spot_img
Homeມູມໄອທີລາວທະວິດເຕີປະກາດປັບໃຫ້ສາມາດຕິດຕາມໄດ້ສູງສຸດ 5,000 ຄົນແລ້ວ

ທະວິດເຕີປະກາດປັບໃຫ້ສາມາດຕິດຕາມໄດ້ສູງສຸດ 5,000 ຄົນແລ້ວ

Published on

OLYMPUS DIGITAL CAMERA

ທະ​ວິດ​ເຕີ​ປະ​ກາດ​ປັບ​ໃຫ້​ສາມາດ​ຕິດ​ຕາມ​ໄດ້​ສູງ​ສຸດ​ຈາກ 2,000 ຄົນ​ເປັນ 5,000 ຄົນ​ແລ້ວ
ເມື່ອ​ວັນທີ່ 28 ຕຸລາ ທະ​ວິດ​ເຕີ​ໄດ້ ປະ​ກາດ​ເພີ່ມ​ຂໍ້​ຈຳ​ກັດ​ໃຫ້​ຜູ້​ໃຊ້​ທຸກ​ຄົນ​ສາມາດ​ຕິດ​ຕາມ (Follow) ໄດ້​ສູງ​ສຸດ​ຈາກ​ແຕ່ກ່ອນ 2,000 ຄົນ​ເປັນ 5,000 ຄົນ​ແລ້ວ ໂດຍ​ກ່ອນ​ໜ້າ​ນີ້​ຈະ​ສາມາດ​ຕິດ​ຕາມ​ໄດ້​ເກີນ 2,000 ຄົນ​ກໍ​ຕໍ່​ເມື່ອ​ມີ​ຄົນ​ອື່ນ​ມາ​ຕິດ​ຕາມ (Followers) ຫລາຍ​ຈົນ​ເຖິງ​ຈຳນວນ​ທີ່​ກຳນົດ​ເທົ່າ​ນັ້ນ
ທັງ​ນີ້​ທາ​ງທະ​ວິດ​ເຕີ​ບໍ່​ໄດ້​ລະ​ບຸ​ວ່າ​ເຫດຜົນ​ທີ່​ຍອມ​ເພີ່ມ​ຂໍ້​ຈຳ​ກັດ​ໃຫ້​ສາມາດ​ຕິດ​ຕາມ ໄດ້​ສູງ​ສຸດ 5,000 ຄົນ​ນັ້ນ​ຄື​ຫຍັງ ແຕ່​ສາ​ເຫດ​ທີ່​ກ່ອນ​ໜ້າ​ນີ້​ຕ້ອງ​ຈຳ​ກັດ​ໃຫ້​ຕິດ​ຕາມ​ໄດ້​ບໍ່​ເກີນ 2,000 ຄົນ​ນັ້ນ​ກໍ​ເພື່ອ​ເປັນ​ການ​ປ້ອງ​ກັນ​ສະ​ແປມ​ນັ້ນ​ເອງ ໂດຍ​ການ​ປ່ຽນ​ແປງ​ດັ່ງ​ກ່າວ​ຈະ​ມີ​ຜົນ​ກັບ​ຜູ້​ໃຊ້​ທະ​ວິດ​ເຕີທຸກ​ຄົນ​ຕັ້ງ​ແຕ່​ມື້​ນີ້​ເປັນ ຕົ້ນ​ໄປ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...