spot_img
Homeວິທະຍາສາດ-ວິທະຍາການກວດສອບສະໝອງສ່ວນ orbitofrontal cortex ແລະຝຶກການເບີ່ງໂລກໃນແງ່ດີຂອງເຈົ້າ

ກວດສອບສະໝອງສ່ວນ orbitofrontal cortex ແລະຝຶກການເບີ່ງໂລກໃນແງ່ດີຂອງເຈົ້າ

Published on

Capture

ນ້ຳ​ເກືອບ​ຈະ​ໝົດ​ແລ້ວ​ຫລື​ຍັງມີ​ນ້ຳ​ຢູ່​ເກືອບ​ເຕັມ​ແກ້ວ? ສິ່ງ​ທີ່​ເຈົ້າ​ເຫັນ​ອາດຈະ​ໄດ້ຮັບ​ອິດທິພົນ​ມາ​ຈາກ​ສະໝອງ​ສ່ວນ orbitofrontal cortex ຄົົນທີ່​ເບີ່ງໂລກ​ໃນ​ແງ່​ດີ​ມີ​ແນວ​ໂນ້ມ​ທີ່​ຈະ​ມີ​ຄວາມ​​ກັງ​ວົນ​ໜ້ອຍ​ກວ່າ

ການ ສຶກ​ສາ​ເມື່ອ​ໄວໆ​ນີ້​ໄດ້​ເຊື່ອມ​ໂຍງ​ຄວາມ​​ກັງ​ວົນ ສະໝອງ​ສ່ວນ Orbitofrontal Cortex (OFC) ແລະ​ການ​ເບີ່ງ​ໂລກ​ໃນ​ແງ່​ດີ​ເຂົ້າ​ນຳກັນ (OFC ເປັນ​ສ່ວນຫນຶ່ງ​ຂອງ​ສະໝອງ​ສ່ວນ​ໜ້າ (Prefrontal cortex)) ໂດຍ​ມີ​ການ​ຄົ້ນ​ພົບ​ວ່າ​ຜູ້ໃຫຍ່​ທີ່​ມີ​ສຸກຂະພາບ​ດີ ມັກ​ຈະ​ມີ​ສ່ວນ​ຂອງ OFC ທີ່​ໃຫຍ່​ກວ່າ ຊຶ່ງ​ມີ​ແນວ​ໂນ້ມ​ທີ່​ຈະ​ເບີ່ງໂລກ​ໃນ​ແງ່​ດີ​ຫລາຍກວ່າ​ແລະ​ມີ​ຄວາມ​​ກັງ​ວົນ​ໜ້ອຍ​ກວ່າ

ການ ວິ​ເຄາະ​ຫລ້າ​ສຸດ​ໄດ້​ຖືກ​ລາຍ​ງານ​ໄວ້​ໃນ​ວາລະ​ສານ Social, Cognitive and Affective Neuroscience ໄດ້​ນຳ​ສະເໜີ​ຫລັກ​ຖານ​ຊິ້ນ​ທຳອິດ​ທີ່​ວ່າ ການ​ເບີ່ງ​ໂລກ​ໃນ​ແງ່​ດີ​ນັ້ນ​ມີ​ບົດ​ບາດ​ປານ​ກາງ​ໃນ​ຄວາມ​ສຳພັນ​ລະຫວ່າງ​ຂະໜາດ​ຂອງ OFC ແລະ​ຄວາມ​​ກັງ​ວົນ

ນັກ​ວິທະຍາ​ສາດ​ໄດ້​ລາຍ​ງານ​ວ່າ “ປະຊາກອນ 44 ລ້ານ​ຄົນ​ໃນ​ສະ​ຫະລັດ​ອາເມຣິ​ກາ​ຕ້ອງ​ທົນ​ທຸກທໍລະມານ​ກັບ​ພະຍາດ​ວິ​ຕົກ​ກັງ​ວົນ ຊຶ່ງ​ພະຍາດ​ນີ້​ໄດ້​ລົບກວນ​ການ​ດຳ​ເນີນ​ຊີວິດ​ແລະ​ໄດ້​ສ້າງ​ພາລະ ຄິດ​ເປັນ​ຄ່າ​ໃຊ້​ຈ່າຍ​ປະ​ມານ 42-47 ພັນ​ລ້ານ​ຫລຽນສະ​ຫະລັດ​ຕໍ່​ປີ”

OFC ນີ້​ຄື​ສ່ວນ​ຂອງ​ສະໝອງ​ທີ່​ຢູ່​ຕິດ​ຢູ່​ດ້ານ​ຫລັງ​ດວງ​ຕາ​ທັງ​ສອງ ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ມັນ​ມີ​ບົດ​ບາດ​ຕໍ່​ຄວາມ​ຮູ້ສຶກ​ວິ​ຕົກ​ກັງ​ວົນ OFC ຖື​ໄດ້​ວ່າ​ເປັນ​ສູນ​ລວມ​ຂໍ້​ມູນ​ທັງ​ໃນ​ດ້ານ​ສະຕິປັນຍາ​ແລະ​ທາງ​ອາລົມ ແລະ​ມີ​ສ່ວນ​ສຳຄັນ​ໃນ​ການ​ຄວບ​ຄຸມ​ພຶດຕິກຳ​ການ​ສະແດງ​ອອກ ການສຶກສາ​ໃນ​ອະ​ດີດ​ໄດ້​ຄົ້ນ​ພົບ​ເຖິງ​ຄວາມ​ເຊື່ອມ​ໂຍງ​ລະຫວ່າງ​ຂະໜາດ​ຂອງ OFC ຂອງ​ແຕ່​ລະ​ຄົນ​ແລະ​ຄວາມ​ໄວ​ຕໍ່​ການ​ຮັບ​ຮູ້​ຄວາມ​ຮູ້ສຶກ​ວິ​ຕົກ​ກັງ​ວົນ ຍົກ​ຕົວ​ຢ່າງ​ເຊັ່ນ ໃນ​ງານ​ວິ​ໄຈ​ທີ່​ເປັນ​ທີ່​ຮູ້​ຈັກ​ກັນ​ດີ ທີ່​ເຮັດ​ການສຶກສາ​ພາ​ບສະ​ແກນ​ຂອງ​ສະໝອງ​ຂອງ​ຜູ້ໃຫຍ່​ໃນ​ໄລຍະ​ໜຸ່ມ​ສາວ ໃນ​ໄລຍະກ່ອນ​ແລະ​ຫລັງ​ແຜ່ນດິນ​ໄຫວ​ເທື່ອ​​ໃຫຍ່​ໃນ​ປີ 2011 ແລະ​ສຶ​ນາ​ມິ​ໃນ​ປະເທດ​ຍີ່​ປຸ່ນ ຄະນະ​ວິ​ໄຈ​ຄົ້ນ​ພົບ​ວ່າ​ໃນ​ບາງກໍລະນີ​ສຶກ​ສາ OFC ເກີດ​ການຫົດ​ຕົວ​ຢ່າງ​ເຫັນ​ໄດ້​ແຈ້ງ​ພາຍ​ໃນ​ໄລ​ຍະ​ເວລາ 4 ເດືອນ​ຫລັງ​ຈາກ​ເຫດການ​ທີ່ຜ່ານມາ ແລະ​ ຍິ່ງ​ເກີດ​ການຫົດ​ຕົວ​ຂອງ OFC ຫລາຍ​ຂຶ້ນ ກໍ​ເບິ່ງຄືວ່າ​ຈະ​ຍິ່ງ​ກວດ​ພົບ​ຄວາມ​ຜິດ​ປົກກະຕິ​ທີ່​ເກີດ​ຫລັງ​ຄວາມ​ຄຽດ​ທີ່​ສະ​ເທືອນ​ໃຈ​ຫລາຍ ຂຶ້ນ​ຕາມ​ໄປ​ດ້ວຍ ຫລື post-traumatic stress disorder

ນອກ​ຈາກ​ນີ້​ຜົນການ​ວິ​ໄຈ​ອື່ນ​ຍັງ​ໄດ້​ຢືນຢັນ​ອີກວ່າ ຄົົນທີ່​ເບີ່ງ​ໂລກ​ໃນ​ແງ່​ດີ​ມີ​ແນວ​ໂນ້ມ​ທີ່​ຈະ​ຮູ້ສຶກ​ວິ​ຕົກ​ກັງ​ວົນ​ໜ້ອຍ​ກວ່າ​ແລະ​ຄວາມ​ຄິດ​ເຊີງ​ບວກ ຍັງ​ຊ່ວຍ​ເພີ່ມ​ການເຮັດວຽກງານ​ຂອງ OFC ໄດ້​ອີກ​ດ້ວຍ

ຄະນະ​ວິ​ໄຈ​ຈາກ​ໂຄງ​ການ​ວິ​ໄຈ ຫລ້າ​ສຸດ​ໄດ້​ຕັ້ງ​ສະ​ມຸດ​ຕິ​ຖານ​ວ່າ “OFC ທີ່​ໃຫຍ່​ກວ່າ​ອາດຈະ​ເຮັດ​ຫນ້າທີ່​ຄືກັບ​ຕົວ​ຮັບ​ແຮງ​ກະ​ທົບ​ຈາກ​ຄວາມ​ວິ​ຕົກ​ກັງ​ວົນ​ໃນ​ບາງ​ສ່ວນ ໂດຍ​ການ​ຊຸກຍູ້ໃຫ້​ຄິດ​ໃນ​ແງ່​ດີ​ຫລາຍ​ຂຶ້ນ”

ນັກ​ວິ​ໄຈ Sanda Dolcos ຈາກ​ມະຫາ​ວິທະຍາ​ໄລ Illinois ຊຶ່ງ​ເປັນ​ຫົວ​ໜ້າ​ໂຄງ​ການ​ວິ​ໄຈ​ນີ້​ທີ່​ເຮັດວຽກ​ຮ່ວມ​ກັບ​ນັກ​ສຶກ​ສາ Yifan Hu ແລະ ສາດ​ສະດາ​ຈານ Florin Dolcos ຜູ້​ຊ່ຽວຊານ​ທາງ​ຈິດ​ວິທະຍາ ໄດ້​ກ່າວ​ວ່າ “ການສຶກສາ​ກ່ຽວກັບ​ຄວາມ​ວິ​ຕົກ​ກັງ​ວົນ​ໂດຍ​ສ່ວນ​ໃຫຍ່​ຈະ​ເນັ້ນ​ຄວາມ​ສົນ​ໃຈ​ໄປ​ທີ່​ຜູ້​ຄົົນທີ່​ຖືກ ພິຈາລະນາ​ວ່າ​ເຂົ້າ​ຂ່າຍ​ເປັນ​ພະຍາດ​ຄວາມ​ວິ​ຕົກ​ກັງ​ວົນ ແຕ່​ພວກ​ເຮົາ​ຕ້ອງ​ການສຶກສາ​ໃນ​ທິດ​ທາງ​ກົງ​ກັນ​ຂ້າມ ກ່າວ​ຄື ຖ້າ​ມີ​ການຫົດ​ຕົວ​ຂອງ OFC ເກີດ​ຂຶ້ນ ແລະ​ການຫົດ​ຕົວ​ນີ້​ມີ​ຜົນ​ຕໍ່​ຄວາມ​ຜິດ​ປົກກະຕິ​ຕໍ່​ຄວາມ​ວິ​ຕົກ​ກັງ​ວົນ ມັນ​ຈະ​ສື່​ເຖິງ​ຫຍັງ​ໃນ​ປະຊາກອນ​ທີ່​ມີ OFC ທີ່​ໃຫຍ່​ກວ່າ ແລະ​ມັນ​ສາມາດ​ມີ​ບົດ​ບາດ​ໃນ​ການ​ປ້ອງ​ກັນ​ໄດ້​ຫລື​ບໍ່”

ອີກ​ທັງ​ນັກ​ວິ​ໄຈ​ຕ້ອງ ການ​ຈະ​ຮູ້​ອີກວ່າ ການ​ເບີ່ງໂລກ​ໃນ​ແງ່​ດີ​ຈະ​ເປັນ​ສ່ວນຫນຶ່ງ​ຂອງ​ກົນ​ໄກ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ບໍລິມາດ​ຂອງ OFC ທີ່​ໃຫຍ່​ແລະ​ການ​ຫລຸດລົງ​ຂອງ​ຄວາມ​ວິ​ຕົກ​ກັງ​ວົນ​ຫລື​ບໍ່

ຄະນະ​ວິ​ໄຈ​ໄດ້​ລວບລວມ​ຜົນ ສະ​ແກນ​ສະໝອງ​ຂອງ​ຜູ້ໃຫຍ່​ໄວ​ໜຸ່ມ​ສາວ​ທັງ​ໝົດ 61 ລາຍ​ແລະ​ທຳການ​ວິ​ເຄາະ​ໂຄງ​ສ້າງ​ພາຍ​ໃນ​ສະໝອງ​ຫລາຍ​ບໍລິເວນ​ລວມ​ໄປ​ເຖິງ​ສ່ວນ​ຂອງ OFC ດ້ວຍ ນັກ​ວິ​ໄຈ​ໄດ້​ຄິດໄລ່​ສ່ວນ​ບໍລິມາດ​ຂອງ​ສະໝອງ​ສ່ວນ​ສີ​ເທົາ​ໃນ​ແຕ່​ລະ​ບໍລິເວນ ທຽບ​ກັບ​ບໍລິມາດ​ທັງ​ໝົດ​ຂອງ​ສະໝອງ ຜົນ​ການ​ທົດສອບ​ໃນ​ການສຶກສາ​ເທື່ອ​ນີ້​ຍັງ​ໄດ້​ຄວບ​ຄຸມ​ເຖິງ​ການ​ເບີ່ງ​ໂລກ​ໃນ​ແງ່​ດີ​ແລະ​ຄວາມ​ວິຕົກກັງ​ວົນ ຄວາມ​ກົດ​ດັນ ແລະ​ຄວາມ​ຄິດ​ເຊີງ​ບວກ (ຄວາມ​ກະ​ຕື​ລື​ລົ້ນ​ແລະ​ຄວາມ​ສົນ​ໃຈ) ແລະ​ເຊີງ​ລົບ (ບໍ່​ພໍ​ໃຈ​ແລະ​ໂມ​ໂຫ)

ການ​ວິ​ເຄາະ​ເຊີງ​ສະ​ຖິ​ຕິ​ແລະ​ການສຶກສາ ຕົ້ນ​ແບບ​ເຮັດໃຫ້​ໄດ້​ຂໍ້​ສະຫລຸບ​ທີ່​ວ່າ​ສ່ວນ​ຂອງ OFC ໃນ​ສະໝອງ​ຊີກ​ຊ້າຍ​ທີ່​ໜາ​ກວ່າ​ຈະ​ຕອບສະໜອງ​ຕໍ່​ການ​ເບີ່ງ​ໂລກ​ໃນ​ແງ່​ດີ​ຫລາຍ​ຂຶ້ນ​ແລະ​ມີ​ຄວາມ​ວິຕົກກັງ​ວົນ​ຫລຸດລົງ ໂຄງ​ສ້າງ​ຕົ້ນ​ແບບ​ຍັງ​ໄດ້​ບອກ​ເຖິງ​ການ​ເບີ່ງ​ໂລກ​ໃນ​ແງ່​ດີ​ມີ​ບົດ​ບາດ​ປານ​ກາງ​ໃນ​ການຫ​ລຸດ​ຄວາມ ກັງ​ວົນ​ໃນ​ໝູ່​ຄົົນທີ່​ມີ​ສ່ວນ​ຂອງ OFC ທີ່​ໃຫຍ່​ກວ່າ ນອກ​ເໜືອ​ຈາກ​ນີ້ ການ​ວິ​ເຄາະ​ທີ່​ຖືກ​ຂະຫຍາຍ​ອອກ​ໄປ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ໄປ​ບໍ່​ໄດ້​ຂອງ​ລັກສະນະ ເຊີງ​ບວກ​ອື່ນໆ​ໃນ​ການຫ​ລຸດ​ຄວາມ​ກັງ​ວົນ​ລົງ ແລະ​ບໍ່​ມີ​ສ່ວນ​ອື່ນ​ໃດ​ໃນ​ສະໝອງ​ທີ່​ປາກົດ​ໃຫ້​ເຫັນ​ວ່າ​ມັນ​ມີ​ສ່ວນ​ກ່ຽວ​ພັນ​ກັນ​ໃນ​ການ​ຫລຸດ ຄວາມ​ວິ​ຕົກ​ກັງ​ວົນ​ດ້ວຍ​ການ​ກະຕຸ້ນ​ແລະ​ຊຸກຍູ້​ການ​ເບີ່ງ​ໂລກ​ໃນ​ແງ່​ດີ​ໄດ້

Sanda Dolcos ໄດ້​ກ່າວ​ວ່າ “ເຈົ້າ​ສາມາດ​ຍອມ​ຮັບ​ກັນ​ໄດ້​ວ່າ ມັນ​ມີ​ຄວາມ​ສຳພັນ​ກັນ​ລະຫວ່າງ OFC ແລະ​ຄວາມ​ວິ​ຕົກ​ກັງ​ວົນ ແລ້ວ​ສິ່ງ​ທີ່​ເຮັດໃຫ້​ຄວາມ​ກັງ​ວົນຫ​ລຸດລົງ​ມັນ​ຄື​ຫຍັງ​ ຕົ້ນ​ແບບ​ຂອງ​ພວກ​ເຮົາ​ກຳ​ລັງ​ບອກວ່າ​ສິ່ງ​ທີ່​ເຮົາ​ກຳ​ລັງ​ສຶກ​ສາ​ຢູ່ໃນ​ຂະນະ​ນີ້​ເປັນພຽງ​ແຕ່ ບາງ​ສ່ວນ​ຂອງ​ການ​ເບີ່ງ​ໂລກ​ໃນ​ແງ່​ດີ ດັ່ງ​ນັ້ນ​ການ​ເບີ່ງ​ໂລກ​ໃນ​ແງ່​ດີ​ກໍ​ເປັນ​ໜຶ່ງ​ໃນ​ປັດ​ໄຈ​ທີ່​ສາມາດ​ຖືກ​ໃຊ້​ເປັນ​ເປົ້າ​ໝາຍ ໄດ້”

Hu ໄດ້​ກ່າວ​ວ່າ “ການ​ເບີ່ງໂລກ​ໃນ​ແງ່​ດີ​ໄດ້​ຖືກ​ສຶກ​ສາ​ມາ​ແລ້ວ​ຢ່າງ​ຍາວນານ​ໃນ​ດ້ານ​ຂອງ​ຈິດ​ວິທະຍາ ແຕ່​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເລີ່ມ​ສຶກ​ສາ​ກັນ​ນີ້​ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ຫນ້າທີ່​ແລະ​ໂຄງ​ສ້າງ ພາຍ​ໃນ​ສະໝອງ​ທີ່​ມີ​ຜົນ​ຕໍ່​ການ​ເບີ່ງໂລກ​ໃນ​ແງ່​ດີ ພວກ​ເຮົາ​ຢາກ​ຈະ​ຮູ້​ວ່າ​ຖ້າ​ພວກ​ເຮົາ​ໄດ້​ໃຊ້​ຊີວິດ​ຕາມ​ການ​ເບີ່ງໂລກ​ໃນ​ແງ່​ບວກ​ຢ່າງ​ຈິງ​ຈັງ ຕະຫລອດ​ເວລາ​ແລ້ວ ມັນ​ຈະ​ຖິ້ມ​ຮ່ອງ​ຮອຍ​ທີ່​ມີ​ລັກສະນະ​ຈຳ​ເພາະ​ຂຶ້ນ​ໃນ​ສະໝອງ​ຫລື​ບໍ່”

Florin Dolcos ໄດ້​ກ່າວເຖິງ​ການ​ທົດສອບ​ໃນ​ອະນາຄົດ​ວ່າ “ພວກ​ເຮົາ​ຄວນ​ທີ່​ຈະ​ສຶກ​ສາ​ວ່າ​ການ​ສົ່ງ​ເສີມ​ການ​ເບີ່ງ​ໂລກ​ໃນ​ແງ່​ດີ​ແລະ​ການຫ​ລຸດ​ຄວາມ​ວິ​ຕົກ​ກັງ​ວົນ ໂດຍ​ການ​ຝຶກ​ຝົນ​ຜູ້​ຄົນ​ດ້ວຍ​ບົດ​ທົດສອບ​ທີ່​ເຊື່ອມ​ກັບ OFC ໂດຍ​ກົງ​ຫລື​ການ​ຫາ​ຫົນ​ທາງ​ທີ່​ຈະ​ຊຸກຍູ້​ຄວາມ​ຄິດ​ເຊີງ​ບວກ​ໂດຍ​ກົງ​ນັ້ນ​ສາມາດ​ເຮັດ​ໄດ້​ຫລື ບໍ່ ຖ້າ​ຫາກ​ເຈົ້າ​ສາມາດ​ຝຶກ​ຝົນ​ການ​ຕອບສະໜອງ​ຂອງ​ຜູ້​ຄົນ​ໄດ້ ທິດສະດີ​ທີ່​ມີ​ມາ​ຢ່າງ​ຍາວນານ ຄວາມ​ສາມາດ​ຂອງ​ຜູ້​ຄົົນທີ່​ຈະ​ຄວບ​ຄຸມ​ການ​ຕອບສະໜອງ​ຂອງ​​ພວກເຂົາ​ໃນ​ແຕ່​ລະ​ເຫດການ​ຕໍ່ ເຫດການ​ຈະ​ຖືກ​ຝັງ​ລົງ​ໃນ​ໂຄງ​ສ້າງ​ຂອງ​ສະໝອງ​ຂອງ​ພວກເຂົາ​ໄດ້​ໃນ​ທີ່ສຸດ”

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...