spot_img
Homeນານາສາລະ ເລືອກໃຊ້ແນວໃດ "ປະຄົບຮ້ອນ - ປະຄົບເຢັນ"

ເລືອກໃຊ້ແນວໃດ “ປະຄົບຮ້ອນ – ປະຄົບເຢັນ”

Published on

26_20151019162946.

ການປະຄົບຮ້ອນຫລືເຢັນເປັນວິທີໜຶ່ງໃນການປະຖົມພະຍາບານ ເພື່ອບັນເທົາອາການແຕ່ອາການແບບໃດທີ່ເຮົາຄວນຈະເລືອກປິ່ນປົວແບບຮ້ອນຫລືເຢັນການເລືອກໃຊ້ຄວາມຮ້ອນຫລືຄວາມເຢັນ

1 ປະຄົບເຢັນ
ເໝາະກັບອາການບາດເຈັບຮຸນແຮງຮ່ວມກັບອາການບວມ ຄວາມເຢັນຈະເຮັດໃຫ້ເສັ້ນເລືອດຫົດຕົວ ຊ່ວຍຫລຸດອາການບວມໄດ້ ຄວນປະຄົບດ້ວຍນ້ຳກ້ອນຫລືນ້ຳເຢັນທັນທີ (ພາຍໃນ 24-48 ຊົ່ວໂມງ) ປະຄົບດົນ 20-30 ນາທີ ມື້ລະ 2-3 ເທື່ອ
ອາການທີ່ຄວນປະຄົບເຢັນ ເຊັ່ນ ປວດຫົວ ມີໄຂ້ສູງ ປວດແຂ້ວ ປວດບວມຂໍ້ຕີນ ຂໍ້ຕີນພິກ ຂໍ້ເຄັດ ຫລື ປວດບວມບໍລິເວນອື່ນ ໆ ທີ່ເກີດຈາກການໄດ້ຮັບບາດເຈັບຫລືຫາກໍ່ມີອາການໃໝ່ ໆ

2 ປະຄົບຮ້ອນ

ການປະຄົບຮ້ອນຈະເລີ່ມໃຊ້ຫລັງຈາກມີອາການຜ່ານໄປແລ້ວ 48 ຊົ່ວໂມງ ໃຫ້ປະຄົບເທື່ອລະ 15-20 ນາທີ ມື້ລະ 2-3 ເທື່ອ ຄວາມຮ້ອນຈະເຮັດໃຫ້ຫລອດເລືອດຂະຫຍາຍຕົວ ການໄຫລວຽນເລືອດດີຂຶ້ນ ເພື່ອຫຼຸດອາການປວດແລະຜ່ອນຄາຍກ້າມເນື້ອ

ອາການທີ່ຄວນປະຄົບຮ້ອນ ເຊັ່ນ ປວດກ້າມເນື້ອບໍລິເວນຄໍ ບ່າ ຫລັງ ສົ້ນນ່ອງ ພາຍຫລັງຈາກການເຮັດວຽກງານ ຫລືພາຍຫລັງຈາກການຫລິ້ນກິລາ, ປວດປະຈຳເດືອນ

ອຸນຫະພູມທີ່ເໝາະສົມບໍ່ຄວນເກີນ 45 ອົງສາເຊນຊຽດ ສິ່ງສຳຄັນທີ່ຕ້ອງຄຳນຶງເຖິງ ຄື ບໍ່ຄວນປະຄົບດ້ວຍຄວາມຮ້ອນທີ່ຫລາຍເກີນໄປ ເພາະຈະເຮັດໃຫ້ຮູ້ສຶກແສບຮ້ອນບໍລິເວນທີ່ປະຄົບ ບໍ່ຄວນປະຄົບດົນຫລືຖີ່ເກີນໄປ ແລະຕ້ອງບໍ່ປະຄົບຮ້ອນໃນບໍລິເວນທີ່ມີບາດແຜເປີດຫລືມີເລືອດອອກ ເພາະຈະຍິ່ງເຮັດໃຫ້ມີການອັກເສບເພີ່ມຫລາຍຂຶ້ນ

ຂໍ້ຄວນລະວັງ

1. ໂລກຄວາມດັນເລືອດສູງ ຄວນໃຊ້ຄວາມເຢັນດ້ວຍຄວາມລະມັດລະວັງ ເພາະຄວາມເຢັນມີຜົນຕໍ່ການຫົດຕົວຂອງຫລອດເລືອດສ່ວນປາຍ ເຮັດໃຫ້ຫົວໃຈເຮັດວຽກໜັກຂຶ້ນໄດ້

2. ໂລກມະເຮັງທີ່ຍັງມີການດຳເນີນຂອງພະຍາດຢູ່ ເພື່ອຄວາມປອດໄພຄວນງົດໃຊ້ຄວາມຮ້ອນ

3. ໃນບາງຄົນອາດເປັນໂລກແພ້ຄວາມເຢັນ ຈະເກີດຜື່ນແດງຢ່າງຮຸນແຮງພາຍຫລັງສຳຜັດຄວາມເຢັນ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...