spot_img
Homeນານາສາລະອອກພັນສາແມ່ນຫຍັງ?

ອອກພັນສາແມ່ນຫຍັງ?

Published on

12187797_10205264433072006_5286986955819618621_n

ວັນອອກພັນສາແມ່ນ ມື້ສິ້ນສຸດການຈຳພັນສາຂອງພະສົງ ພາຍຫຼັງທີ່ໄດ້ເຂົ້າຈຳພັນສາເປັນເວລາ 3 ເດືອນ (ນັບແຕ່ມື້ເຂົ້າພັນສາ ຂຶ້ນ 15 ຄ່ຳເດືອນ 8 – ຂຶ້ນ 15 ຄ່ຳເດືອນ 11) ເອີ້ນອີກຢ່າງໜຶ່ງວ່າ ວັນມະຫາປະວໍລະນາ ຄຳວ່າ ປະວໍລະນາ ແປວ່າ ອະນຸຍາດ ຫຼື ຍອມໃຫ້ ໃນວັນອອກພັນສານີ້ພະສົງ ຈະປະກອບພິທີສັງຄະກຳໃຫຍ່ ເອີ້ນວ່າ ມະຫາປະວໍລະນາ ເປັນການເປີດໂອກາດໃຫ້ພິກຂຸ ກ່າວຕັກເຕືອນກັນໄດ້ ເພາະໃນລະຫວ່າງເຂົ້າພັນສາ ພະສົງບາງອົງອາດຈະມີຂໍ້ບົກພ່ອງ ທີ່ຕ້ອງແກ້ໄຂ ການໃຫ້ຜູ້ອື່ນກ່າວຕັກເຕືອນໄດ້ ເຮັດໃຫ້ໄດ້ຮູ້ຂໍ້ບົກພ່ອງຂອງຕົນເອງ ແລະຍັງເປີດໂອກາດໃຫ້ຊັກຖາມຂໍ້ສົງໄສ ເຊິ່ງກັນແລະກັນພ້ອມ.
ຫຼັງຈາກອອກພັນສາແລ້ວ ພະສົງສາມະເນນ ສາມາດທ່ຽວສັນຈອນໄປ-ມາໄດ້ ຕາມອັດທະຍາໄສ ໃນເວລາອັນເໝາະສົມ ເຊັ່ນ ເດິນທາງໄປສຶກສາທີ່ອື່ນ, ເດິນທາງໄປເຜີຍແຜ່ທຳ, ເດິນທາງໄປຮັບກິດນິມົນ, ຍ້າຍໄປຈຳວັດຢູ່ວັດອື່ນໄດ້…
ໃນມື້ອອກພັນສານັ້ນ ໂດຍປະເພນີນິຍົມ ຈະມີພິທີຮັກສາສິນ, ຟັງທຳ ແລະໃຫ້ທານ (ເຮັດບຸນໃສ່ບາດ), ຕອນຄ່ຳຈະມີການວຽນທຽນເພື່ອບູຊາ ພະລັດຕະນະໄຕ ແລະນອກຈາກນັ້ນຍັງມີພິທີລື່ນເລີງ ດ້ວຍການຊ່ວງເຮືອ ຈັດມະໂຫລະສົບ ເຊິ່ງໃນປັດຈຸບັນຈະມີງານຕະຫຼາດນັດພ້ອມ.ຊ່ວງເຮືອ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...