Homeປະຊາສຳພັນເຈົ້າໜ້າທີ່ເຕືອນ ມວນຊົນມາທ່ຽວບຸນຊ່ວງເຮືອ ຈົ່ງມີສະຕິລະວັງຕົວໃຫ້ສູງ!

ເຈົ້າໜ້າທີ່ເຕືອນ ມວນຊົນມາທ່ຽວບຸນຊ່ວງເຮືອ ຈົ່ງມີສະຕິລະວັງຕົວໃຫ້ສູງ!

Published on

boat racing festival

ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ, ຝາກເຕືອນປະຊາຊົນ ທີ່ມາທ່ຽວບຸນຊ່ວງເຮືອປະເພນີທ່າວັດຈັນປີນີ້,ຈົ່ງເພີ່ມສະຕິລະວັງຕົວໃຫ້ສູງ ເພືອຮັບປະກັນຄວາມປອດໄພທາງດ້ານຊີວີດ ແລະ ຊັບສີນທີ່ມີຄ່າ ເປັນຕົ້ນ: ບໍ່ຄວນປິດປະຕູເຮືອນແລ້ວມາທ່ຽວກັນຈົນໝົດ, ຄວນມີການຜັດປ່ຽນກັນ ເພື່ອບໍ່ໃຫ້ມີຊ່ອງຫວ່າງແກ່ຄົນບໍ່ດີ ເຂົ້າມາງັດແງະເຮືອນຊານ, ຄວນເກັບຮັກສາຊັບສີນທີ່ມີຄ່າເຊັ່ນ: ເງິນ, ຄໍາໄວ້ໃນບ່ອນທີ່ຮັບປະກັນປອດໄພ ແລະ ບໍ່ຄວນພົກພາເງິນ ຫລື ໃສ່ຄໍາຮູບປະພັນ ມາອວດອ້າງຫລາຍເກີນໄປ ເພາະມັນຈະເປັນສິ່ງດຶດູດລໍ້ຕາລໍ້ໃຈ ຂອງພວກມິດສາຊີບ ລົງມືກໍເຫດປຸ້ນ ຫລື ຊິງຊັບເອົາໄປ ແລະ ນອກຈາກນີ້ ກ່ອນອອກຈາກເຮືອນ ໃຫ້ກວດກາລະບົບໄຟຟ້າໃຫ້ດີເປັນຕົ້ນ: ເຄື່ອງໃຊ້ໄຟຟ້າຕ່າງໆ ຄວນຖອດປັກໃນເມື່ອບໍ່ໃຊ້ງານ ເພື່ອຮັບປະກັນບໍ່ໃຫ້ເກີດອັກຄີໄພ, ສ່ວນການໃຊ້ລົດໃຊ້ຖະໜົນສັນຈອນໄປມາ ໃນໄລຍະບຸນຊ່ວງເຮືອນີ້, ຊຶ່ງເຫັນວ່າຈະມີຜູ້ມາທ່ຽວບຸນດັ່ງກ່າວຫລາຍຂຶ້ນ ແລະ ຈະເຮັດໃຫ້ສະພາບການສັນຈອນມີຄວາມຫຍຸ້ງຍາກສັບສົນ ແລະ ເກີດອຸປະຕິເຫດໄດ້ງ່າຍ ກໍໃຫ້ມີສະຕິເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດເຊັ່ນ: ບໍ່ຂັບຂີ່ລົດໄວ, ບໍ່ຈອດລົດຊະຊາຍ, ບໍ່ລ່ວງປ້າຍສັນຍານ, ປ້າຍຫ້າມ ແລະ ໄຟອໍານາດຕ່າງໆ, ສິ່ງສໍາຄັນແມ່ນດື່ມສິ່ງມືນເມົາ ແລ້ວບໍ່ຄວນຂັບຂີ່ລົດຍິ່ງເປັນການດີ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນໄລຍະບຸນຊ່ວງເຮືອປະເພນີປີ 2014 ຜ່ານມາ ກໍມີສະພາບຫຍໍ້ທໍ້ເກີດຂຶ້ນຈໍານວນຫລາຍ,ໂດຍສະເພາະການຈົກກະເປົາ, ແຫກກະເປົາ ແລະ ລັກຊັບພົນລະເມືອງ, ມີຊັບສິນປະຊາຊົນເສຍຫາຍຈໍານວນຫລາຍ, ສ່ວນອຸປະຕິເຫດເກີດຂຶ້ນທັງໝົດ 24 ເລື່ອງ, ພາຫະນະເປ່ເພ 52 ຄັນ ແລະ ຜູ້ບາດເຈັບ 47 ລາຍ.

ສໍາລັບການລະບາຍການສັນຈອນໃນຊ່ວງໄລຍະບຸນຊ່ວງເຮືອປີ 2015 ນີ້, ໄດ້ມີການກໍານົດເສັ້ນທາງສັນຈອນຄື: ລົດທີ່ມາຈາກທິດເໜືອ ມີຈຸດປະສົງມາທ່ຽວບຸນຊ່ວງເຮືອ ແມ່ນອະນຸຍາດໃຫ້ເຂົ້າຈອດຢູ່ເຂດວັດຫົວເມືອງ, ເດີ່ນສະໂມສອນດອກປິກໄກ່ ກະຊວງປ້ອງກັນຄວາມສະຫງົບ, ສວນເຈົ້າອານຸວົງ, ພະແນກສຶກສານະຄອນຫລວງວຽງຈັນ, ຖະໜົນສຸພານຸວົງ ແລະ ບັນດາເສັ້ນທາງຮ່ອມ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນຂອງຍານພາຫະນະອື່ນໆ. ສ່ວນລົດທີ່ມາຈາກທິດໃຕ້ ແມ່ນອະນຸຍາດໃຫ້ຈອດລົດຢູ່ບໍລິເວນ ເຂດພະແນກໂຍທາທິການ ແລະ ຂົນສົ່ງ, ໂຮງຮຽນມັດທະຍົມສົມບູນເພຍວັດ, ເດີ່ນຂ້າງສວນເຈົ້າອານຸວົງ, ດ້ານຫລັງໂຮງແຮມດອນຈັນພາເລດ, ເດີ່ນຈອດລົດໂຮງໝໍມະໂຫສົດ ແລະ ຕາມທາງຮ່ອມທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນໆ, ສໍາລັບລົດທີ່ມາຈາກເສັ້ນທາງເລກ 13 ໃຕ້ແມ່ນອະນຸຍາດໃຫ້ຈອດຢູ່ບໍລິເວນສະຖານທີ່ຈອດລົດ ໜ້າສະໜາມກິລາເຈົ້າອານຸວົງ, ຫໍວັດທະນາທໍາແຫ່ງຊາດ, ເດີ່ນຫໍພິພິທະພັນ ແລະ ຕາມທາງຮ່ອມ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນອື່ນໆ. ສໍາລັບພາຫະນະທີ່ບໍ່ມີຈຸດປະສົງມາທ່ຽວບຸນ ແມ່ນໃຫ້ນໍາໃຊ້ເສັ້ນທາງເວັ້ນຄື: ລົດມາຈາກເສັ້ນທາງເລກ 13 ເໜືອຈະໄປເສັ້ນທາງເລກ 13 ໃຕ້, ຖະໜົນທ່າເດື່ອ,ໃຫ້ນໍາໃຊ້ເສັ້ນທາງໜອງບຶກ, ດົງໂດກ, ສີທອງ ແລະ ເສັ້ນທາງອາຊຽນ ແລະ ລົດທີ່ມາຈາກເສັ້ນທາງທ່າເດື່ອ, ຂົວມິດຕະພາບທີ່ຈະໄປທາງເລກ 13 ເໜືອໃຫ້ນໍາໃຊ້ເສັ້ນທາງ 450 ປີ, ກໍາແພງເມືອງ ແລະ ເສັ້ນທາງມິດຕະພາບ ແລະ ຫ້າມລົດທຸກປະເພດ ນໍາໃຊ້ເສັ້ນທາງເຈົ້າຟ້າງູ່ມ(ແຄມຂອງ).

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...