຼືອ​ທີ່​ທາງ​ອົງການ​ຮ່ວມ​ມື​ອະນຸ​ຮັກ​ສິ່ງແວດລ້ອມ​ເກົາຫຼີ ນຳ​ມາ​ມອບ​ໃຫ້​ນະຄອນຫຼວງ​ວຽງ​ຈັນ​ໃນ​ຄັ້ງ​ນີ້ ປະກອບ​ມີ: ລົດຖີບ LA ຈຳນວນ 200 ຄັນ ເຄື່ອງນຸ່ງ​ຫົ່ມ​ຈຳນວນ 700 ຜືນ ແລະ ອຸປະກອນ​ແຕ້ມ​ຮູບ​ຈຳນວນ 200 ຊຸດ ຊຶ່ງ​ເຄື່ອງ​ຊ່ວຍເຫຼືອ​ຈຳນວນ​ດັ່ງກ່າວ​ນີ້ ແມ່ນ​ຈະ​ໄດ້​ແຈກ​ຢາຍ​ໃຫ້​ນັກຮຽນ​ຜູ້​ທີ່​ຂາດ​ພາຫະນະ​ທຽວ​ໂຮງຮຽນ ຈຳນວນ 10 ໂຮງຮຽນ​ຄື: ໂຮງຮຽນ​ປະຖົມ​ດົງ​ສະຫວາດ ດອນ​ກອຍ ດອນ​ນົກ​ຂຸ້ມ ຈອມ​ເພັດ ນາ​ໄຫ ໂຮງຮຽນ​ມັດທະຍົມ​ສີ​ນາກ​ນ້ອຍ ສາລະ​ຄຳ ພັນ​ໝັ້ນ ນາ​ຂ່າ ແລະ ໂຮງຮຽນ​ໂນນ​ສະອາດ ແລະ ຈຸດປະສົງ​ຂອງ​ການ​ຊ່ວຍເຫຼືອ​ຂອງ ອົງການ​ຮ່ວມ​ມື​ອະນຸ​ຮັກ​ສິ່ງແວດລ້ອມ​ເກົາຫຼີ​ຄັ້ງ​ນີ້ ກໍ​ເພື່ອ​ຊ່ວຍ​ເຮັດ​ໃຫ້ການ​ອະນຸ​ຮັກ​ສິ່ງແວດລ້ອມ ແລະ ການ​ສ້າງ​ສາຍສຳພັນ​ທີ່​ດີ​ກັບ ​ສປປ ລາວ ເຮົາ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...